Saturday, July 27, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ໄດ້ຮັບລາງວັນທ່ອງທ່ຽວອາຊຽນ 2024 ຫລາຍລາງວັນ

ສສ ຫວຽດນາມ ໄດ້ຮັບລາງວັນທ່ອງທ່ຽວອາຊຽນ 2024 ຫລາຍລາງວັນ

ວິທະຍຸກະຈາຍສຽງຫວຽດນາມ, ໃນຂອບເຂດຂອງເວທີປາໄສການທ່ອງທ່ຽວ ອາຊຽນ 2024 (ATF 2024) ທີ່ ສປປ ລາວ ໃນວັນທີ 26 ມັງກອນນີ້, ຢູ່ນະຄອນຫລວງວຽງຈັນ, ໄດ້ຈັດພິທີມອບລາງວັນການທ່ອງທ່ຽວອາຊຽນ 2024. ທ່ານ ຫງວຽນ ວັນຮຸ່ງ, ລັດຖະມົນຕີ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ມອບລາງວັນ ໃຫ້ຜູ້ຕາງໜ້າ ຫົວໜ່ວຍໜຶ່ງ ຂອງ ສສ ຫວຽດນາມ ທີ່ໄດ້ຮັບລາງວັນ ທ່ອງທ່ຽວ ອາຊຽນ. ເຫດການປະຈຳປີ ແມ່ນເພື່ອ ເຊີດຊູ ບັນດາ ທ້ອງຖິ່ນ ແລະ ຫົວໜ່ວຍ ມີຜະລິດຕະພັນ ແລະ ການບໍລິການ ດ້ານການທ່ອງທ່ຽວ ຄຸນນະພາບສູງ, ປະກອບສ່ວນ ພັດທະນາ ບັນດາ ສະຖານທີ່ ທ່ອງທ່ຽວ ໃນພາກພື້ນ ອາຊຽນ ແບບຍືນຍົງ. ການມອບລາງວັນ ດັ່ງກ່າວແມ່ນໂອກາດ ເພື່ອໃຫ້ບັນດາ ວິສາຫະກິດ ທ່ອງທ່ຽວ ແລະ ບັນດາ ອົງການທ່ອງທ່ຽວ ທ້ອງຖິ່ນ ແນະນຳການເຄື່ອນ ໄຫວ ດຳເນີນທຸລະກິດ ຢ່າງມີປະສິດທິຜົນ, ປະກອບສ່ວນ ໂຄສະນາ ເຄື່ອງໝາຍ ການທ່ອງທ່ຽວ ແຫ່ງຊາດ.ໃນພິທີ ມອບລາງວັນປີນີ້, ສສ ຫວຽດນາມ ມີ 25 ຫົວໜ່ວຍ ໄດ້ຮັບລາງວັນໃນ 6 ປະເພດຄື: ລາງວັນ ໂຮງແຮມ ສີຂຽວອາຊຽນ; ລາງວັນ ເມືອງທ່ອງທ່ຽວ ສະອາດ ອາຊຽນ; ລາງວັນ MICE ອາຊຽນ ສໍາລັບ ສະຖານທີ່ ໂຮມປະຊຸມ; ຫົວຂໍ້ ການທ່ອງທ່ຽວ ດ້ານອາຫານ ການກິນ. ATF 2024 ຖືກຈັດຂຶ້ນ ແຕ່ວັນທີ 22-27 ມັງກອນນີ້ ຢູ່ນະຄອນຫລວງວຽງຈັນ ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວ ມີຄຸນນະພາບ ແລະ ມີຄວາມ ຮັບຜິດຊອບ-ເພື່ອອະນາຄົດ ຂອງອາຊຽນ ແບບຍືນຍົງ”. ໃນຂອບເຂດ ATF 2024, ໄດ້ດຳເນີນບັນດາ ການເຄື່ອນໄຫວ ສຳຄັນຄື: ກອງປະຊຸມ ອົງການ ທ່ອງທ່ຽວແຫ່ງຊາດ ອາຊຽນ ຄັ້ງທີ 59; ງານຕະຫລາດນັດ ການທ່ອງທ່ຽວ ສາກົນ TRAVEX 2024; ກອງປະຊຸມ ອົງການ ທ່ອງທ່ຽວ ແຫ່ງຊາດ ອາຊຽນ+3 ຄັ້ງທີ 44; ກອງປະຊຸມ ລັດຖະມົນຕີ ທ່ອງທ່ຽວ ອາຊຽນ ຄັ້ງທີ 27; ກອງປະຊຸມ ລັດຖະມົນຕີ ທ່ອງທ່ຽວ ອາຊຽນ-ອິນເດຍ ຄັ້ງທີ 11; ກອງປະຊຸມ ລັດຖະມົນຕີ ການທ່ອງທ່ຽວ ອາຊຽນ+3 ຄັ້ງທີ 23; ກອງປະຊຸມ ລັດຖະມົນຕີ ການທ່ອງທ່ຽວ ອາຊຽນ-ລັດເຊຍ ຄັ້ງທີ 3; ພິທີມອບລາງວັນ ການທ່ອງທ່ຽວ ອາຊຽນ, ພ້ອມກັບ ການເຄື່ອນໄຫວ ອື່ນໆອີກ ຫລາຍຢ່າງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments