Saturday, July 27, 2024
Homeຂ່າວຕ່າງປະເທດໄປທ່ອງທ່ຽວປະເທດຈີນໄດ້ກັບ Vietjet: ບິນໄປ Chengdu, Shanghai ກັບ Vietjet ຜ່ານນະຄອນໂຮ່ຈິມິນ

ໄປທ່ອງທ່ຽວປະເທດຈີນໄດ້ກັບ Vietjet: ບິນໄປ Chengdu, Shanghai ກັບ Vietjet ຜ່ານນະຄອນໂຮ່ຈິມິນ

ໄປທ່ອງທ່ຽວປະເທດຈີນໄດ້ງ່າຍໆ ກັບຫວຽດເຈັດ (Vietjet) ບິນໄປ Chengdu, Shanghai ກັບ Vietjet ຜ່ານນະຄອນໂຮ່ຈິມິນ, ຄ່າປີ້ໂດຍສານຖືກທີ່ສຸດພຽງ 0 USD ສໍາລັບເສັ້ນທາງ ໂຮ່ຈິມິນ – ເສີງຕູ່ ສາມາດຈອງໄດ້ແລ້ວ ໃນວັນທີ 31 ມັງກອນ 2024 ສາຍການບິນ (Vietjet) ໃຫ້ຮູ້ວ່າ: ເພື່ອເປັນການຕ້ອນຮັບເທດສະການ ບຸນປີໃໝ່ຈີນ (ກຸດຈີນ) ແລະ ມອບທາງເລືອກໃຫ້ລູກຄ້າໃນລາວ ທີ່ມີແຜນຈະໄປຢ້ຽມຢາມ ສປ ຈີນ ໃນໂອກາດພິເສດນີ້, Vietjet ສືບຕໍ່ຂະຫຍາຍຕາໜ່າງການບິນລະຫວ່າງ ຫວຽດນາມ ແລະ ຈີນ ດ້ວຍການເປີດຖ້ຽວບິນໂຮ່ຈິມິນ – ເສີງຕູ່, ຕາມດ້ວຍຖ້ຽວບິນໂຮ່ຈິມິນ – ຊຽງໄຮ້ ໃນເວລາພຽງ 2 ເດືອນ.

ເສັ້ນທາງໂຮ່ຈີິມິນ – ເສີງຕູ່ ຈະເປີດນຳໃຊ້ໃນວັນທີ 10 ກຸມພາ 2024, ບິນໄປກັບທຸກມື້. ນີ້ແມ່ນມື້ທຳອິດຂອງ ກຸດຈີນ, ເທດສະການທີ່ໃຫຍ່ທີ່ສຸດຂອງສອງປະເທດ, ຮ່ວມອວຍພອນໃຫ້ລູກຄ້າຈົ່ງມີແຕ່ຄວາມສຸກ ແລະ ຄວາມເບີກບານມ່ວນຊື່ນໝົດປີ.

ຄ່າປີ້ໂດຍສານພຽງແຕ່ 0 USD (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບເສັ້ນທາງໃໝ່ນີ້ ແມ່ນໃຫ້ຈັບຈອງໄດ້ແລ້ວທີ່ www.vietjetair.com ຫຼື ແອັບມືຖື Vietjet Air ເດີນທາງແຕ່ວັນທີ 10 ກຸມພາ 2024 ຫາ 30 ມີນາ 2024. ຜູ້ໂດຍສານຂອງ Vietjet ຈະໄດ້ຮັບປະກັນໄພການເດີນທາງ SkyCare ຟຣີ ເພື່ອການເດີນທາງທີ່ປອດໄພ. ຖືວ່າເປັນໂອກາດດີສຳລັບນັກທ່ອງທ່ຽວຈາກລາວ ໃນການໄປທ່ຽວຈີນ ເພາະຄ່າປີ້ໂດຍສານທີ່ມີລາຄາຖືກຂອງ Vietjet ທ່ານສາມາດຢຸດພັກທີ່ນະຄອນໂຮ່ຈິມິນ ແລະ ໄປຕໍ່ເມືອງ Chengdu ແລະ Shanghai ໄດ້ຢ່າງງ່າຍດາຍ.

Vietjet ຈະເປີດຖ້ຽວບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ໃນວັນທີ 25 ກຸມພານີ້ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ພຸດ, ສຸກ ແລະ ວັນອາທິດ ດ້ວຍເວລາພຽງ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວເທົ່ານັ້ນ. Vietjet ກຳລັງຂະຫຍາຍຕົວຢູ່ຈີນ ຢ່າງເຂັ້ມແຂງທາງດ້ານຍຸດທະສາດ ໃນການເຮັດໃຫ້ອາຊີຕາເວັນອອກສຽງໃຕ້ໃຫ້ເຂົ້າໃກ້ກັບຈີນ. ເມື່ອບໍ່ດົນມານີ້, ບໍລິສັດ Vietjet ໄທໄດ້ ເລີ່ມໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຊຽງໄຮ້, ຫາງໂຈ່ວ ແລະ ກວາງໂຈ່ວ ໄປຍັງນະຄອນຫຼວງບາງກອກ ຂອງໄທ ແລະ ມີແຜນການເຊື່ອມຕົວເມືອງໃຫຍ່ຂອງຈີນຕື່ມອີກໃນໄລຍະທີ່ຈະມາຮອດນີ້. ຖ້ຽວບິນກົງເຫຼົ່ານີ້ບໍ່ພຽງແຕ່ເຮັດໃຫ້ນັກທ່ອງທ່ຽວມີທາງເລືອກໃນການເດີນທາງ ແລະ ລາຄາທີ່ຈັບຕ້ອງໄດ້ເທົ່ານັ້ນ, ແຕ່ຍັງຊ່ວຍກະຕຸ້ນເສດຖະກິດການທ່ອງທ່ຽວລະຫວ່າງປະເທດ ແລະ ພາກພື້ນນຳອີກ.

ດ້ວຍເຮືອບິນທີ່ທັນສະໄໝ, ພ້ອມຄວາມມຸ່ງໝັ້ນໃນການໃຫ້ຄວາມປອດໄພ ແລະ ການບໍລິການລູກຄ້າທີ່ພິເສດ, Vietjet ກຽມພ້ອມທີ່ຈະໃຫ້ຜູ້ໂດຍສານມີຄວາມສະດວກສະບາຍ ແລະ ມ່ວນຊື່ນໃນການເດີນທາງຕະຫຼອດປີໃໝ່. ບໍ່ວ່າຈະເປັນການເດີນທາງມາທຸລະກິດ ຫຼື ມາພັກຜ່ອນ, ຜູ້ໂດຍສານຍັງຈະໄດ້ຮັບປະສົບການທີ່ດີ ແລະ ໜ້າຈົດຈຳ ຈາກພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ. ຂໍ້ມູນເພີ່ມເຕີມ: www.vietjetair.com.

(ຂ່າວ: ຕຸໄລ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments