Saturday, July 27, 2024
Homeຂ່າວໜ້າໜຶ່ງປີນີ້ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງໄດ້ຮັບລາງວັນມາດຕະຖານອາຊຽນ

ປີນີ້ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງໄດ້ຮັບລາງວັນມາດຕະຖານອາຊຽນ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ແຂວງຈຳປາສັກ ຜ່ານມາໄດ້ສ້າງຊື່ສຽງໃຫ້ແກ່ ສປປ ລາວ ດ້ວຍການຄວ້າຫຼາຍລາງວັນມາດຕະຖານການທ່ອງທ່ຽວອາຊຽນ, ໃນຂະນະທີ່ ປີ 2024 ສາມາດໄດ້ຮັບລາງວັນການທ່ອງທ່ຽວ ປະຊາຊົນມີສ່ວນຮ່ວມແບບຍືນຍົງອາຊຽນຕື່ມອີກ ໃນງານມະຫະກຳທ່ອງທ່ຽວອາຊຽນ ປະ ຈຳປີ 2024 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບຈັດຂຶ້ນ ທີ່ນະຄອນຫຼວງວຽງຈັນ.

ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວໃນໂອກາດມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2024 ທີ່ນະຄອນຫຼວງວຽງຈັນວ່າ: ຜ່ານມາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຄື: ໃນປີ 2019 ໄດ້ຮັບລາງວັນຫ້ອງນໍ້າສະອາດ, ສາທາລະນະສະອາດອາຊຽນ, ປີ 2020 ໄດ້ຮັບລາງວັນການທ່ອງທ່ຽວ ປະຊາຊົນມີສ່ວນຮ່ວມ, ປີ 2022 ໄດ້ຮັບລາງວັນການທ່ອງທ່ຽວປະຊາຊົນມີສ່ວນຮ່ວມ ແບບຍືນຍົງອາຊຽນ ແລະ ໃນປີ 2024 ໄດ້ຮັບລາງວັນການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ແບບຍືນຍົງອາຊຽນອີກຄັ້ງ, ການໄດ້ຮັບລາງວັນດັ່ງກ່າວໃນປີນີ້ ຖືເປັນໂອກາດທີ່ດີໃນການພັດທະນາການທ່ອງທ່ຽວ ຢູ່ໃນ ສປປ ລາວ ໂດຍສະເພາະຢູ່ພາກໃຕ້ເວົ້າລວມເວົ້າສະພາະກໍຄືແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຂອງພວກເຮົາ,

ທ່ານກ່າວຕື່ມວ່າ: ຜ່ານມາພວກເຮົາກໍໄດ້ໃຫ້ການຊຸກຍູ້ສົ່ງເສີມປະຊາຊົນ ພ້ອມທັງບັນດາກິດສະກຳຕ່າງໆທີ່ປິ່ນອ້ອມຂົງເຂດພັດທະນາການທ່ອງທ່ຽວໃຫ້ປະຊາຊົນໄດ້ມີສ່ວນຮ່ວມ ບໍ່ວ່າຈະເປັນການປູກ ແລະ ການລ້ຽງທີ່ພວກເຮົາໄດ້ເຮັດເປັນວົງຈອນການທ່ອງທ່ຽວຮ່ວມກັນ, ໃນຂະນະດຽວກັນ ພາຍຫຼັງກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໄດ້ສຳເລັດລົງ ຊຶ່ງພວກເຮົາຈະໄດ້ສືບຕໍ່ເຮັດກິດຈະກຳໂຮມສະເຕເພື່ອເປັນຕ່ອງໂສ້ໃນການພັດທະນາແຫຼ່ງທ່ອງທ່ຽວ ແລະ ການ ທ່ອງທ່ຽວຍ່າງປ່າ ຊຶ່ງຈະເປັນກິດຈະກຳອັນໃໝ່ຂອງແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງພວກເຮົາ, ສະນັ້ນການໄດ້ຮັບລາງວັນການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມແບບຍືນຍົງອາຊຽນ ໃນປີ 2024 ນີ້ ຂໍສະແດງຄວາມຂອບໃຈ ຕໍ່ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽງ (ຖວທ), ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽງແຂວງຈຳປາສັກ ແລະ ປະຊາຊົນບ້ານຫຼັກ 40 ແລະ ບັນດາບ້ານໃກ້ຄຽງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ມີສ່ວນຮ່ວມໃນການກະຕຸກຊຸກຍູ້ ແລະ ໃຫ້ການຮ່ວມມືເພື່ອເປັນກຳລັງແຮງໃຫ້ແກ່ພວກເຮົາ, ທີ່ສຳຄັນທີ່ສຸດກໍຄືການມີສ່ວນຮ່ວມຂອງປະຊາຊົນໃນການພັດທະນາການທ່ອງ ທ່ຽວນໍ້າຕົກຕາດເຍືອງດ້ວຍດີຕະຫຼອດມາ.

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເປັນໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວ ທີ່ຢູ່ທາງພາກໃຕ້ຂອງ ສປປ ລາວ ຊຶ່ງແຫຼ່ງທ່ອງທ່ຽວແຫ່ງນີ້ທີ່ຜ່ານມາ ໄດ້ມີບັນດານັກທ່ຽວທັງພາຍໃນ ແລະ ຕ່າງເທດ ໄດ້ເຂົ້າໄປທ່ອງທ່ຽວແຕ່ລະປີ ແມ່ນມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໃນໂອກາດທີ່ ສປປ ລາວ ເປີດງານມະຫະກຳທ່ອງທ່ຽວອາຊຽນ 2024 ເຊື່ອແນ່ວ່າແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຈະເປັນອີກຈຸດໜຶ່ງທີ່ຈະດຶງດູດນັກທ່ອງທ່ຽວ ພາຍໃນ, ຕ່າງປະເທດອ້ອມຂ້າງ ແລະ ເອີຣົບເຂົ້າມາທ່ອງທ່ຽວ ແລະ ຈະເປັນຈຸດໜຶ່ງເພື່ອເປັນບ່ອນພົບປະ, ແລກປ່ຽນການທ່ອງທ່ຽວຊຶ່ງກັນ ແລະ ກັນອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments