Saturday, July 27, 2024
Homeຂ່າວໜ້າໜຶ່ງຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີອາວຸໂສກະຊວງການຕ່າງປະເທດຍີ່ປຸ່ນ

ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີອາວຸໂສກະຊວງການຕ່າງປະເທດຍີ່ປຸ່ນ

ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟູນາໂຄຊິ ທາເຄຮິໂຣ (FUNAKOSHI Takehiro) ຮອງລັດຖະມົນຕີ ອາວຸໂສ ກະຊວງການຕ່າງປະເທດຍີ່ປຸ່ນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-25 ມັງກອນ 2024.

ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມລາວ ຂອງຄະນະຜູ້ແທນກະຊວງການຕ່າງປະເທດຍີ່ປຸ່ນ ໃນຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ເຊິ່ງຈະຄົບຮອບ 10 ປີ ໃນປີ 2025 ໃຫ້ນັບມື້ນັບໄດ້ຮັບການພັດ ທະນາຍິ່ງໆຂຶ້ນ. ພ້ອມທັງ ສະແດງຄວາມເຫັນໃຈ ຕໍ່ເຫດການໄພພິບັດທໍາມະຊາດ ແຜ່ນດິນໄຫວຂະໜາດໃຫຍ່ ຢູ່ແຂວງອິຊິກາວາ ແລະ ເຂດໃກ້ຄຽງຢູ່ພາກກາງຂອງປະເທດຍີ່ປຸ່ນ ໃນຕົ້ນເດືອນມັງກອນ 2024 ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍອັນໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຍີ່ປຸ່ນ, ພ້ອມທັງ ໄດ້ແຈ້ງໃຫ້ຝ່າຍຍີ່ປຸ່ນ ຊາບກ່ຽວກັບສະພາບການພົ້ນເດັ່ນໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການສືບຕໍ່ປະຕິບັດ 2 ວາລະແຫ່ງຊາດ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ແລະ ຜົນສຳເລັດໃນດ້ານຕ່າງໆທີ່ຍາດມາໄດ້ ພາຍໃຕ້ການນຳພາຂອງພັກ-ລັດຖະບານລາວ; ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ພັກ ປປ ລາວ ແລະ ພັກເສລີປະຊາທິປະໄຕຍີ່ປຸ່ນ ກໍຄື ສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ; ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ກໍຄື ການຊ່ວຍເຫລືອໃນການກະກຽມການເປັນປະ ທານອາຊຽນຂອງ ສປປ ລາວ ໃນປີ 2024, ຍິນດີຮ່ວມກັບຝ່າຍຍີ່ປຸ່ນ ໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ພັກ ປປ ລາວ ແລະ ພັກເສລີປະຊາທິປະໄຕ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ແຕກດອກອອກຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາ ຊົນສອງຊາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບຫລາຍຂຶ້ນ.

ພ້ອມນີ້, ທ່ານ ຟູນາໂຄຊິ ທາເຄຮິໂຣ ໄດ້ແຈ້ງສະພາບພົ້ນເດັ່ນພາຍໃນປະເທດຍີ່ປຸ່ນ ໃຫ້ຊາບ, ໂດຍສະເພາະ ຜົນສຳເລັດການເຄື່ອນໄຫວວຽກງານການຕ່າງປະເທດ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ; ຕີລາຄາສູງ ຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ຍີ່ປຸ່ນ-ລາວ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຍີ່ປຸ່ນ ແລະ ຍິນດີຮ່ວມກັບຝ່າຍລາວ ໃນການສືບ ຕໍ່ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ຍີ່ປຸ່ນ-ລາວ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ການພົບປະດັ່ງກ່າວ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ແລະ ເປັນເອກະພາບກັນ ກ່ຽວກັບທິດທາງການຮ່ວມມື ໃນຕໍ່ໜ້າ ໂດຍສະເພາະແມ່ນ ການເພີ່ມທະວີການຮ່ວມມື ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະ ຫວ່າງ ຄະນະຜູ້ແທນຂອງ ສອງພັກ ແລະ ສົ່ງເສີມວຽກງານການທູດປະຊາຊົນ ໂດຍຜ່ານ ບັນດາສະມາຄົມມິດຕະພາບຂອງ ສອງປະເທດ ເພື່ອປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ພັກ ປປ ລາວ ແລະ ພັກເສລີປະຊາທິປະໄຕຍີ່ປຸ່ນ ກໍຄື ສາຍພົວພັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບ ສະພາບພາກພື້ນ ແລະ ສາກົນ ຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ຂ່າວ-ພາບ: ຄຕພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments