Saturday, July 27, 2024
HomeUncategorizedອິນໂດເນເຊຍ ຕັ້ງເປົ້າໝາຍດຶງດູດນັກລົງທຶນຢ່າງໜ້ອຍ 1.000 ຄົນ

ອິນໂດເນເຊຍ ຕັ້ງເປົ້າໝາຍດຶງດູດນັກລົງທຶນຢ່າງໜ້ອຍ 1.000 ຄົນ

ສຳນັກຂ່າວສານຫວຽດນາມ ລາຍງານວ່າ: ລັດຖະບານອິນໂດເນເຊຍ ຕັ້ງເປົ້າໝາຍດຶງດູດນັກລົງທຶນເອກະຊົນຢ່າງໜ້ອຍ 1.000 ຄົນ ໃນປີ 2024 ໂດຍຜ່ານການຜັນຂະຫຍາຍໂຄງການ “ວິຊາສີທອງ”. ນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມ ດຶງດູດຜູ້ທີ່ມີຄວາມສາມາດ ໃນການລົງທຶນ ຄຸນນະພາບສູງ ເຂົ້າມາໃນປະເທດອາຊີຕາເວັນອອກ ສຽງໃຕ້.

ທ່ານ ຊີລມິ ຄາຣິມ ຜູ້ອຳນວຍການ ອົງການ ກວດຄົນ ເຂົ້າເມືອງ ຂອງອິນໂດເນເຊຍ ກ່າວວ່າ: ບັນດາໜ່ວຍງານ ທີ່ກ່ຽວຂ້ອງ ພວມກໍ່ສ້າງ ຂໍ້ກຳນົດ ສະໜັບ ສະໜູນການ ຜັນຂະຫຍາຍ ໂຄງການ ວິຊາສີທອງ ແລະ ນັກລົງທຶນ ຈຳນວນຫລວງຫລາຍ ໄດ້ສະແດງ ຄວາມປາດຖະໜາ ທີ່ຈະສະໝັກ ຂໍວິຊາ ປະເພດນີ້.

ໂຄງການວິຊາ ດັ່ງກ່າວນີ້ ຈະອະນຸຍາດໃຫ້ ນັກລົງທຶນ ທີ່ອາໄສຢູ່ ອິນໂດເນເຊຍ ເປັນໄລຍະເວລາ 5-10 ປີ ຊຶ່ງຂື້ນຢູ່ກັບ ຈຳນວນເງິນທຶນ ທີ່ລົງທຶນ ໃນປະເທດ. ໂດຍສະເພາະ ນັກລົງທຶນ ເອກະຊົນ ມີແຜນການ ຈະສ້າງບໍລິສັດ ຢູ່ອິນໂດເນເຊຍ ດ້ວຍການລົງທຶນ ຢ່າງໜ້ອຍ 2,5 ລ້ານໂດລາ ສະຫະລັດ ຈະໄດ້ຮັບ ສິດທິພຽງພໍ ໃນ ການຢູ່ອາໄສ ເປັນເວລາ 5 ປີ. ໂດຍໄລຍະເວລາ ອາໄສຢູ່ ອາດແກ່ຍາວ ເຖິງ 10 ປີ  ຖ້າຫາກ ບ້ວງເງິນ ລົງທຶນ ຫລາຍກວ່າ 5 ລ້ານໂດລາ ສະຫະລັດ.

ສຳລັບບໍລິສັດຕ່າງປະເທດ ທີ່ມີບ້ວງເງິນ ລົງທຶນ ມູນຄ່າ 25 ລ້ານໂດລາ ສະຫະລັດ ເຂົ້າໃນ ອິນໂດເນເຊຍ ,​ໂດຍຜູ້ອຳນວຍການ ແລະ ຕາງໜ້າ ຂອງບໍລິສັດໃນ ອິນໂດເນເຊຍ ຈະໄດ້ຮັບ ອະນຸຍາດ ໃຫ້ຢູ່ອາໄສ 5 ປີ. ໄລຍະເວລານີ້ ຈະແກ່ຍາວເຖິງ 10 ປີ ຖ້າຫາກ ບ້ວງເງິນ ລົງທຶນ ເພີ່ມຂື້ນ ສອງເທົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments