Saturday, July 27, 2024
Homeຂ່າວໜ້າໜຶ່ງເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງສະມາຊິກກໍາມະບານລາວ ໃຫ້ຜ່ານມຜ່າຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດໃຫ້ດີຂຶ້ນກວ່າເກົ່າ

ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງສະມາຊິກກໍາມະບານລາວ ໃຫ້ຜ່ານມຜ່າຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດໃຫ້ດີຂຶ້ນກວ່າເກົ່າ

ສະຫະພັນກໍາມະບານລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ກຸມພາ ປີ 1956 ຕາມການຕົກລົງຂອງກົມການເມືອງສູນກາງພັກຢູ່ເຂດທີ່ຫມັ້ນຂອງການປະຕິວັດ ແຂວງຫົວພັນ ໂດຍແມ່ນ ທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳເພື່ອປຸກລະດົມຂົນ ຂວາຍ, ເຕົ້າໂຮມຄວາມສາມັກຄີຂອງກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ມີນ້ຳໃຈຮັກຊາດ, ຢຶດຫມັ້ນທັດສະນະຊົນຊັ້ນກຳມະກອນຢ່າງແທ້ຈິງ, ສົ່ງເສີມວຽກເຮັດງານທຳ ແລະ ເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ສ້າງໃຫ້ເຂົາເຈົ້າກາຍເປັນກຳລັງແຮງສັງລວມປະກອບສ່ວນເຂົ້າໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ. ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນ, ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະ ຫຼາດສ່ອງໃສ, ພັກປະຊາຊົນ ປະຕິວັດລາວ, ສະຫະພັນກໍາມະບານລາວ ໄດ້ເອົາໃຈໃສ່ນໍາພາກໍາມະກອນ ແລະ ຊາວຜູ້ອອກແຮງງານລາວຢູ່ແຫ່ງຕ່າງໆ ໃນທົ່ວປະເທດຕໍ່ສູ້ກູ້ຊາດ ຕ້ານການກົດຂີ່ຂູດຮີດຂອງພວກຈັກກະພັດຕ່າງດ້າວ ເຮັດໃຫ້ສາມາດໂຄ້ນລົ້ມລະບອບລາຊາທິປະໄຕ ແລະ ລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໄດ້ຢ່າງສິ້ນເຊີງແລ້ວສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ ປີ 1975.

ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ສະຫະພັນກຳມະບານລາວແຕ່ລະຂັ້ນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ປັບປຸງພາລະບົດບາດ, ສິດໜ້າທີ່ ແລະ ແບບແຜນວິທີເຮັດວຽກຂອງຕົນໃຫ້ສອດຄ່ອງກັບສະພາບຕົວຈິງຂອງສັງຄົມໃນແຕ່ລະໄລຍະ, ພ້ອມທັງໄດ້ເອົາໃຈໃສ່ຂະຫຍາຍການຈັດຕັ້ງກຳມະບານໄປສູ່ຂົງເຂດການລົງທຶນຂອງຕ່າງປະເທດ ແລະ ຫົວໜ່ວຍແຮງງານຕ່າງໆ ເພື່ອເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະຊາວຜູ້ອອກ ແຮງງານລາວ ເປັນຕົ້ນ: ການປະຕິບັດນະໂຍບາຍເບີ່ງແຍງດູແລໃນເວລາເຈັບເປັນ, ເສຍຊີວິດ, ການໄກ່ເກ່ຍຂໍ້ຂັດແຍ່ງແຮງງານ, ແລະ ອື່ນໆ.

ນັບແຕ່ມີການສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ໃນໄລຍະຜ່ານມາສະຫະພັນກຳມະບານລາວກໍໄດ້ເອົາໃຈໃສ່ໃນການປົກປ້ອງ ສິດຜົນປະໂຫຍດຂອງສະມາຊິກກຳ ມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວເຫັນໄດ້ມີຜົນສຳເລັດຫຼາຍໆດ້ານ. ເປັນຕົ້ນໃນປີ 2022-2023 ຜ່ານມາທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ສະຫະພັນກຳມະບານລາວກໍໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ປົກປ້ອງຊ່ວຍ ເຫຼືອຊາວຜູ້ອອກແຮງງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ, ລະດົມທຶນຂໍການຊ່ວຍ ເຫຼືອນຳອົງການຈັດຕັ້ງສາກົນ, ບັນດາປະເທດເພື່ອມິດຍຸດທະສາດ ແລະ ມອບເຄື່ອງຊ່ວຍເຫຼືອສະມາຊິກກຳມະບານ, ກຳມະກອນທີ່ຮັບຜົນກະທົບຢູ່ໂຮງຈັກໂຮງງານທີ່ມີການແພ່ລະບາດພະຍາດໂຄວິດ-19; ລະດົມທຶນນຳສະມາຊິກກຳມະບານ, ກຳມະ ກອນ ເພື່ອຊ່ວຍເຫຼືອບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ; ໄດ້ສະເໜີລັດຖະບານຂຶ້ນຄ່າແຮງງານຂັ້ນຕ່ຳຊຸດໃໝ່ໃນພາກວິສາຫະກິດຈາກ 1.100.000 ກີບ ມາເປັນ 1.200.000 ກີບ ໄດ້ເລີ້ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 1 ສິງຫາ 2022 ເປັນຕົ້ນມາ ແລະ ໃນວັນທີ 1 ພຶດສະພາ 2023 ຈາກ 1.200.000 ກີບ ຂຶ້ນເປັນ 1.300.000 ກີບ ແລະ ໃນວັນທີ 10 ຕຸລາ 2023 ຈາກ 1.300.000 ກີບ ຂື້ນເປັນ 1.600.000 ກີບ.

ກຳມະບານລາວ ແມ່ນອົງການທີ່ເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີຂອງກຳ ມະກອນ ແລະ ຊາວຜູ້ອອກແຮງງານລາວ ຊື່ງເປັນກຳລັງຫຼວງໃນພາລະກິດຫັນເປັນອຸດສະຫະກຳ ແລະ ທັນສະໄໝໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ຢ່າງໃດກໍຕາມ, ໃນສະພາບເສດຖະກິດຂອງປະເທດທີ່ຄວາມຄວາມຫຍຸ້ງຍາກສັບສົນດ້ານງົບປະມານໃນປັດຈຸບັນ ເປັນຕົ້ນ: ບັນຫາເງິນເຟີ້, ລາຄານໍ້າມັນ ແລະລາຄາສິນຄ້ານັບມື້ເພີ່ມຂຶ້ນ ແລະ ອື່ນໆ ເຮັດໃຫ້ກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າຢ່າງຫຼີກຫຼ່ຽງບໍ່ໄດ້. ໃນໂອກາດວັນສ້າງຕັ້ງອົງການກຳມະບານລາວ ທີ 1 ກຸມພາ ຄົບຮອບ 68 ປີ ໃນປີນີ້.

ຮຽກມາຍັງສູນກາງສະຫະພັນກໍາມະບານລາວ ກໍຄື ສະຫະພັນກໍາມະບານລາວແຕ່ລະຂັ້ນ ຈົ່ງເອົາໃຈໃສ່ປຶກສາຫາລືກັບທຸກພາກສ່ວນທີ່ກ່ຽວຂ້ອງເພື່ອຫາວິທີເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກກໍາມະບານໝົດທຸກຄົນໃຫ້ສາ ມາດຜ່ານມາຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ພວມປະສົບຢູ່ ກໍຄື ເຮັດໃຫ້ຊີວິດການເປັນນັບມື້ດີຂຶ້ນ ຊຶ່ງອາດຈະເປັນການເພີ່ມເງິນເດືອນ, ເງິນນະໂຍບາຍ ແລະ ອື່ນໆ ຕາມຄວາມເໝາະສົມ ແລະ ຕາມເງື່ອນໄຂຕົວຈິງ.

ຮຽກຮ້ອງມາຍັງຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານລາວບັນດາເຜົ່າ ຈົ່ງຕັ້ງໜ້າເສີມຂະຫຍາຍມູນເຊື້ອວັນທີ 1 ກຸມພາ ກໍຄືມູນເຊື້ອແຫ່ງຄວາມດຸໝັ່ນ, ອົດທົນ ແລະ ດ້ວຍຄວາມເສຍສະ ຫລະເພື່ອປະເທດຊາດເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນຢ່າງຕັ້ງໜ້າ, ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະກາງສະໄໝຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ ສະໄໝທີ VIII ເຂົ້າສູ່ວຽກງານກຳມະບານຂອງແຕ່ລະຂະແໜງແຕ່ສູນກາງຮອດທ້ອງຖິ່ນ ແລະ ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃນຂົງເຂດວຽກງານກຳມະບານທົ່ວປະເທດໃຫ້ນັບມື້ໄດ້ຮັບຜົນສໍາເລັດໃຫຍ່ຫລວງກວ່າເກົ່າ.

“ກຳມະບານລາວ ເຂັ້ມແຂງທັນສະໄໝສາມັກຄີ ມີວິໄນ ແລະ ນ້ຳໃຈສາກົນກຳມະ ຊີບ”

ນໍ້າໃຈວັນທີ 1 ກຸມພາ ໝັ້ນຍືນ

Cr: ຂ່າວອອນລາຍ, ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments