Saturday, July 27, 2024
Homeຂ່າວການເມືອງທ່ານ ຮອງປະທານປະເທດແຫ່ງ ສປປລາວ ເຄື່ອນໄຫວຢ້ຽມຢາມໂຮງງານຫົວອາຫານສັດ

ທ່ານ ຮອງປະທານປະເທດແຫ່ງ ສປປລາວ ເຄື່ອນໄຫວຢ້ຽມຢາມໂຮງງານຫົວອາຫານສັດ

———-000——–

ໃນວັນທີ່ 2 ກຸມພາ 2024 ນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ, ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະພະແນກການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ຊຸກຍູ້ ການກະກຽມ ແລະ ປັບປຸງ ໂຮງງານຫົວອາຫານ ຂອງບໍລິສັດໄຊມີ່ງເມືອງ ຢູ່ບ້ານຫ້ວຍຂຸມເມືອງໄຊ ແຂວງອຸດົມໄຊ, ໂອກາດດັ່ງກ່າວໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບ ການກະກຽມ ແລະ ປັບປຸງ ໂຮງງານຫົວອາຫານ ຂອງບໍລິສັດໄຊມີ່ງເມືອງ ເຊີ່ງໂຮງງານນີ້ມີກຳລັງການຜະລິດຂອງໂຮງງານແມ່ນ 60.000 ໂຕນ/ປີ, ປະຈຸບັນແມ່ນໄດ້ທົດລອງຜະລິດຫົວອາຫານສັດໃນຫຼາຍຊະນິດຕາມແຜນການຜະລິດຂອງໂຮງງານ ປະຈຳປີ 2024 ຄື ຫົວອາຫານໝູກາງ 1.300ໂຕນ, ຫົວອາຫານໝູນ້ອຍ1.200ໂຕນ, ຫົວອາຫານໄກ່ນ້ອຍ 2.000 ໂຕນ, ຫົວອາຫານໄກ່ໃຫຍ່1.500 ໂຕນ, ຫົວອາຫານໄກ່ໄຂ່ 4.000 ໂຕນ,

ພ້ອມດຽວກັນນີ້ ທາງບໍລິສັດຕ້ອງການເກັບຊື້ວັດຖຸດິບພາຍໃນປະເທດ ຈຳນວນ 5.000 ໂຕນ ເພື່ອມາເປັນປະສົມຂອງຫົວ ອາຫານສັດ ປະກອບມີ: ສາລີ, ມັນຕົ້ນ, ກາກມັນຕົ້ນ, ຮຳ, ຫີນບົດ ແລະ ເກືອ ເພື່ອໃຊ້ເຂົ້າໃນການຜະລິດຫົວອາຫານສັດ ແລະ ຍັງຕ້ອງການນຳເຂົ້າວັດຖຸດິບທີ່ບໍ່ສາມາດຜະລິດຢູ່ ສປປ ລາວ ໄດ້ເຊັ່ນ: ກາກຖົ່ວເຫຼືອງ, ແປ້ງເຂົ້າ ບາເລ່, ຮຳເຂົ້າບາເລ່, ຊ່າເຫຼົ້້າສາລີ, ກາກນ້ຳຕານ, ນ້ຳມັນຖົ່ວເຫຼືອງ, ໂຄລີນ, ແຄລຊຽມ (ດູກປົ່ນ), ນ້ຳຢາ ໜຽວ, ປຼີມິກ, ອາຫານເສີມສຳລັບສັດ, ປາປົ່ນ, ຜົງໂປຣຕິນ, ກາກແກ່ນຝ້າຍ, ສານຮັກສາຄຸນະພາບອາ ຫານສັດ, ວິຕາມິນລວມ, ຫີນຝຸ່ນ, ແຮ່ທາດ, ຜົງໂປຣຕິນສາລີ, ຜົງໂປຣຕິນຖົ່ວ, ແປ້ງຝຸ່ນ, ກາກແກ່ນຜັກ.

ໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ກໍ່ໄດ້ເນັ້ນໃຫ້ພະແນກການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນພະແນກກະສິກຳ ແລະ ປ່າໄມ້ ພະແນກອຸດສາຫະກຳແລະ ການຄ້າແຂວງ ພ້ອມດ້ວຍຄະນະປະທານບໍລິສັດຈົ່ງສຶບຕໍ່ພັດທະນາ ຈົນສາມາດຜະລິດອອກຈຳໜ່າຍໃນທ່ອງຕະຫຼາດ ເພື່ອສະໜອງໃຫ້ແກ່ຊາວກະສິກອນໃນບັນດາແຂວງພາກເໜືອຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments