Saturday, July 27, 2024
Homeຂ່າວຕ່າງປະເທດຣັດເຊຍ ເພີ່ມທະວີການຊຳລະທີ່ໃຊ້ສະກຸນເງິນຕາໃນປະເທດ ສຳລັບບຣິກສ

ຣັດເຊຍ ເພີ່ມທະວີການຊຳລະທີ່ໃຊ້ສະກຸນເງິນຕາໃນປະເທດ ສຳລັບບຣິກສ

ວິທະຍຸ ກະຈາຍສຽງ ຫວຽດນາມ,ວັນທີ 30 ມັງກອນນີ້, ທ່ານ ອີວິຣາ ນາບີວເລຍ(Elvira Nabiullia) ຜູ້ອຳນວຍການ ທະນາຄານ ສູນກາງ ຣັດເຊຍ ໃຫ້ຮູ້ວ່າ: ປັດຈຸບັນ, ອັດຕາ ການຊຳລະ ນຳໃຊ້ສະກຸນເງິນ ພາຍໃນປະເທດ ຂອງຣັດເຊຍ ກັບບັນດາປະເທດ ໃນກຸ່ມບັນດາ ພື້ນຖານ ເສດຖະກິດ ຫາກໍ່ພົ້ນເດັ່ນ ຫລື BRICS (ລວມມີ ບຣາຊິນ, ຣັດເຊຍ, ອິນເດຍ, ສປ ຈີນ ແລະ ອາຟະລິກາໃຕ້ ໄດ້ເພີ່ມຂຶ້ນເຖິງ 85%. ຂະນະທີ່ ອັດຕາສ່ວນ ຂອງບັນດາ ປະເທດໃນກຸ່ມ Brics ໃນດຸ່ນການຄ້າຂອງ ຣັດເຊຍ ກໍເພີ່ມຂຶ້ນເຖິງ 40%, ຊຶ່ງໃນປີ 2022 ແມ່ນ 30%.ໃນປີນີ້, ດ້ວຍບົດບາດ ເປັນປະທານ ໝູນວຽນຂອງ BRICS, ຣັດເຊຍ ຈະຕັ້ງໜ້າຊຸກຍູ້ ການຮ່ວມມື ໃນຂົງເຂດ ລະບົບ ຊຳລະ ດ້ວຍສະກຸນ ເງິນຕາ ໃນປະເທດ ຂອງກຸ່ມນີ້. ພ້ອມດຽວກັນນັ້ນ, ກຸ່ມ BRICS ກໍຈະປຶກສາຫາລື ການພັດທະນາ ເຕັກໂນໂລຢີ ການເງິນ, ບັນຫາ ຄວາມໝັ້ນຄົງ ດີຈີຕອນ ໃນຂົງເຂດ ການເງິນ, ໜ້າທີ່ພັດທະນາ ແບບຍືນຍົງ ແລະ ການປັບຕົວ ຂອງພື້ນຖານ ເສດຖະກິດ ຕໍ່ການປ່ຽນແປງ ຂອງດິນຟ້າອາກາດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments