Saturday, July 27, 2024
Homeຂ່າວໜ້າໜຶ່ງເປີດນໍາໃຊ້ສະໜາມບິນສາກົນບໍ່ແກ້ວຢ່າງເປັນທາງການ

ເປີດນໍາໃຊ້ສະໜາມບິນສາກົນບໍ່ແກ້ວຢ່າງເປັນທາງການ

ພິທີເປີດນຳໃຊ້ສະໜາມບິນສາກົນບໍ່ແກ້ວຢ່າງເປັນທາງການ ຈັດຂຶ້ນໃນວັນທີ 5 ກຸມພາ 2024 ທີ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ມີ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ , ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມລ່ຽມຄໍາ, ບັນດາການນຳຈາກກະຊວງ, ອົງການ, ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ກ່າວເປີດນໍາໃຊ້ສະໜາມບິນດັ່ງກ່າວຢ່າງເປັນທາງການວ່າ: ແຂວງບໍ່ແກ້ວ ໄດ້ວາງຍຸດທະສາດໃນການພັດທະນາ ຊຶ່ງໄດ້ກຳນົດ 7 ຍຸດທະສາດສຳຄັນ ຄື: ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫົງບຄວາມເປັນລະບຽບຮຽບຮ້ອຍດີ, ສ້າງສິ່ງອຳນວຍຄວາມສະດວກ ແລະ ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດສັງຄົມ, ພັດທະນາຄົມມະນາຄົມຂົນສົ່ງທີ່ມີຄຸນນະພາບ ເຊື່ອມຕໍ່ບັນດາແຂວງພາກເໜືອຂອງລາວກັບປະເທດໃກ້ຄຽງ ແລະ ອະນຸພາກພື້ນ, ພັດທະນາການ ທ່ອງທ່ຽວທີ່ຍືນຍົງເຊື່ອມຕໍ່ປະເທດໃກ້ຄຽງ ແລະ ພາກເໜືອຂອງລາວ, ສົ່ງເສີມການຜະລິດສິນຄ້າກະສິກຳສະອາດຍືນຍົງ ເພື່ອສະໜອງຄວາມຕ້ອງການຂອງການຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ, ພັດທະນາພະລັງງານໄຟຟ້າເພື່ອສະໜອງໃຫ້ແກ່ການຊົມໃຊ້ພາຍໃນ ແລະເປັນຂາອອກ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມການພັດທະນາເຂດເສດຖະກິດພິເສດສາມລ່ຽມຄຳ ກາຍເປັນແມ່ແຮງຊຸກຍູ້ເສດຖະກິດຂອງແຂວງໃຫ້ຂະຫຍາຍຕົວ.

ນອກນີ້ ໄດ້ກຳນົດເອົາ 4 ຂະແໜງເປັນເສດຖະກິດປາຍແຫລມ ເຊັ່ນ: ຂະແໜງຂົນສົ່ງ, ຂະແໜງກະສິກຳ,ຂະແໜງທ່ອງທ່ຽວ ແລະ ຂະແໜງການຄ້າ,ໂຄງການກໍ່ສ້າງສະໜາມບິນສາກົນແຂວງບໍ່ແກ້ວ ເປັນກິດຈະກຳໜຶ່ງໃນ 13 ກິດຈະກຳທີ່ໄດ້ກຳນົດໄວ້ ໃນສັນຍາພັດທະນາເຂດເສດຖະກິດພິເສດສາມລ່ຽມຄຳ ແລະ ເປັນການຈັດຕັ້ງປະຕິບັດໂດຍກົງຕໍ່ຍຸດທະສາດໃນການພັດທະນາແຂວງບໍ່ແກ້ວ ເຊິ່ງເປັນໂຄງການທີ່ສຳຄັນ ແລະ ເປັນໂຄງການຂະໜາດໃຫ່ຍທີ່ມີຄຸນປະໂຫຍດອັນໃຫ່ຍຫລວງເປັນການສົ່ງເສີມການຄົມມະນາຄົມຂົນສົ່ງທາງອາກາດເຊື່ອມຈອດຂອງແຂວງບໍ່ແກ້ວ ກັບພາຍໃນປະເທດ ແລະ ສາກົນ ທັງເປັນການນຳເອົາຄວາມສະດວກໃຫ້ແກ່ການລົງທຶນ, ການທ່ອງທ່ຽວ, ເປັນສະໜາມບິນທີ່ມີການກໍ່ສ້າງໄວ ໄດ້ມາດຕະຖານສາກົນ.

ໂຄງການສະນາບິນສາກົນບໍ່ແກ້ວ ເປັນການລົງທຶນຂອງບໍລິສັດ ກຣິດເຕີເບເອເລຍອິນເວດເມັນແອນດີເວີລົບເມັ້ນຈຳກັດ ຮ້ອຍສ່ວນຮ້ອຍ ໃນຮູບແບບ BOT, ເປັນສະໜາມບິນຂະໜາດ Code 4C , ມູນຄ່າການລົງທຶນທັງໜົດ 225.358.700 ໂດລາສະຫະລັດ ,ອາຍຸສຳປະທານ 50 ປີ ,ສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ,ເລີ່ມລົງມື້ກໍ່ສ້າງນັບແຕ່ວັນທີ 20 ກັນຍາ ປີ 2022 ໃນເນື້ອທີ່ດິນກໍ່ສ້າງ 314 ເຮັກຕາ 5.478 ຕາແມັດ, ມີທາງແລ່ນຂື້ນ-ລົງຍາວ 2.700 ແມັດ ແລະ ສາມາດຂະຫຍາຍໄດ້ເຖິງ3.000 ແມັດ ,ສາມາດຮອງຮັບການລົງຈອດຂອງຍົນແອບັດສ A320 ແລະ ໂບອິ້ງ 737 , ອາຄານ ຜູ້ໂດຍສານສາມາດຮອງຮັບຜູ້ໂດຍສານເຂົ້າ-ອອກ 600 ຄົນໃນເວລາດຽວກັນ, ມີອາຄານຄວບຄຸມບິນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆຢ່າງເປັນລະບົບ ຫັລງຈາກໜົດກຳນົດອາຍຸສຳປະທານແລ້ວ ຈະມອບໂອນໂຄງການຄືນໃຫ້ລັດຖະບານຕາມອາຍຸການສຳປະທານຂອງການລົງທຶນ, ລວມທັງເນື້ອທີ່ດິນ ຊຶ່ງຕິດພັນ ແລະ ເປັນສ່ວນໜຶ່ງຂອງເນື້ອທີ່ພັດທະນາໃນສັນຍາວ່າດ້ວຍການພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄຳຕາມສັນຍາສະບັບປັບປຸງໃນປີ 2014.

ຂ່າວ: ສົມພາວັນ ມະວົງໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments