Saturday, July 27, 2024
Homeທ່ອງທ່ຽວອັດຕະປື ກໍານົດເອົາ 7 ກິດຈະກໍາ ໃນການເປີດປີທ່ອງທ່ຽວລາວ 2024

ອັດຕະປື ກໍານົດເອົາ 7 ກິດຈະກໍາ ໃນການເປີດປີທ່ອງທ່ຽວລາວ 2024

ປີທ່ອງທ່ຽວລາວ 2024 ແຂວງ ອັດຕະປື ໄດ້ກໍານົດເອົາ 7 ກິດຈະກໍາສໍາຄັນຂອງການເປີດປີທ່ອງທ່ຽວ ພາຍໃນແຂວງ, ໃນນັ້ນ: ກິດຈະກໍາລະດັບແຂວງ ມີ 2 ກິດຈະກໍາ ຄື: ກິດຈະກໍາຕັ້ງແຄ້ມຢູ່ໜອງຟ້າ-ທົ່ງໄກ່ໂອ້ກ ໃນເດືອນມີນາ 2024, ງານລະນຶກບຸນຄຸນພະເຈົ້າໄຊຍະເຊດຖາທິຣາດ ເດືອນທັນວາ 2024, ສ່ວນອີກ 5 ກິດຈະກໍາແມ່ນລະດັບເມືອງ, ເຊິ່ງປະກອບ ມີ: ບຸນໄຂປະຕູເລົ້າເຜົ່າໂອ້ຍບ້ານອິນທີ ເມືອງ ສະໜາມໄຊ, ບຸນບຣະວຽງ ເຜົ່າເບຣົາ ບ້ານ ວັງຍາງ ເມືອງພູວົງ, ງານສະເຫຼີມສະຫຼອງຫໍຫຼັກເມືອງ ຕິດພັນກັບງານປະກວດນາງສັງຂານ ເດືອນເມສາ ຂອງເມືອງ ສາມັກຄີໄຊ, ບຸນຊ່ວງເຮືອປະເພນີ ບ້ານ ເຊກອງ ເມືອງສາມັກຄີໄຊ, ບຸນຄູນເຂົ້າໃໝ່ຂອງເຜົ່າ ເດືອນຕຸລາ ເມືອງຊານໄຊ, ສ່ວນມື້ເປີດປີທ່ອງທ່ຽວຢ່າງເປັນທາງການແມ່ນ ໃນໂອກາດງານລະນຶກບຸນຄຸນພະເຈົ້າໄຊຍະເຊດຖາທິຣາດ ທີ່ວັດບ້ານ ທາດພະໄຊ ເມືອງ ໄຊເສດຖາ .

ທ່ານ ຄໍາພັນ ບຸນຍະວົງສີ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ອັດຕະປື ໄດ້ລາຍງານຢູ່ໃນກອງປະຊຸມສະຫຼຸບປະຈໍາປີ ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຫວ່າງບໍ່ດົນແລ້ວນີ້ໃຫ້ຮູ້ວ່າ: ປະຈຸບັນແຂວງ ອັດຕະປື ກໍ່ຄືພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ສໍາເລັດການກະກຽມຄວາມພ້ອມຂອງການເປີດປີທ່ອງທ່ຽວລາວ 2024, ໃນນັ້ນ: ດ້ານເນື້ອໃນໄດ້ສໍາເລັດການຂໍອະນຸມັດຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາຂັ້ນແຂວງໃນການຈັດປີທ່ອງທ່ຽວລາວ 2024 ທີ່ແຂວງ ອັດຕະປື, ພ້ອມທັງໄດ້ຈັດກອງປະຊຸມ ເພື່ອກໍານົດເອົາບັນດາກິດຈະກໍາທີ່ຈະຈັດຕັ້ງປະຕິບັດພາຍໃນແຂວງ, ໄດ້ອອກແຈ້ງການຂອງຫ້ອງວ່າການເຖິງພະແນກການອ້ອມຂ້າງ ແລະ 5 ເມືອງເລື່ອງການຈັດປີທ່ອງທ່ຽວລາວ 2024 ທີ່ແຂວງ ອັດຕະປື ເພື່ອແບ່ງຄວາມຮັບຜິດຊອບໃນການເປັນເຈົ້າພາບຮ່ວມກັນ, ພ້ອມດຽວກັນ ກໍ່ໄດ້ຊຸກຍູ້ ແລະ ປັບປຸງບັນດາ ພັດທະນາແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຂອງແຂວງໃນແຕ່ລະເມືອງ, ລົງກວດກາ ແລະ ຊຸກຍູ້ທຸລະກິດຜູ້ປະກອບການດ້ານການທ່ອງທ່ຽວທົ່ວແຂວງ ເພື່ອປັບປຸງ ແລະ ຫັນເຂົ້າສູ້ມາດຕະຖານ ໄປພ້ອມກັບການຈັດຝຶກອົບຮົມວິຊາຊີບໃຫ້ຜູ້ປະກອບການດ້ານການທ່ອງທ່ຽວ.

ທ່ານ ຄໍາພັນ ບຸນຍະວົງສີ ຫົວໜ້າຂະແໜງທ່ອງທ່ຽວ ຍັງໄດ້ໃຫ້ຮູ້ຕື່ມວ່າ: ແຂວງ ອັດຕະປື ຍັງມີຄວາມພ້ອມໃນດ້ານທີ່ພັກແຮມ ປະຈຸບັນທົ່ວແຂວງ ມີໂຮງແຮມທັງໝົດ 23 ແຫ່ງ, ຣີສອດ 1 ແຫ່ງ ແລະ ເຮືອນພັກ 28 ຫຼັງ, ໃນນັ້ນມີຫ້ອງພັກແຮມທັງໝົດ 963 ຫ້ອງ, ຫ້ອງຕຽງດ່ຽວ 513 ຫ້ອງ, ແລະ ຫ້ອງຕຽງຄູ່ 450 ຫ້ອງ ສາມາດຮອງຮັບທີ່ພັກແຮມຂອງແຂກໄດ້ 1.413 ຄົນຕໍ່ຄືນ, ສະເພາະໃນເທດສະບານແຂວງ ສາມາດຮອງຮັບແຂກໄດ້ 1.278 ຄົນຕໍ່ຄືນ ແລະ ປີ 2024 ນີ້ ແຂວງ ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 133.169 ເທື່ອຄົນ, ຄາດວ່າຈະສາມາດສ້າງລາຍຮັບໃຫ້ໄດ້ຫຼາຍກວ່າ 48 ຕື້ກີບ.

ຂ່າວ: ພອນປະເສີດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments