Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ

ກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ

ໃນວັນທີ 28 ມັງກອນ 2024, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຈັດຂຶ້ນທີ່ ທີ່ ນະຄອນຫລວງພະບາງ ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າຫນ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຕີມໍແລັດສະເຕ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງນີ້ ໄດ້ທົບທວນ ແລະ ຮັບຊາບ ຄວາມຄືບໜ້າການສ້າງປະຊາຄົມອາຊຽນ ກໍຄືການຈັດຕັ້ງປະຕິບັດ ແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມອາຊຽນ ເຊິ່ງເຫັນວ່າໂດຍລວມມີຄວາມຄືບໜ້າເປັນຢ່າງດີ. ສປປ ລາວ ໃນນາມປະທານອາຊຽນ ໃນປີ 2024 ໄດ້ນຳສະເໜີບູລິມະສິດ ການເປັນປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.

ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າ ການຈັດຕັ້ງປະຕິບັດຜົນຂອງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ໄດ້ຈັດຂຶ້ນໃນ ເດືອນກັນຍາ 2023 ທີ່ ອິນໂດເນເຊຍ, ລວມທັງຄວາມຄືບໜ້າໃນການກະກຽມ ວິໄສທັດປະຊາຄົມອາຊຽນ 2045 ໂດຍສະເພາະແມ່ນ ການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. ພ້ອມນີ້, ກໍໄດ້ປຶກສາກ່ຽວກັບການສະໝັກ ເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສ່ຽງໃຕ້ ຂອງບັນດາປະເທດນອກພາກພື້ນ ທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ.

ໃນໂອກາດນີ້, ກອງປະຊຸມ ຍັງໄດ້ທົບທວນຄືນຄວາມຄືບໜ້າ ຂອງການຮ່ວມມືລະຫວ່າງ ອາຊຽນ ກັບ ພາຍນອກ, ພ້ອມທັງປຶກສາຫາລື ການສະເໜີເປັນຄູ່ຮ່ວມມືຂອງອາຊຽນ. ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ຢໍ້າຄືນຄວາມສຳຄັນ ໃນການຮັດແໜ້ນຄວາມເປັນແກນກາງ ຂອງອາຊຽນ ໃນການເສີມຂະຫຍາຍການຮ່ວມມື ກັບພາຍນອກ. ສປປ ລາວ ໃນນາມປະເທດປະສານງານ ການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ໄດ້ລາຍງານຄວາມຄືບໜ້າຂອງການກະກຽມ ໃຫ້ແກ່ກອງປະຊຸມສຸດຍອດ ສະໄໝພິເສດ ເພື່ອສະເຫລີມສະຫລອງ ການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ, ປະເທດ ອົດສະຕຣາລີ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ທີ່ຈະຈັດຂຶ້ນໃນວັນທີ 29 ມັງກອນ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments