Saturday, July 27, 2024
Homeຂ່າວໜ້າໜຶ່ງທ່ານ ສະເຫຼີມໄຊ ກົມມະສິດ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

ທ່ານ ສະເຫຼີມໄຊ ກົມມະສິດ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ ນີ້ ທີ່ ຫຼວງພະບາງ ສປປ ລາວ ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີລັດຖະມົນຕີຕ່າງປະເທດອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ໃນນາມປະເທດສັງເກດການ ແລະ ເລຂາທິການໃຫຍ່ອາຊຽນ.

ກອງປະຊຸມ ໄດ້ທົບທວນ ແລະ ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນເດືອນກັນຍາ 2023 ທີ່ ອິນໂດເນເຊຍ ແລະ ໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບວິທີທາງທີ່ເປັນຮູບປະທໍາ ແລະ ຍືນຍົງ ເພື່ອສືບຕໍ່ຮັດແໜ້ນປະຊາຄົມອາຊຽນ, ຄວາມເປັນແກນກາງ ແລະ ຄວາມເຂັ້ມແຂງຂອງອາຊຽນ ໃນທ່າມກາງສິ່ງທ້າທາຍຕ່າງໆໃນພາກພື້ນ ແລະ ສາກົນ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າທີ່ດີຂອງການຈັດຕັ້ງປະຕິບັດ 3 ແຜນແມ່ບົດປະຊາຄົມອາຊຽນ ແລະ ເຫັນດີດ້ວຍການທົບທວນ ແລະ ການປະເມີນຮອບດ້ານໄລຍະສຸດທ້າຍຂອງບັນດາແຜນແມ່ບົດປະຊາຄົມອາຊຽນ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ຈະເລີ່ມຂຶ້ນໃນໄວໆນີ້.

ປັດຈຸບັນ ອາຊຽນ ພວມຢູ່ໃນຂັ້ນຕອນການສ້າງວິໄສທັດປະຊາຄົມອາຊຽນ 2045 ລວມທັງ ແຜນຍຸດທະສາດຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ. ຕໍ່ກັບບັນຫາດັ່ງກ່າວ, ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໃນການຮ່າງວິໄສທັດປະຊາຄົມອາຊຽນ 2045 ເພື່ອສ້າງ: ປະຊາຄົມອາຊຽນທີ່ເຂັ້ມແຂງ, ມີນະວັດຕະກຳ, ຄ່ອງແຄ້ວ ແລະ ທີ່ມີປະຊາຊົນເປັນແກນກາງ. ກອງປະຊຸມໄດ້ຊຸກຍູ້ການຮ່າງແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດ ການເຊື່ອມຈອດອາຊຽນ ໄດ້ສຳເລັດໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ວິໄສທັດດັ່ງກ່າວ ພ້ອມດ້ວຍບັນດາແຜນຍຸດທະສາດ ຈະຖືກຮັບຮອງເອົາໃນປີ 2025.

ກອງປະຊຸມໄດ້ປຶກສາຫາລື ແລະ ສະໜັບສະໜູນ 9 ບຸລິມະສິດ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ສຸມໃສ່ 2 ອົງປະກອບຫຼັກ ຄື: “ເພີ່ມທະວີການເຊື່ອມຈອດ” ແລະ “ເພີ່ມທະວີຄວາມເຂັ້ມແຂງ”. ພາຍໃຕ້ອົງປະກອບການເພີ່ມທະວີການເຊື່ອມຈອດ ປະກອບມີ 4 ບູລິມະສິດ ຄື: (1) ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ, (2) ການສ້າງອະນາຄົດແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ ຊຶ່ງພາຍໃຕ້ບຸລິມະສິດນີ້ ອາຊຽນສະໜັບສະໜູນການສ້າງສາຍສົ່ງພະລັງງານອາຊຽນ, (3) ການຫັນປ່ຽນເພື່ອກ້າວໄປສູ່ດີຈີຕອນໃນອະນາຄົດ, ແລະ (4) ວັດທະນະທໍາ ແລະ ສິລະປະ: ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ. ພາຍໃຕ້ອົງປະກອບການເພີ່ມທະວີຄວາມເຂັ້ມແຂງ ປະກອບມີ 5 ບຸລິມະສິດ ຄື: (1) ການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045, (2) ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ, (3) ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າ ອາກາດ, (4) ແມ່ຍິງ ແລະ ເດັກນ້ອຍ: ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນເປັນວິທີການຢ່າງເປັນລະບົບ, ແລະ (5) ສາທາລະນະສຸກ: ການຫັນໄປສູ່ຄວາມເຂັ້ມແຂງທາງດ້ານສາທາລະນະສຸກຂອງອາຊຽນໃນສະພາບການໃໝ່.

ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງອາຊຽນກັບພາຍນອກ, ລວມທັງການສະເໜີຂອງບາງປະເທດເພື່ອເປັນຄູ່ຮ່ວມມືຂອງອາຊຽນ. ກອງປະຊຸມ ໄດ້ເນັ້ນຄວາມສຳຄັນຂອງການຮັດແໜ້ນຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນກັບຄູ່ຄວາມຮ່ວມມືພາຍນອກ ໂດຍຜ່ານບັນດາກົນໄກທີ່ມີອາຊຽນເປັນຜູ້ນໍາພາ. ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການກະກຽມກອງປະຊຸມທີ່ສຳຄັນ ເປັນຕົ້ນແມ່ນກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົສຕຣາລີ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ ປະເທດ ອົສຕຣາລີ ພາຍໃຕ້ການເປັນປະທານຮ່ວມ ຂອງ ສປປ ລາວ ແລະ ອົສຕຣາລີ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ທີ່ຈະຈັດຂຶ້ນໃນວັນທີ 2 ກຸມພາ 2024 ທີ່ ບຣຸກແຊນ ປະເທດ ແບນຊິກ. ນອກຈາກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments