Saturday, July 27, 2024
Homeຂ່າວໜ້າໜຶ່ງລາວ-ຢີ່ປຸ່ນ ເພີ່ມທະວີການຮ່ວມ​ມື ດ້ານການທ່ອງທ່ຽວ

ລາວ-ຢີ່ປຸ່ນ ເພີ່ມທະວີການຮ່ວມ​ມື ດ້ານການທ່ອງທ່ຽວ

ໃນວັນທີ 27 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ພົບປະຫາລື ເພີ່ມທະວີວຽກງານການທ່ອງທ່ຽວ ກັບທ່ານ ໂຄໂນຊູເກະ ໂກກູບະ ລັດຖະມົນຕີກະຊວງ ທີ່ດິນ, ພື້ນຖານໂຄງລ່າງ, ຂົນສົ່ງ ແລະ ທ່ອງທ່ຽວ ແຫ່ງ ປະເທດ ຍີ່ປຸ່ນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ 2024 ທີ່ນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ ສະແດງຄວາມຍິນດີຕ້ອນຮັບ ທ່ານ ໂຄໂນຊູເກະ ໂກກູບະ ພ້ອມດ້ວຍຄະນະ, ສປປ ລາວ ແລະ ຍີ່ປຸ່ນ ໄດ້ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃນຫລາຍຂົງເຂດຜ່ານມາ ເຊິ່ງພາຍຫລັງການຍົກລະດັບ ສາຍພົວພັນທາງການທູດຂອງ ສອງປະເທດມາເປັນຄູ່ຮ່ວມຍຸດທະສາດ ໃນປີ 2015, ຂອບການຮ່ວມມືສອງຝ່າຍ ໄດ້ຮັບການເສີມຂະຫຍາຍ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂຶ້ນ ອັນໄດ້ນຳເອົາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດ ແລະ ການພັດທະນາ ໃນຂົງເຂດພາກພື້ນ ແລະ ທັງສອງກະຊວງ ຈະໄດ້ເຮັດວຽກຮ່ວມກັນ ຢ່າງໃກ້ຊິດດັ່ງທີ່ໄດ້ປຶກສາຫາລືຮ່ວມກັນ ໃນການພົບປະສອງຝ່າຍ ເພື່ອເພີ່ມທະວີຮັດແໜ້ນການຮ່ວມມື ແລະ ການເປັນຄູ່ຮ່ວມຍຸດທະສາດ ໂດຍສະເພາະ ຂະແໜງການທ່ອງທ່ຽວ ອັນເປັນສ່ວນປະກອບທີ່ສໍາຄັນໜຶ່ງ ໃນການສະເຫລີມສະຫລອງມິດຕະພາບ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ, ລວມທັງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

ການພົບປະສອງຝ່າຍຮ່ວມກັບ ກະຊວງທີ່ດິນ, ພື້ນຖານໂຄງ ລ່າງ, ຂົນສົ່ງ ແລະ ການທ່ອງທ່ຽວ ໃນໄລຍະ ເຂົ້າຮ່ວມກອງປະຊຸມ ວາລະພິເສດ ລັດຖະມົນຕີທ່ອງທ່ຽວ ອາຊຽນ-ຍີ່ປຸ່ນ ເພື່ອສະເຫລີມສະຫລອງ ຄົບຮອບ 50 ປີ ໃນທ້າຍປີ 2023 ທີ່ຜ່ານມາ ຄື: ສອງຝ່າຍຈະສົ່ງເສີມການທ່ອງທ່ຽວ ແບບຍືນຍົງ ແລະ ແລກປ່ຽນວັດທະນະທໍາ ໃນຮູບແບບຂອງການທ່ອງທ່ຽວ, ຊຸກຍູ້ໃຫ້ ນັກທ່ອງທ່ຽວ ຂອງ ສອງປະເທດ ໄດ້ທ່ອງທ່ຽວ ເຊິ່ງກັນ ແລະ ກັນ ຫລາຍຂຶ້ນກວ່າເກົ່າ ເພື່ອດຶງດູດ ແລະ ໂຄສະນາການທ່ອງທ່ຽວລາວ ໂດຍສະເພາະ ແນໃສ່ນັກທ່ອງທ່ຽວໄວໜຸ່ມ, ທັງສົ່ງເສີມຜະລິດຕະພັນ ແລະ ກິດຈະກຳການທ່ອງທ່ຽວທີ່ເປັນ ວິຖີຊີວິດເປັນເອກະລັກ ຂອງ ສປປ ລາວ ຕາມແຫລ່ງທ່ອງທ່ຽວທາງທຳມະຊາດຕ່າງໆ.

ພ້ອມນີ້, ການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ໂດຍຜ່ານອົງການຮ່ວມມື ສາກົນຍີ່ປຸ່ນ (JICA) ໂດຍສະເພາະໃນຂະແໜງການທ່ອງທ່ຽວ ກໍໄດ້ຮັບການຈັດຕັ້ງ ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ ບຸກຄະລາກອນ, ການຈັດສົ່ງຊ່ຽວຊານ ມາປະຈຳ ໃນຂະແໜງການທ່ອງທ່ຽວ ແລະ ໂຄງການສົ່ງເສີມວິຊາການຕ່າງໆ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຮັດວຽກຮ່ວມກັບອົງການ JICA ແລະ ອົງການ UNDP ກຳນົດໂຄງການບູລິມະສິດ ເພື່ອປັບປຸງຄຸນນະພາບ ຂອງວົງຈອນການທ່ອງທ່ຽວພາຍໃນ ແລະ ເຊື່ອມໂຍງກັບບັນດາປະເທດໃກ້ຄຽງ ແນໃສ່ໃຫ້ນັກທ່ອງທ່ຽວມາທ່ຽວຫລາຍວັນ ແລະ ໃຊ້ຈ່າຍຫລາຍຂຶ້ນ ໂດຍສຸມໃສ່ບັນດາແຂວງເປົ້າໝາຍ ຄື ແຂວງວຽງຈັນ, ແຂວງ ຄຳມ່ວນ, ຈຳປາສັກ ແລະ ນະຄອນຫລວງວຽງຈັນ ທັງໝົດຈຳນວນ 19 ໂຄງການບູລິມະສິດ ເພື່ອຈັດເຂົ້າໃນແຜນບູລິມະສິດ ໂຄງການຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) ຫລື ທຶນກູ້ຢືມ ຈາກລັດຖະບານຍີ່ປຸ່ນ ໃນສົກປີ 2024. ຈຶ່ງຮຽນສະເໜີ ທ່ານ ຊ່ວຍພິຈາລະນາໃຫ້ການ ຊຸກຍູ້ ແລະ ສະໜັບສະໜູນ ບັນດາໂຄງການບູລິມະສິດດັ່ງກ່າວ. ສຳລັບ ສະຖິຕິນັກທ່ອງທ່ຽວຍີ່ປຸ່ນ ເດີນທາງມາທ່ອງທ່ຽວ ສປປ ລາວ ໃນໄລຍະປີ 2022 ມີ 6.848 ເທື່ອຄົນ, ໃນປີ 2023 ມີ 24.824 ເພີ່ມຂຶ້ນຫລາຍເທົ່າໂຕ ຖ້າທຽບໃສ່ປີ 2022.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments