Saturday, July 27, 2024
Homeຂ່າວຕ່າງປະເທດອາຊຽນ ຕົກລົງເຫັນດີ 5 ຂໍ້ເອກະສານທາບທາມຫລັກ ແກ້ໄຂບັນຫາມຽນມາ

ອາຊຽນ ຕົກລົງເຫັນດີ 5 ຂໍ້ເອກະສານທາບທາມຫລັກ ແກ້ໄຂບັນຫາມຽນມາ

ວິທະຍຸກະຈາຍສຽງຫວຽດນາມ ວັນທີ 30 ມັງກອນນີ້ ທ່ານ ນາງ ເຣັດໂນ ມາຊູດີ (Retno Marsudi), ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ໄດ້ສະແດງຄວາມຊົມເຊີຍຕໍ່ຄຳໝັ້ນສັນຍາຂອງບັນດາສະມາຊິກອາຊຽນ ໃນການສືບຕໍ່ຊຸກຍູ້ ການປະຕິບັດຄວາມເຫັນດີ 5 ຂໍ້ (5PC) ເພື່ອແກ້ໄຂວິກິດການມຽນມາ. ທ່ານ ນາງ ເຣັດໂນ ມາຊູດີ (Retno Marsudi)ໃຫ້ຮູ້ວ່າ: ໃນຖານະ ເປັນປະເທດ ປະທານ ອາຊຽນ ປີ 2023, ອິນໂດເນເຊຍ ໄດ້ມອບໃຫ້ ສປປ ລາວ ເປັນປະທານອາຊຽນ 2024 ບັນດາ ຄວາມມານະພະຍາຍາມ ແກ້ໄຂບັນຫາ ໃນມຽນມາ. ອິນໂດເນເຊຍ ຫວັງວ່າ ບໍ່ມີຝ່າຍໃດ ມີການກະທຳ ສະກັດກັ້ນ ການປະຕິບັດ ຄວາມເຫັນດີ 5 ຂໍ້ ຊຶ່ງອິນໂດເນເຊຍ ພ້ອມແລ້ວ ທີ່ຈະສືບຕໍ່ໜູນຊ່ວຍ ມຽນມາ ຢຸດຕິວິກິດການ ດ້ວຍວິທີການ ສົມທົບກັບ ສປປ ລາວ, ໃນຖານະ ເປັນປະເທດ ປະທານ ອາຊຽນ 2024 ແລະ ມາເລເຊຍ, ປະທານ ກຸ່ມອາຊຽນ 2025 ຕາມກົນໄກ troika. ບັນດາຝ່າຍ ຈະປຶກສາຫາລື ສົມທົບກັນ ກ່ຽວກັບ ການສະໜອງ ການໜູນຊ່ວຍ ມະນຸດສະທຳ ແລະ ຊຸກຍູ້ ການເຈລະຈາ ຢ່າງຮອບດ້ານ ພາຍຫລັງ ຈັດໃນກອງປະຊຸມ ວົງແຄບ ຂອງບັນດາ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຢູ່ແຂວງ ຫລວງພະບາງ ຂອງ ສປປ ລາວ ຈັດຂຶ້ນ ເມື່ອບໍ່ດົນມານີ້ ບັນດາຝ່າຍ ໄດ້ເຫັນດີ ເປັນເອກະພາບ ສະໜັບ ສະໜູນ ຂໍ້ລິເລີ່ມຂອງ ໄທໃນການສ້າງແລວ ມະນຸດສະທຳ ເພື່ອແນໃສ່ ສະໜອງ ການໜູນຊ່ວຍ ໃຫ້ແກ່ ຜູ້ຄົນຕ້ອງອົບພະຍົບ ອອກຈາກ ປະເທດ ມຽນມາ ຍ້ອນການ ປະທະກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments