Tuesday, May 14, 2024
Homeສຶກສາກຽມຜະລິດວີດີໂອ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ໃນຫ້ອງຮຽນ

ກຽມຜະລິດວີດີໂອ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ໃນຫ້ອງຮຽນ

ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດສໍາລັບການເຂົ້າເຖິງ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ຈັດຝຶກອົບຮົມ ແລະ ລະດົມຄວາມຄິດ ໃນຫົວຂໍ້ “ການຜະລິດວີດີໂອ ກ່ຽວກັບບົດບາດຍິງ-ຊາຍ” ໂດຍພະນັກງານຈາກສູນໂຄສະນາ ຂ່າວສານການສຶກສາ ແລະ ກິລາ, ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ, ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ສະຖານທູດອົດສະຕຣາລີ ເພື່ອລະດົມຄວາມຄິດ ໃນການຜະລິດວິດີໂອສໍາລັບຄູ ເພື່ອສ້າງຄວາມເຂົ້າໃຈ ແລະ ປູກຈິດສໍານຶກ ກ່ຽວກັບວິທີການຮັບປະກັນ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຫ້ອງຮຽນ.

ທ່ານ ນາງ ເລເບັກກາ ຫົວໜ້າແຜນງານບີຄວາ ໄດ້ກ່າວວ່າ: ໃນປີຜ່ານມາ, ເນື່ອງໃນໂອກາດສະເຫລີມສະຫລອງວັນແມ່ຍິງສາກົນ, ແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕາລີ ໄດ້ຈັດກອງປະຊຸມເພື່ອໃຫ້ສ້າງຄວາມເຂົ້າໃຈເລິກເຊິ່ງ ຮ່ວມກັນກ່ຽວກັບຄວາມມີອະຄະຕິດ້ານບົດບາດຍິງ-ຊາຍ ແລະ ຄວາມຄິດຍຶດຕິດກ່ຽວກັບ ບົດບາດຍິງ-ຊາຍ. ກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ສະທ້ອນໃຫ້ເຫັນເຖິງການປະຕິບັດຂອງເຂົາເຈົ້າ ແລະ ສົນທະນາ ວິທີການທີ່ເຂົາເຈົ້າສາມາດນໍາໃຊ້ຄວາມຮູ້ໃໝ່ ໃນການຜະລິດສື່ໃນອະນາຄົດ. ຈາກງານສະເຫລີມສະຫລອງໃນມື້ນັ້ນ ໄດ້ມີແນວຄວາມຄິດລິເລີ່ມທີ່ຈະຜະລິດວິດີໂອ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຄັ້ງນີ້.

ທ່ານ ອຸດົມ ສິງດາລາ ຮອງຜູ້ອໍານວຍການສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ຊ່ວຍໃຫ້ພວກເຮົາສາມາດສືບຕໍ່ການປຶກສາຈາກປີຜ່ານມາ ກ່ຽວກັບການຜະລິດວີດີໂອ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ເຊິ່ງໄດ້ມີການສົນທະນາຫລາຍຢ່າງ ກ່ຽວກັບວິທີຫລີກລ້ຽງ ຄວາມບໍ່ສະເໝີພາບດ້ານບົດບາດຍິງ-ຊາຍ. ພ້ອມກັນນັ້ນ, ກໍຄຳນຶງເຖິງຄວາມພິການ, ຊົນເຜົ່າ ແລະ ການສຶກສາຮຽນຮ່ວມ. ສຳລັບວຽກງານຂອງທີມງານ ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ, ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ ໃນທຸກຂັ້ນຕອນຂອງການຜະລິດວິດີໂອ ໂດຍສະເພາະການຂຽນບົດ ແລະ ການຄັດເລືອກນັກສະແດງ

ໃນຂະແໜງການສຶກສາ, ຄູມີບົດບາດສໍາຄັນໃນການປ້ອງກັນການມີແນວຄິດຍຶດຕິດ ກ່ຽວກັບບົດບາດຍິງ-ຊາຍ ແລະ ອະຄະຕິດ້ານ ບົດບາດຍິງ-ຊາຍ ໃນຫ້ອງຮຽນ ໂດຍສະເພາະ ໃນການສຶກສາກ່ອນໄວຮຽນ ແລະ ຂັ້ນປະຖົມສຶກສາ, ສະໝອງເດັກນ້ອຍ ແລະ ໄວໜຸ່ມກໍາລັງສ້າງຄວາມຄິດ ແລະ ເຊື່ອມຊືມທຸກຂໍ້ຄວາມ. ດັ່ງນັ້ນ, ທີມຜະລິດສື່ ແລະ ສື່ດີຈິຕອນ ຂອງກະຊວງສຶກສາທິການ ແລະ ກິລາ ຈຶ່ງມີບົດບາດສໍາຄັນ ໃນການສ້າງສັງຄົມ ໃຫ້ມີຄວາມກ້າວໜ້າ ແລະ ຄໍານຶງເຖິງທຸກຄົນ. ວິດີໂອ ແລະ ສື່ດີຈິຕອນ ສາມາດ ສົ່ງເສີມການຄວາມຮູ້ແບບກ້າວໜ້າ ດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ, ກ້າວໄປເຖິງການສ້າງຄວາມແຕກຕ່າງ ໂດຍໃຫ້ໂອກາດແກ່ເດັກນ້ອຍ ທີ່ດ້ອຍໂອກາດໃຫ້ດີທີ່ສຸດ.

ທີມງານໄດ້ລະດົມຄວາມຄິດຮ່ວມກັນ ເພື່ອຂຽນບົດສັງລວມສໍາລັບວິດີໂອ ສົ່ງເສີມບົດບາດຍິງ-ຊາຍ ເຊິ່ງບົດສັງລວມດັ່ງກ່າວ ຈະຖືກນໍາໄປຜັນຂະຫຍາຍ ອອກເປັນບົດເລື່ອງຂອງວິດີໂອ ແລະ ກ້າວໄປເຖິງການສ້າງວິດີໂອສົ່ງເສີມບົດບາດຍິງ-ຊາຍ ໃນອະນາຄົດ ເຊິ່ງຄາດວ່າຈະສໍາເລັດໃນປີ 2024 ນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments