Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

ຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

ໃນວັນທີ 30 ມັງກອນ 2024 ນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຄະນະຜູ້ແທນຫວຽດນາມ ນໍາໂດຍ ທ່ານ ເຈີ່ນ ມິງ ຮຸ່ງ ຮອງຜູ້ອຳນວຍການໃຫຍ່ທວິທະຍຸກະຈາຍສຽງຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ເຈີ່ນ ມິງ ຮຸ່ງ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງ ວິທະຍຸກະຈາຍສຽງແຫ່ງຊາດລາວ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ວິທະຍຸກະຈາຍສຽງ ແຫ່ງ ສສ ຫວຽດນາມ ໃຫ້ໄດ້ສືບຕໍ່ຮ່ວມມື, ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ຫລາຍຂຶ້ນ ເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານ, ການສະໜອງອຸປະກອນເຕັກນິກ, ການຍົກລະດັບຄວາມຮູ້ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ ເຈີ່ນ ມິງ ຮຸ່ງ ໄດ້ຕາງໜ້າໃຫ້ກັບຄະນະ ສະແດງຄວາມຂອບໃຈມາຍັງທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຖືໂອກາດນີ້, ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ກັບທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments