Saturday, July 27, 2024
Homeຂ່າວໜ້າໜຶ່ງຄະນະກຳມະການໂອແລັມປິກ ສະຫລຸບການເຄື່ອນໄຫວວຽກງານ 2023

ຄະນະກຳມະການໂອແລັມປິກ ສະຫລຸບການເຄື່ອນໄຫວວຽກງານ 2023

ກອງປະຊຸມສະຫລຸບ ປະຈຳປີ 2023 ແລະ ວາງແຜນການເຄື່ອນໄຫວ 2024 ຂອງຄະນະກຳມະການໂອແລັມປິກ ແຫ່ງຊາດລາວ(ຄອລ) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລັມປິກ ແຫ່ງຊາດລາວ, ມີບັນດາຮອງປະທານ ຄອລ, ຄະນະກຳມະການໂອແລັມປິກ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ທ່ານ ພຸດ ສິມມາລາວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ສິ່ງທີ່ພວກເຮົາປະຕິບັດໄດ້ ແລະ ຍັງເຮັດບໍ່ໄດ້ ໃນແຜນການປີ 2023 ເພື່ອພ້ອມກັນໃນການປັບປຸງ ແກ້ໄຂ, ເສີມຂະ ຫຍາຍ ແລະ ວາງແຜນການເຄື່ອນໄຫວປະຈຳປີ 2024. ໃນປີ 2024 ນີ້ ຈະມີລາຍການແຂ່ງຂັນຫລາຍລາຍການ ທີ່ ສປປ ລາວ ຈະໄດ້ເຂົ້າຮ່ວມ ເປັນຕົ້ນ ການແຂ່ງຂັນໃນງານໂອແລັມປິກ 2024 ທີ່ ກຸງປາຣີ ປະເທດຝຣັ່ງ ແລະ ລາຍການ ໃນລະດັບອະນຸພາກພື້ນ ແລະ ສາກົນ ຈຳນວນໜຶ່ງ. ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ຜົນສຳເລັດການເຄື່ອນໄຫວ ປະຈຳປີ 2023 ແລະ ແຜນການເຄື່ອນໄຫວປີ 2024, ການລາຍງານການເງິນ ຄອລ, ການຈັດຕັ້ງປະຕິບັດ ກອງທຶນສົ່ງເສີມກິລາສູ່ໂອແລັມປິກ, ທັງມີການປະກອບຄຳເຫັນ ຂອງສະຫະພັນກິລາຈຳນວນໜຶ່ງ. ເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ ດຳເນີນໄປຕາມຈຸດປະສົງ ແລະ ເປົ້າໝາຍ ຈຶ່ງຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມເອົາໃຈໃສ່ເຊີດຊູ ຄວາມເປັນເຈົ້າການໃນການປະກອບຄຳຄິດ ຄຳເຫັນ ທີ່ສ້າງສັນ-ກົງໄປກົງມາ, ນອກຈາກຈະສະເໜີບັນຫາແລ້ວ ໃຫ້ພ້ອມກັນແນະນຳວິທີແກ້ໄຂ ເພື່ອສົ່ງເສີມໃຫ້ບັນຍາກາດວຽກງານກິລາ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນຂະບວນຟົດຟື້ນກວ່າເກົ່າ ຕິດພັນກັບການສົ່ງເສີມກິລາທ້ອງຖິ່ນ ແລະ ການທ່ອງທ່ຽວ ໃນປີ 2024 ນີ້. ພິ ເສດທ່ານ ລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ແຕ່ລະສະຫະພັນ ໃຫ້ມີແຜນການເຄື່ອນໄຫວປະຈຳປີ.

ໃນໂອກາດນີ້, ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການ ຄອລ ໄດ້ຊີ້ໃຫ້ເຫັນ ວ່າ: ໃນໜຶ່ງປີຜ່ານມາ ຄອລ ໄດ້ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປະຈຳປີ 2023 ມີຜົນສຳເລັດຫລາຍດ້ານ ເຊັ່ນ: ສຳເລັດການສົ່ງຂໍ້ມູນຊີວະປະຫວັດ ທ່ານປະທານ, ຮອງປະທານ ແລະ ເລຂາທິການ ຄອລ ຊຸດທີ 8 ໃຫ້ຄະນະກຳມະການໂອແລັມປິກສາກົນ(IOC), ຄະນະກໍາມະການ ໂອ ແລັມປິກແຫ່ງຊາດ(ANOC) ແລະ ລົງເວັບໄຊຂອງ ຄອລ ແລະ ປັບປຸງບັນດາກຳມະການຝ່າຍຕ່າງໆຂອງ ຄອລ ແລະ ປັບປຸງລະບຽບກຳນົດການໃຊ້ຈ່າຍເງິນບໍລິຫານຂອງ ຄອລ, ໄດ້ຈັດພິທີສະຫລຸບຍ້ອງຍໍ ຜົນສຳເລັດ ການເຂົ້າຮ່ວມງານກິລາຊີເກມ ຄັ້ງທີ 32 ທີ່ຣາຊະອານາຈັກກຳປູເຈຍ ແລະ ເອຊຽນເກມ ຄັ້ງທີ 19 ທີ່ຫາງໂຈ ສປ ຈີນ, ໄດ້ປັບປຸງ ແລະ ຍົກລະດັບຖານຂໍ້ມູນ ຄອລ ລົງໃນ Website ແລະ Facebook page ຂອງ ຄອລ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments