Saturday, July 27, 2024
Homeຂ່າວຕ່າງປະເທດທ່ານ ວາລາດີເມຍ ປູຕິນ ລົງສະໝັກເລືອກຕັ້ງປະທານາທິບໍດີ ຣັດເຊຍ ຢ່າງເປັນທາງການ

ທ່ານ ວາລາດີເມຍ ປູຕິນ ລົງສະໝັກເລືອກຕັ້ງປະທານາທິບໍດີ ຣັດເຊຍ ຢ່າງເປັນທາງການ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 30 ມັງກອນ, ຄະນະກຳ ມະການ ການເລືອກຕັ້ງກາງ ຂອງ ຣັດເຊຍ (CEC) ຂຶ້ນທະບຽນ ທ່ານ ວາລາດີເມຍ ປູຕິນ ພວມດຳລົງ ຕໍາແໜ່ງ ປະທານາທິບໍດີ ຣັດເຊຍ ໃນຖານະ ຜູ້ສະໝັກ ຊິງຕໍາແໜ່ງ ປະທານາ ທິບໍດີ ການເລືອກຕັ້ງ ໃນສະໄໝຕໍ່ໄປ ໃນຣັດເຊຍ.

ຫລັງຈາກ ທ່ານ ເອລລາ ພຳຟີໂລວາ, ປະທານ ຄະນະກຳມະການ ປະກາດວ່າ: ການຕັດສິນໃຈ ດັ່ງກ່າວ ໄດ້ຮັບການ ອະນຸມັດ ຢ່າງເປັນເອກະສັນ. ທ່ານ ນາຕັນຍາ ບູດາຣີນາ ເລຂາທິການ ຄະນະ ກຳມະການ ລະບຸວ່າ: ທ່ານ ວາລາດີເມຍ ປູຕິນ ໄດ້ຮັບລາຍເຊັນ ຂອຜູ້ມີສິດເລືອກຕັ້ງ 315.000 ຄົນ ທີ່ສະໜັບ ສະໜູນ, ຊຶ່ງຕົວເລກ ດັ່ງກ່າວ ເກີນຄາດ 300.000 ຄົນ ທີ່ຜູ້ສະໝັກ ຊິງຕໍາແໜ່ງ ຈະຕ້ອງເກັບກຳ ລາຍເຊັນ ເພື່ອລົງທະບຽນ ຢ່າງເປັນທາງການ ຕາມກົດໝາຍຂອງ ຣັດເຊຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments