Saturday, July 27, 2024
Homeຂ່າວໜ້າໜຶ່ງປົກປ້ອງແມ່ຍິງ ແລະ ເດັກຍິງ ຈາກຄວາມຮຸນແຮງ ທຸກບ່ອນ ທຸກມື້ ທຸກຄົນ

ປົກປ້ອງແມ່ຍິງ ແລະ ເດັກຍິງ ຈາກຄວາມຮຸນແຮງ ທຸກບ່ອນ ທຸກມື້ ທຸກຄົນ

ສູນກາງສະຫະພັນແມ່ຍິງລາວ, ກະຊວງສາທາລະນະສຸກ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ມີຄຳເຫັນກ່ຽວກັບສື່ສັງຄົມອອນລາຍ ທີ່ເຜີຍແຜ່ກໍລະນີການໃຊ້ຄວາມຮຸນແຮງຂອງຜູ້ຊາຍຕໍ່ແມ່ຍິງ ລົງໃນສື່ສັງຄົມອອນລາຍ. ໃນໄລຍະຜ່ານມາ, ສື່ສັງຄົມອອນລາຍ ໄດ້ເຜີຍແຜ່ຮູບພາບການທຳຮ້າຍຮ່າງກາຍຢ່າງທາລຸນ ຊຶ່ງສ້າງຄວາມເຈັບປວດ ຕໍ່ແມ່ຍິງທີ່ບໍ່ມີທາງສູ້ ອັນໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງເປັນໃຍ, ຄວາມກັງວົນ ແລະ ຄວາມບໍ່ພໍໃຈຢ່າງກວ້າງຂວາງ. ເຫດການດັ່ງກ່າວ ໄດ້ເນັ້ນຢ້ຳໃຫ້ເຫັນ ເຖິງຄວາມຮຸນແຮງທີ່ແຜ່ຫຼາຍ ຊຶ່ງມີຢູ່ໃນຊີວິດຈິງ ແລະ ໃນສັງຄົມອອນລາຍ ທີ່ເປັນສິ່ງບໍ່ດີຕໍ່ແມ່ຍິງ ກໍຄືສັງຄົມ.

ສື່ສັງຄົມອອນລາຍ ທີ່ເຜີຍແຜ່ກ່ຽວກັບເຫດການຄວາມຮຸນແຮງ ທີ່ໜ້າຕົກໃຈ ໃນໄລຍະຜ່ານມາ, ໄດ້ເຮັດໃຫ້ເກີດຂໍ້ກັງວົນຫຼາຍປະການເຊັ່ນ: ຄວາມຮຸນແຮງຂອງຜູ້ຊາຍຕໍ່ແມ່ຍິງ, ທັດສະນະຄະຕິ, ວັດທະນະທໍາ, ຮີດຄອງປະເພນີດັ່ງເດີມ, ຄວາມສະຫງົບ ກ່ຽວກັບຄວາມຮຸນແຮງ; ການເມີນເສີຍຂອງຜູ້ພົບເຫັນ, ຜູ້ສັງເກດການ ແລະ ອື່ນໆ ອີກຫຼວງຫຼາຍ. ຮູບພາບຂອງແມ່ຍິງ ທີ່ຖືກຄູ່ຄອງຂອງຕົນ ທຸບຕີໂດຍບໍ່ໄດ້ຕໍ່ສູ້ ທີ່ຖືກເຜີຍແຜ່ລົງໃນສື່ສັງຄົມ ສະທ້ອນໃຫ້ເຫັນເຖິງສະພາບຄວາມເປັນຈິງຂອງສັງຄົມພວກເຮົາ ທີ່ເຄີຍມີຄວາມເຊື່ອຜິດໆກັນວ່າ: ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເປັນບັນຫາສະເພາະຂອງຄົນພາຍໃນຄອບຄົວ.

ລັດຖະບານ ສປປ ລາວ, ລວມທັງສະຫະພັນແມ່ຍິງລາວ, ກະຊວງສາທາລະນະສຸກ ໂດຍສະເພາະ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ກະຊວງສາທາລະນະສຸກ ໄດ້ຮ່ວມມືກັບ ອົງການ UNFPA ໄດ້ໃຫ້ການຊ່ວຍເຫຼືອທີ່ຈຳເປັນແກ່ຜູ້ເຄາະຮ້າຍ. ລັດຖະບານ ໂດຍການຮ່ວມມືກັບອົງການ UNFPA ຍັງຈະສືບຕໍ່ໃຫ້ຄວາມສຳຄັນ ຕໍ່ການປົກປ້ອງ ແລະ ການຊ່ວຍເຫຼືອເບິ່ງແຍງຄວາມເປັນຢູ່ທີ່ດີ ຂອງຜູ້ຖືກເຄາະຮ້າຍ ແລະ ຈະສະເໜີໂອກາດໃນການພື້ນຟູ, ສ້າງຄວາມເຂັ້ມແຂງໃຫ້ຜູ້ເຄາະຮ້າຍ ໂດຍການເອົາຜູ້ເຄາະຮ້າຍເປັນໃຈກາງ.

ແມ່ຍິງ 1 ໃນ 3 ທົ່ວໂລກ ປະເຊີນກັບຄວາມຮຸນແຮງທາງຮ່າງກາຍ ຫຼື ທາງເພດ ແລະ ສະຖິຕິທົ່ວໂລກເຫຼົ່ານີ້ ສອດຄ່ອງກັບການສຶກສາຄວາມຮຸນແຮງຕໍ່ແມ່ຍິງລະດັບຊາດ ປະຈໍາປີ 2014 ໃນປະເທດລາວ ພົບວ່າ: 1 ໃນ 3 ຂອງແມ່ຍິງ ຖືກຄວາມຮຸນແຮງທາງຮ່າງກາຍ, ທາງເພດ ແລະ ທາງອາລົມ ໂດຍຄູ່ຄອງ ຫຼື ຄູ່ສົມລົດຕົນເອງ. ການສຶກສານີ້ ຍັງພົບວ່າ: ມີແມ່ຍິງພຽງ 10 ໃນ 100 ຄົນເທົ່ານັ້ນ ທີ່ເລົ່າປະສົບການຄວາມຮຸນແຮງໃຫ້ຜູ້ອື່ນຮູ້ ແລະ ມີພຽງ 2 ໃນ 100 ຄົນເທົ່ານັ້ນ ທີ່ຂໍຄວາມຊ່ວຍເຫຼືອ ແລະ ບໍລິການຕ່າງໆ.

ໃນວິດີໂອ ທີ່ເຜີຍແຜ່ການໃຊ້ຄວາມຮຸນແຮງຜ່ານສື່ອອນລາຍ. ຄວາມເປັນສ່ວນຕົວຂອງຜູ້ເຄາະຮ້າຍ ແມ່ນເປັນສິ່ງສຳຄັນ ແລະ ພວກເຮົາ ຂໍຮຽກຮ້ອງໃຫ້ຜູ້ນຳໃຊ້ສື່ມວນຊົນ ຢຸດການເຜີຍແຜ່ວິດີໂອ, ຮູບພາບ ຊຶ່ງຈະເປັນການສ້າງຄວາມຊ້ຳໃຈໃຫ້ແກ່ຜູ້ເຄາະຮ້າຍ ແລະ ກະຕຸ້ນຄວາມຊ້ຳໃຈໃຫ້ແກ່ຜູ້ເຄາະຮ້າຍຄົນອື່ນ. ໃນວິດີໂອ ຍັງເຫັນວ່າ: ຄົນອ້ອມຂ້າງ, ຜູ້ທີ່ພົບເຫັນເຫດການ ບໍ່ໄດ້ເຂົ້າໄປຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍ. ການບໍ່ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນ ໃນເວລາຕົກຢູ່ໃນໄພອັນຕະລາຍ ແມ່ນມີຄວາມຜິດທາງອາຍາ ແລະ ທາງແພ່ງ “ບຸກຄົນໃດຫາກໄດ້ພົບເຫັນຜູ້ອື່ນ ຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼື ສຸຂະພາບ ແຕ່ບໍ່ໃຫ້ຄວາມຊ່ວຍເຫຼືອ ທັ້ງໆທີ່ຕົນເອງ ກໍມີເງື່ອນໄຂພໍຊ່ວຍເຫຼືອໄດ້ ຫຼື ບອກຄົນອື່ນ ໃຫ້ຊ່ວຍເຫຼືອ.

ແມ່ຍິງ ແລະ ເດັກຍິງ ໄດ້ຮັບການຄຸ້ມຄອງສິດຜົນປະໂຫຍດ ຕາມກົດໝາຍ ດັ່ງທີ່ເຫັນໃນກໍລະນີທີ່ເກີດຂຶ້ນນີ້, ຜູ້ຖືກເຄາະຮ້າຍ ຄວນຂໍຄວາມຊ່ວຍເຫຼືອ ຈາກຄົນອ້ອມຂ້າງ, ໜ່ວຍງານທີ່ບັງຄັບໃຊ້ກົດ ໝາຍ, ສະຫະພັນແມ່ຍິງ ແລະ ສະຖານບໍລິການສຸຂະພາບຕ່າງໆ. ສິ່ງທີ່ໜ້າກັງວົນຢ່າງໜຶ່ງຄື: ຈໍານວນການເຜີຍແຜ່ວິດີໂອ ແລະ ການຖ່າຍຮູບ ໂດຍມີຈໍານວນຄົນເບິ່ງຫຼາຍແສນຄັ້ງ ແລະ ການສົ່ງຕໍ່ນັບພັນຄັ້ງ. ຄວາມເປັນສ່ວນຕົວຂອງຜູ້ຖືກເຄາະຮ້າຍ ເປັນສິ່ງສໍາຄັນ ຊຶ່ງພວກເຮົາ ຂໍຮຽກຮ້ອງ ໃຫ້ຜູ້ທີ່ນຳໃຊ້ສື່ແລະ ເຂົ້າເຖິງສື່ສັງຄົມອອນລາຍ ຫຼີກລ່ຽງການສົ່ງຕໍ່ວິດິໂອ ແລະ ຮູບຖ່າຍ ຊຶ່ງອາດຈະເຮັດໃຫ້ຜູ້ຖືກເຄາະຮ້າຍບອບຊໍ້າທາງຈິດໃຈ ແລະ ອາດຈະກະທົບຈິດໃຈຂອງຜູ້ຖືກເຄາະຮ້າຍຄົນອື່ນ.

ເຫດການທີ່ໜ້າກັງວົນນີ້, ຍັງຕອກຢໍ້າເຖິງຄວາມຈໍາເປັນ ໃນການພະຍາຍາມຢ່າງຕໍ່ເນື່ອງ, ເຖິງວ່າ ຈະມີຄວາມຄືບໜ້າໃນ 5 ປີ ທີ່ຜ່ານມາກໍຕາມ. ລັດຖະບານ ຊຶ່ງໄດ້ຮັບການສະໜັບສະໜູນຈາກ UNFPA ໄດ້ເພີ່ມການລົງທຶນ ໃນການຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ, ການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ 2021-2025 ແລະ ໄດ້ເພີ່ມຂະຫຍາຍການຈັດຕັ້ງປະຕິບັດຂັ້ນຕອນ, ມາດຕະຖານການປະຕິບັດງານ (SOPs) ສຳລັບການຕອບສະໜອງຢ່າງເປັນລະບົບ ແລະ ການປະສານງານກັນ ຂອງຂະແໜງສັງຄົມ ແລະ ສຸຂະພາບ ເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍ ຢ່າງມີຄຸນນະພາບ. ເຖິງຢ່າງໃດກໍຕາມ ຍັງມີວຽກຫຼາຍຢ່າງ ກ່ຽວກັບກັບການຊ່ວຍເຫຼືອຜູ້ເຄາະຮ້າຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments