Saturday, July 27, 2024
Homeຂ່າວຕ່າງປະເທດສປຈີນ-ຣັດເຊຍ ລົງນາມຂໍ້ຕົກລົງທາງການຄ້າ ມູນຄ່າ 1,36 ໝື່ນລ້ານຢວນ

ສປຈີນ-ຣັດເຊຍ ລົງນາມຂໍ້ຕົກລົງທາງການຄ້າ ມູນຄ່າ 1,36 ໝື່ນລ້ານຢວນ

ສຳນັກຂ່າວ ຊິນຮວາຂອງ ສປຈີນ ລາຍງານວ່າ: ວັນທີ 30 ມັງກອນ, ບໍລິສັດຈີນ ແລະ ຫຸ້ນສ່ວນ ທາງທຸລະກິດ ຣັດເຊຍ ລົງນາມ ຂໍ້ຕົກລົງ ທາງການຄ້າ 55 ລາຍການ ມູນຄ່າລວມ 13,6 ຕື້ຢວນ, ໃນກອງປະຊຸມ ຄວາມຮ່ວມມື ທາງເສດຖະກິດ ແລະ ການຄ້າ ຈີນ-ຣັດເຊຍ ທີ່ຈັດຂື້ນ ໃນນະຄອນ ເສີ່ນຫຍາງ ເມືອງເອກ ຂອງແຂວງ ຫລຽວຫນິງ ທາງຕາເວັນອອກ ສຽງໃຕ້ຂອງ ສປ ຈີນ.

ຂໍ້ຕົກລົງ ທາງການຄ້າ ເບື້ອງຕົ້ນ ຄວບຄຸມ ພາກສ່ວນຕ່າງໆເຊັ່ນ: ສາງສິນຄ້າແບບ ຫວ່ງໂຊຄວາມເຢັນ, ບໍລິການ ທາງການເງິນ, ລວມເຖິງ ການນໍາເຂົ້າ ແລະ ສົ່ງອອກ. ຊຶ່ງຜູ້ປະກອບການ ຫລາຍກວ່າ 100 ຄົນ ຈາກຣັດເຊຍ ແລະ ປະເທດຕ່າງໆ ໃນສະຫະພາບ ເສດຖະກິດ ຢູເຣເຊຍ ເຂົ້າຮ່ວມ ກອງປະຊຸມ ດັ່ງກ່າວ, ພ້ອມດ້ວຍ ຄະນະຕົວແທນ ຜູ້ປະກອບການ, ຜູ້ຊຽວຊານ ດ້ານອຸດສາຫະກຳ ແລະ ນັກວິຊາການ ຈາກ ສປ ຈີນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments