Saturday, July 27, 2024
Homeຂ່າວພາຍໃນພິທີເຊັນບົດບັນທຶກການມອບ-ຮັບ ຮ່ວງເງີນປະກັນສຸຂະພາບ ລະຫວ່າງ ພະແນກປະກັນສັງຄົມ ເເລະ ຂະເເໜງຄຸ້ມຄອງກອງທືນປະກັນສຸຂະພາບ ໂຮງໝໍກອງພົນທີ 2

ພິທີເຊັນບົດບັນທຶກການມອບ-ຮັບ ຮ່ວງເງີນປະກັນສຸຂະພາບ ລະຫວ່າງ ພະແນກປະກັນສັງຄົມ ເເລະ ຂະເເໜງຄຸ້ມຄອງກອງທືນປະກັນສຸຂະພາບ ໂຮງໝໍກອງພົນທີ 2

ໃນວັນທີ 30 ມັງກອນ 2024, ຂະເເໜງຄຸ້ມຄອງກອງທືນປະກັນ ສຸຂະພາບ ໂຮງໝໍກອງພົນທີ 2 ເຊັນບົດບັນທຶກມອບ-ຮັບ ເງີນກອງທືນ ປີ່ນປົວປະກັນສຸຂະພາບຕາມລະບົບປະກັນສັງຄົມກອງທັບ ໃຫ້ພະເເນກ ປະກັນສັງຄົມ ຂອງກອງພົນທີ 2 ເປັນຜູ້ຄຸ້ມຄອງ ໂດຍການເຂົ້າຮ່ວມເປັນ ປະທານຂອງສະຫາຍ ພັນເອກ ວົງເພັດ ເພັງພານິດ ຫົວໜ້າຫ້ອງການ ເມືອງກອງພົນທີ 2 ມີພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະພັກ ຄະນະບັນຊາໂຮງໜໍດັ່ງກ່າວເຂົ້າຮ່ວມ.

ສະຫາຍ ຮ້ອຍເອກ ດຣ ສຸລິວັນ ເທບທອງພັນ ຮັກສາການຂະເເໜງ ປະກັນສຸຂະພາບ ໂຮງໝໍກອງພົນທີ 2 ໄດ້ຜ່ານບົດສະຫລຸບຕີລາຄາຜົນສຳ ເລັດດ້ານດີ-ດ້ານອ່ອນ ແລະ ຂໍ້ຂົງຄ້າງໃນການຈັດຕັ້ງປະຕິບັດວຽກງານ ໄລຍະຊຸມປີຜ່ານມາໂດຍຫຍໍ້ ເເລະ ໄດ້ຍົກໃຫ້ເຖິງພາລະບົດບາດ, ໜ້າທີ່ ຂະເເໜງປະກັນສຸຂະພາບ ແມ່ນຂະແໜງການໜຶ່ງທີ່ຂື້ນກັບ ໂຮງໝໍກອງ ພົນທີ 2 ໂດຍໃຕ້ການຊີ້ນຳຂອງຄະນະພັກ-ຄະນະບັນຊາກອງພົນ ເເລະ ຕາມທິດຊີ້ນຳໂດຍກົງຂອງກົມປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ ເຊິ່ງມີໜ້າທີ່ຕົ້ນຕໍເເມ່ນຄຸ້ມຄອງເງີນກອງທືນປະກັນສຸຂະພາບຕາມລະບົບປະກັນສັງຄົມກອງທັບ ທີ່ກົມປະກັນສັງຄົມສົງໃຫ້ໃນເເຕ່ລະເດືອນ ເພື່ອນຳ ໃຊ້ເຂົ້າໃນການບໍລິການປີ່ນປົ່ວສຸຂະພາບໃຫ້ນາຍ ເເລະ ພົນທະຫານ ໄດ້ຮັບ ການປີ່ນປົວຢ່າງຖືກຕ້ອງເໝາະສົມ ໂດຍບໍ່ໄດ້ເສຍຄ່າ ເເລະ ບໍ່ນັບຈຳນວນ ຄັ້ງປີ່ນປົວ ພ້ອມນັ້ນຍັງມີໜ້າທີ່ປະສານງານພົວພັນກັບບັນດາໂຮງໝໍ ຄູ່ ສັນຍາ ຫລື ໂຮງໝໍ ລົງເລິກຂະເເໜງເພື່ອນຳສົ່ງຄົນເຈັບທີ່ເກີນຄວາມສາ ມາດຂອງໂຮງໝໍກອງພົນ ໄປປີ່ນປົວຕໍ່ໂຮງໝໍທີ່ມີເງື່ອນໄຂ, ໃນຊຸມປີຜ່ານ ມາ ສາມາດປີ່ນປົວພະນັກງານ-ນັກຮົບ ເເລະ ຄອບຄົວພະນັກງານ-ນັກຮົບ ທີ່ມີບັດປະກັນສັງຄົມກອງທັບ ຈຳນວນ 10.110 ເທື່ອຄົນ ເທົ່າກັບ 1.301.200.536 ກີບ.

ໂອກາດດຽວກັນ ກໍໄດ້ເຊັນບົດບັນທຶກມອບ-ຮັບເງິນ ການຄຸ້ມຄອງເງີນ ປະກັນສຸຂະພາບ ໃຫ້ພະເເນກປະກັນສັງຄົມຂອງກອງພົນ ເຮັດໜ້າທີ່ຄຸ້ມ ຄອງ ເເລະ ນຳໃຊ້ຕາມລະບຽບການຕໍ່ໄປ ຕາງໜ້າມອບ ໂດຍ ສະຫາຍ ພັນໂທ ດຣ ບຸນຊື່ນ ພອນປະເສີດ ວ່າການຫົວໜ້າການທະຫານໂຮງໝໍ ຕາງໜ້າກ່າວຮັບ ໂດຍ ສະຫາຍ ພັນໂທ ບຸນເຫັ່ງ ສຸວັນນະລັງສີ ຫົວໜ້າ ພະເເນກປະກັນສັງຄົມ ໂດຍຊ້ອງໜ້າພະນັກງານ, ພະເເນກການທີ່ກ່ຽວ ຂ້ອງທັງສອງຝ່າຍ.

ໂດຍ: ອານຸສັກ ອຳພັນວິໄລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments