Saturday, July 27, 2024
Homeແຈ້ງການສໍາຄັນໄອເອັມເອຟ ຍົກລະດັບການຄາດຄະເນອັດຕາການເຕີບໂຕເສດຖະກິດທົ່ວໂລກ

ໄອເອັມເອຟ ຍົກລະດັບການຄາດຄະເນອັດຕາການເຕີບໂຕເສດຖະກິດທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມ ວັນທີ 31 ມັງກອນນີ້, ກອງທຶນເງິນຕາສາກົນ (IMF) ໄດ້ປະກາດບົດລາຍງານ ກ່ຽວກັບແງ່ຫວັງ ເສດຖະກິດໂລກ (WEO) ສະບັບຫລ້າສຸດ, ໃນນັ້ນ ໄດ້ຍົກລະດັບ ການຄາດຄະເນ ອັດຕາ ການເຕີບໂຕ ເສດຖະກິດ ທົ່ວໂລກ ປີ 2024 ຂຶ້ນເປັນ 3,1%.ເມື່ອອະທິບາຍ ກ່ຽວກັບ ການຍົກລະດັບ ການຄາດຄະເນ ການເຕີບໂຕ ເສດຖະກິດໂລກ ໃນປີ 2024 ນີ້, IMF ໃຫ້ຮູ້ວ່າ: ປັດໄຈຕົ້ນຕໍແມ່ນ ຄວາມສາມາດ ຟື້ນຟູ ແບບແປກປະຫລາດໃຈ ຢູ່ບັນດາ ພື້ນຖານ ເສດຖະກິດ ພັດທະນາ ແລະ ຫາກໍພົ້ນເດັ່ນ ໃນທົ່ວໂລກ, ໃນນັ້ນ ມີ ສ.ອາເມລິກາ ແລະ ສປ ຈີນ. ລະດັບ ການຄາດຄະເນໃໝ່ ຂອງອົງການ IMF ນີ້ ແມ່ນສູງກວ່າ 0,2% ເມື່ອທຽບໃສ່ການຄາດຄະເນ ກ່ອນໜ້ານັ້ນ (ເດືອນຕຸລາ 2023). ເຖິງຢ່າງໃດກໍຕາມ, ທ່ານ Pierre – Olivier Gourinchas ຫົວໜ້ານັກຊ່ຽວຊານ ດ້ານເສດຖະກິດ ຂອງ IMF ກ່າວເຕືອນວ່າ: ເຖິງວ່າ ຄວາມສາມາດ sofl landing ຂອງພື້ນຖານເສດຖະກິດທົ່ວໂລກ ໄດ້ເພີ່ມຂຶ້ນ ແຕ່ອັດຕາການເຕີບໂຕ ຍັງຊ້າ ແລະ ຄວາມສຽງ ຍັງຊ້ອນແຝງຢູ່. ຕາມການຄາດຄະເນຂອງ IMF, ການເຕີບໂຕ ເສດຖະກິດ ທົ່ວໂລກ ໃນປີນີ້ ແລະ ປີໜ້າ ຈະຢູ່ລະດັບ 3,8%. ໃນຈຳນວນ ບັນດາ ພື້ນຖານ ເສດຖະກິດ ຂຶ້ນກັບ ກຸ່ມບັນດາປະເທດ ອຸດສາຫະກຳ ພັດທະນາ (G7), ການເຕີບໂຕ ຢູ່ບັນດາປະເທດ ເອີຣົບ ຍັງອ່ອນຢູ່ ໃນຂະນະທີ່ ຍີ່ປຸ່ນ ແລະ ການາດາ ຄາດວ່າ ຈະເຕີບໂຕດີກວ່າ. ສຳລັບ 2 ພື້ນຖານ ເສດຖະກິດ ໃຫຍ່ສຸດໃນໂລກ ນັ້ນແມ່ນ ສ.ອາເມລິກາ ແລະ ສປ ຈີນ, IMF ຄາດວ່າ ພື້ນຖານເສດຖະກິດ ຂອງ ສ.ອາເມລິກາ ຈະເຕີບໂຕ ໃນລະດັບ 2,1%, ຫລຸດລົງໜ້ອຍໜຶ່ງ ເມື່ອທຽບໃສ່ປີ 2023. ໃນຂະນະນັ້ນ, ພື້ນຖານ ເສດຖະກິດ ຂອງ ສປ ຈີນ ພວມຢູ່ໃນທ່ວງ ທ່າເຕີບໂຕ 4,6% ໃນປີ 2024.ຂະນະທີ່ ອິນເດຍ ຈະສືບຕໍ່ ແມ່ນຈຸດພົ້ນເດັ່ນ ຂອງພື້ນຖານ ເສດຖະກິດ ທົ່ວໂລກ ເມື່ອ ອົງການ IMF ຄາດຄະເນວ່າ: ພື້ນຖານ ເສດຖະກິດນີ້ ຈະເຕີບໂຕ 6,5% ໃນປີນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments