Saturday, July 27, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ

ໃນວັນທີ 30 ມັງກອນ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບ ທ່ານ ເຈີ່ນ ມິງ ຮຸ່ງ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ, ເຄື່ອນໄຫວເຮັດວຽກ ແລະ ເຂົ້າຮ່ວມພິທີມອບ-ຮັບ ໂຄງການປ່ຽນຖ່າຍອຸປະກອນເຕັກນິກ ໃຫ້ວິທະຍຸກະຈາຍສຽງ ແຫ່ງຊາດລາວ.

ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ເຈີ່ນ ມິງ ຮຸ່ງ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານຫວຽດນາມ ກໍຄື ວິທະຍຸກະຈາຍສຽງຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອແກ່ ສປປ ລາວ ໃນຫລາຍຂະແໜງການ ໂດຍສະເພາະ ຂະແໜງ ສື່ມວນຊົນ ມາໂດຍຕະຫລອດ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄືແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງສອງຂະແໜງການສືມວນຊົນ ກໍຄື ວິທະຍຸກະຈາຍສຽງແຫ່ງຊາດລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືມຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແບບນີ້ຕະຫລອດໄປ ໃນອະນາຄົດ ແລະ ຍາວນານ ແນໃສ່ເຮັດໃຫ້ການພົວພັນຮ່ວມມືດ້ານວຽກງານສື່ມວນຊົນ ຂອງສອງປະເທດ ມີການການພົວພັນແບບກົມກຽວ, ຕໍ່ເນື່ອງ ແລະ ຍາວນານ.

ທ່ານ ເຈີ່ນ ມິງ ຮຸ່ງ ກໍໄດ້ສະແດງຄວມຄອບໃຈ ຕໍ່ ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານລັດຖະມົນຕີຮັບຊາບ ເຊິ່ງການເດີນທາງມາ ສປປ ລາວ ໃນຄັ້ງນີ້ ຖືເປັນນິມິດໝາຍອັນດີ ເຮັດໃຫ້ການພົວພັນຮ່ວມມືດ້ານວຽກງານຕ່າງໆ ລະຫວ່າງສອງປະເທດ ໄດ້ຮັບການພັດທະນາ ໂດຍສະເພາະວຽກງານຖະແຫລງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ ເວົ້າສະເພາະ ວຽກງານສື່ມວນຊົນ ກໍຄື ລະຫວ່າງ ສອງສະຖານິວິທະຍຸຫວຽດນາມ-ລາວ ໃຫ້ມີຄວາມແໜ້ນແຟ້ນຂຶ້ນໄປເລື້ອຍໆ ແລະ ສືບຕໍ່ໃຫ້ການຊ່ວຍເຫລືອ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນຕະຫອດໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments