Saturday, July 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ

ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ

ໃນຕອນບ່າຍຂອງວັນທີ 27 ມັງກອນ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວິວຽນ ບາລາຄຣິສນານ (H.E Dr. Vivian BALAKRISHNAN), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ວົງແຄບ ຢູ່ ສປປ ລາວ ໃນລະຫວ່າງວັນທີ 26-29 ມັງກອນ 2024.

ໃນໂອກາດນີ້,ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະ​ແດງ​ຄວາມຍິນ​ດີຕ້ອນ​ຮັບ ແລະ ຊົມເຊີຍຕໍ່ທ່ານ ລັດຖະມົນຕີ ວິວຽນ ບາລາຄຣິສນານ ແລະ ຄະນະ ເຊິ່ງຖືເປັນຂີດໝາຍອັນສໍາຄັນ ສໍາລັບການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ສິງກະໂປ ໃນການເລີ່ມຂະບວນການກະກຽມ ກິດຈະກໍາການສະເຫລີມສະຫລອງຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໃນປີ 2024 ນີ້. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ໄປຍັງທ່ານ ລີ ຊຽນ ລຸງ ​ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ, ທັງສະແດງຄວາມຂອບໃຈສໍາລັບການເຊື້້ອເຊີນ ຢ້ຽມຢາມປະເທດສິງກະໂປ ແລະ ຈະຫາເວລາອັນເຫມາະສົມ ຕໍ່ການຢ້ຽມຢາມດັ່ງກ່າວ ໃນອະນາຄົດອັນໃກ້ນີ້.

ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ຜົນການພົບປະລະຫວ່າງ ທ່ານ ລັດຖະມົນຕີ ວິວຽນ ບາລາຄຣິສນານ ກັບທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຊິ່ງໄດ້ມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຢ່າງຕັ້ງໜ້າ ເພື່ອຮ່ວມກັນຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືຂອງສອງລັດຖະບານ ແລະ ການຮ່ວມມືໃນສາຍພັກ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້້ນ, ລວມທັງການຮ່ວມມືກັນຢ່າງໃກ້ຊິດ ໃນການຈັດບັນດາກິດຈະກໍາສະເຫລີມສະຫລອງຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໃນປີ 2024 (02 ທັນວາ 1974 – 02 ທັນວາ 2024) ໃຫ້ມີເນື້ອໃນ ແລະ ບັນຍາກາດຄຶກຄຶື້ນ.

ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການສະໜັບສະໜູນ ສປປລາວ ໃນການພັດທະນາຊັບພະຍາກອນມະນຸດ ໃນຫລາຍຮູບແບບຕະຫລອດໄລຍະຜ່ານມາ ເປັນຕົ້ນແມ່ນ ການສະໜອງທຶນຝຶກອົບຮົມໃນຂອບການຮ່ວມມື IAI (Initiative for ASEAN Integration), SCP (Singapore Cooperation Programmes) ແລະ ທຶນການສຶກສາໃນລະດັບຕ່າງໆ ເຊິ່ງເປັນການສະໜັບສະໜູນທີ່ສໍາຄັນ ໃນການຍົກລະດັບຂີດຄວາມສາມາດ ໃຫ້ແກ່ພະນັກງານລັດຖະກອນ ແລະ ນັກສຶກສາລາວ, ລວມທັງການສະໜັບສະໜູນ ຊ່ວຍເຫລືອການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ນອກຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຊຸກຍູ້ສົ່ງເສີມ ການຮ່ວມມືໃນຂະແໜງພະລັງງານສະອາດ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆ ທີ່ເຫັນວ່າມີທ່າແຮງ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄືດ້ານການຄ້າ ແລະ ການລົງທຶນຂອງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້້ນໃນຕໍ່ໜ້າ.

ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີ ວິວຽນ ບາລາຄຣິສນານ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຢືນຢັນຄືນທັດສະນະຂອງຕົນ ໃນການສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມື ສິງກະໂປ-ລາວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ລວມທັງການຮ່ວມມືກັນຢ່າງໃກ້ຊິດ ເພື່ອການພັດທະນາຂອງຂົງເຂດພາກພື້ນ ແລະ ສາກົນ ໂດຍສະເພາະ ຂອບການຮ່ວມມືອາຊຽນ ກໍຄືການສືບຕໍ່ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ສໍາເລັດຜົນຕາມຄາດໝາຍ.

ພາບ: ອ່າຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments