Saturday, July 27, 2024
Homeຂ່າວຕ່າງປະເທດອາຊຽນສະໜັບສະໜູນການສ້າງແລວມະນຸດສະທຳ ຢູ່ ມຽນມາ

ອາຊຽນສະໜັບສະໜູນການສ້າງແລວມະນຸດສະທຳ ຢູ່ ມຽນມາ

ວິທະຍຸກະຈາຍສຽງຫວຽດນາມ ເມື່ອບໍ່ດົນມານີ້ ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ອັດລົງຢູ່ນະຄອນ ຫລວງພະບາງ ຂອງ ສປປ ລາວ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ສະໜັບສະໜູນຂໍ້ລິເລີ່ມຂອງໄທ ໃນການສ້າງແລວ ມະນຸດສະທຳເພື່ອແນໃສ່ອຸປະຖຳໃຫ້ແກ່ປະຊາຊົນທີ່ຕ້ອງອົບພະຍົບ ຍ້ອນການປະທະກັນຢູ່ມຽນມາ. ກອງປະຊຸມຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ໃຫ້ຮູ້ວ່າ: ໄທ ໄດ້ສະເໜີ ແຜນການສ້າງແລວມະນຸດສະທຳ ເພື່ອຮັບປະກັນການສະໜັບການໜູນຊ່ວຍທີ່ປອດໄພ ໃຫ້ແກ່ຜູ້ຕ້ອງອົບພະຍົບອອກຈາກ ມຽນມາ. ໃນຂະນະນັ້ນຜູ້ຕາງໜ້າມຽນມາ ໄດ້ເນັ້ນໜັກວ່າ: ອຳນາດການປົກຄອງດ້ານການທະຫານມຽນມາ ເຂົ້າໃຈບັນດາ ຄວາມວິຕົກກັງວົນຂອງອາຊຽນ ກ່ຽວກັບສະພາບການຢູ່ປະເທດນີ້, ພ້ອມທັງຊຸກຍູ້ຄວາມມານະພະຍາຍາມແກ້ໄຂບັນດາ ບັນຫາຂອງມຽນມາ ຜ່ານການເຈລະຈາ. ຂະນະທີ່ຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ປານປຣີ ພະຫີດທານຸກອນ, ຮອງນາຍົກ ລັດຖະມົນຕີ ໄທ ຊີ້ແຈ້ງວ່າ: ການໜູນຊ່ວຍຂອງປະເທດນີ້ ຈະເລີ່ມຕົ້ນແຕ່ທ້າຍເດືອນກຸມພາ 2024 ພາຍຫລັງ ອຳນາດ ການປົກຄອງການທະຫານ ມຽນມາ ແລະ ລັດຖະບານໄທ ກຳນົດບັນດາເຂດໃຫ້ແກ່ແລວທາງເຊື່ອມຕໍ່ລະຫວ່າງ ສອງປະເທດ. ທ່ານ ຮອງນາຍົກລັດຖະມົນຕີ ໄທ ໃຫ້ຮູ້ຕື່ມອີກວ່າ: ອົງການໜູນຊ່ວຍມະນຸດສະທຳຂອງອາຊຽນ ຈະຕິດຕາມ ກວດກາພາລະກຳແລວມະນຸດສະທຳນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments