Saturday, July 27, 2024
Homeຂ່າວໜ້າໜຶ່ງຄະນະຜູ້ແທນສະມາຄົມມິດຕະພາບນັນໂຕະ-ລາວ ເຄື່ອນໄຫວວຽກງານຢູ່ ສປປ ລາວ

ຄະນະຜູ້ແທນສະມາຄົມມິດຕະພາບນັນໂຕະ-ລາວ ເຄື່ອນໄຫວວຽກງານຢູ່ ສປປ ລາວ

ໃນລະຫວ່າງວັນທີ 24-27 ມັງກອນ 2024, ຄະນະຜູ້ແທນສະມາຄົມມິດຕະພາບ ນັນໂຕະ-ລາວ ນຳໂດຍ ທ່ານ ທາເກດະ ຊິນນິຊິ (TAKEDA SHINICHI) ຮອງປະທານສະມາຄົມມິດຕະພາບ ນັນໂຕະ-ລາວ ພ້ອມຄະນະ ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແລະ ສະເຫລີມສະຫລອງ ວັນສ້າງຕັ້ງສະມາຄົມມິດຕະພາບ ນັນໂຕະ-ລາວ ຄົບຮອບ 20 ປີ.

ໂອກາດມາຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫລວງພະບາງ ໃນວັນທີ 25 ມັງກອນ 2024, ທ່ານ ທາເກດະ ຊິນນິຊິ ໄດ້ເຂົ້າຢ້ຽມຂ້ຳນັບ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ເຊິ່ງທ່ານເຈົ້າແຂວງຫລວງພະບາງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນສະມາຄົມມິດຕະພາບນັນໂຕະ-ລາວ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ໄດ້ຮັບການພັດທະນາສູ່ລະດັບໃໝ່, ທັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ການພັດທະນາເສດຖະກິດ ຂອງແຂວງຫລວງພະບາງ ໃຫ້ຄະນະຜູ້ແທນຊາບ. ພ້ອມນັ້ນ, ຍັງໄດ້ຊົມເຊີຍຕໍ່ການພົວພັນຮ່ວມມື ລະຫ່ວາງ ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ແລະ ສະມາຄົມມິດຕະພາບ ນັນໂຕະ-ລາວ ທີ່ມີມາແຕ່ດົນນານ ໄດ້ເຮັດບົດບາດໃນການຊຸກຍູ້ການພົວພັນດ້ານຕ່າງໆ ຂອງ ສປປ ລາວ ແລະ ຍີ່ປຸ່ນ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ຢູ່ ສປປ ລາວ ໂດຍສະເພາະດ້ານການສຶກສາ, ສາທາລະນະສຸກ ແລະ ແກ້ໄຂຄວາມທຸກຍາກ, ທັງສະໜັບສະໜູນ ແລະ ຊຸກຍູ້ການພົວພັນຮ່ວມມືໃນຂົງເຂດການຄ້າ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ອື່ນໆ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ.

ທ່ານ ທາເກດະ ຊິນນິຊິ ຮອງປະທານສະມາຄົມມິດຕະພາບ ນັນໂຕະ-ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານການເຄື່ອນໄຫວ ຂອງສະມາຄົມມິດຕະພາບ ນັນໂຕະ-ລາວ ໂດຍຫຍໍ້ໃຫ້ຊາບ ພ້ອມທັງຢືນຢັນຈະສືບຕໍ່ການພົວພັນຮ່ວມມື ກັບ ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ໃນການປະຕິບັດພາລະບົດບາດປະກອບສ່ວນວຽກງານການທູດປະຊາຊົນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ.

ໃນຕອນຄ່ຳຂອງວັນທີ 26 ມັງກອນ 2024, ສະມາຄົມມິດຕະພາບ ນັນໂຕະ-ລາວ ໄດ້ຈັດງານລ້ຽງສະເຫລີມສະຫລອງ ວັນສ້າງຕັ້ງສະມາຄົມມິດຕະພາບ ນັນໂຕະ-ລາວ ຄົບຮອບ 20 ປີ ໂດຍມີ ທ່ານ ທາເກດະ ຊິນນິຊິ ຮອງປະທານສະມາຄົມມິດຕະພາບ ນັນໂຕະ-ລາວ, ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ພ້ອມດ້ວຍຄະນະບໍລິຫານງານສອງສະມາຄົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂ່າວ-ພາບ:ຄຕພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments