Saturday, July 27, 2024
Homeຂ່າວການເມືອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ແລະ ຢ້ຽມຢາມນາຍ-ພົນທະຫານ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ແລະ ຢ້ຽມຢາມນາຍ-ພົນທະຫານ

nj ເມື່ອບໍ່ດົນມານີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໄດ້ນໍາພາຄະນະ ເຂົ້າອວຍພອນການນໍາຂອງກະ ຊວງປ້ອງກັນປະເທດ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືງກອງທັບ. ຈາກນັ້ນ, ກໍໄດ້ໄປຢ້ຽມຢາມ ແລະ ພົບປະກັບ ຄະນະພັກ-ຄະນະບັນຊາ, ພະນັກງານຫລັກແຫລ່ງ, ນາຍ ແລະ ພົນທະຫານປະຕິວັດອາວຸໂສບໍານານ ທີ່ ສູນເສຍອົງຄະພິເສດ 790 ແລະ ກອງຮ້ອຍຊາຍແດນ 241 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024).

ການຢ້ຽມຢາມສູນເສຍອົງຄະພິເສດ 790, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ຄະນະພັກ-ຄະນະບັນຊາ ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມຄັ້ງນີ້ ແມ່ນມາໃຫ້ກໍາລັງໃຈ, ສະແດງຄວາມຂອບໃຈ, ຮູ້ບຸນຄຸນ ແລະ ອວຍພອນໄຊໃຫ້ບັນດານັກຮົບທີ່ເສຍອົງຄະ ຈາກການສູ້ຮົບໃນໄລຍະກ່ອນ ແລະ ໄລຍະບໍ່ດົນມານີ້ ຈົ່ງມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ ໃນບັນຍາກາດກາສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ. ພ້ອມທັງໄດ້ໃຫ້ກໍາລັງໃຈແກ່ພະນັກງານ, ນາຍ ແລະ ພົນທະຫານໜຸ່ມນ້ອຍ ທີ່ກຳລັງເຮັດໜ້າທີ່ດູແລເບິ່ງແຍງ ບັນດານັກຮົບບໍານານເສຍອົງຄະ ຈົ່ງມີຄວາມພາກພູມໃຈທີ່ໄດ້ຮັບໃຊ້ພວກເພີ່ນເຫລົ່ານີ້ ຍ້ອນການເສຍສະຫລະ ແລະ ປະກອບສ່ວນອັນປະເສີດໃນການຕໍ່ສູ້ເດັດດ່ຽວ, ພິລະອາດຫານ, ບໍ່ຍອມຈໍານົນ ຍາກປານໃດກໍບຸກ, ທຸກປານໃດກໍສູ້, ເສຍສະຫລະເລືອດເນື້ອໂດຍບໍ່ເສຍ ດາຍຊີວິດໃນມື້ນັ້ນ ຈຶ່ງເຮັດໃຫ້ພວກເຮົາຮັກສາໄດ້ ເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ ໄວ້ໄດ້ຈົນຮອດມື້ນີ້. ນອກນັ້ນ, ຫົວໜ້າ ຄຕພ ຍັງໄດ້ນຳພາຄະນະ ໄປຢ້ຽມຢາມໃຫ້ກຳລັງໃຈ ບັນດາທະຫານອະວຸໂສບໍານານເສຍອົງຄະ ທີ່ກຳລັງປິ່ນປົວສຸຂະພາບຢູ່ໃນໂຮງໝໍຂອງສູນ 790 ຕື່ມອີກ.

ໃນໂອກາດຢ້ຽມຢາມກອງຮ້ອຍຊາຍແດນ 241, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທີ່ກຳລັງປະຕິບັດໜ້າທີ່ຈົງສືບຕໍ່ຮັກສາມູນ ເຊື້ອ, ທາດແທ້ປະຕິວັດຂອງກອງທັບ, ບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ; ສືບຕໍ່ຈັດຕັ້ງປະຕິບັດມະຕິກອງກອງປະຊຸມໃຫຍ່ຂອງພັກ ໂດຍຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນສໍາຄັນ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ; ສຸມໃສ່ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ກຸ່ມບ້ານປ້ອມໝັ້ນສູ້ຮົບເຂັ້ມແຂງໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ; ຍູ້ແຮງການອົບຮົມ-ຫັດແອບການເມືອງ-ການທະຫານ, ພະລາທິການ, ເຕັກນິກ, ສິລະປະຍຸດ-ຍຸດທະວິທີ ຂອງທະຫານຮາບ ແລະ ເຫລົ່າຮົບວິ ຊາສະເພາະ ໃຫ້ມີຄວາມຊໍານິຊໍານານ; ເປັນເຈົ້າການປ້ອງກັນ, ກວດກາ, ຕິດຕາມເຂດຫລັກ ໝາຍຊາຍແດນຕ່າງໆ ແລະ ສັງຄົມທົ່ວໄປ ເພື່ອຮັບປະກັນສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ; ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງພະລາທິການກັບທີ່ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງ.

ໂອກາດດຽວກັນນີ້, ສະຫາຍ ບຸນມີ ອິນທະວົງສາ ເລຂາໜ່ວຍພັກ, ຫົວໜ້າການເມືອງສູນເສຍອົງຄະພິເສດ 790 ພ້ອມດ້ວຍ ສະຫາຍ ພັນຕີ ບົວໄລ ໃບສະແຫວງ ເລຂາໜ່ວຍພັກ, ຫົວໜ້າການເມືອງກອງຮ້ອຍຊາຍແດນ 241 ໄດ້ລາຍງານສະພາບທີ່ພົ້ນເດັ່ນຂອງກົມກອງຕົນ ຕໍ່ສະຫາຍຫົວໜ້າຄະນະພົວພັນສູນກາງພັກ ພ້ອມທັງໃຫ້ຄຳໜັ້ນສັນາຍາວ່າ: ຈະສືບຕໍ່ນໍາພາ-ຊີ້ນໍາບັນດານາຍ ແລະ ພົນທະຫານ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ບັນລຸຜົນສໍາເລັດຕາມຄາດໝາຍ.

ໃນການເຄື່ອນໄຫວດັ່ງກ່າວ, ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ຍັງໄດ້ມອບວັດຖຸປັດໄຈຈຳນວນໜຶ່ງ ໃຫ້ແກ່ສູນເສຍອົງຄະພິເສດ 790 ແລະ ກອງ ຮ້ອຍຊາຍແດນ 241 ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments