Saturday, July 27, 2024
Homeຂ່າວໜ້າໜຶ່ງລາວ-ຫວຽດນາມ ເພີ່ມທະວີການຮ່ວມ​ມື ດ້ານການທ່ອງທ່ຽວ

ລາວ-ຫວຽດນາມ ເພີ່ມທະວີການຮ່ວມ​ມື ດ້ານການທ່ອງທ່ຽວ

ໃນວັນທີ 27 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ພົບປະຫາລື ເພີ່ມທະວີວຽກງານການທ່ອງທ່ຽວ ກັບ ທ່ານ ຫງວຽນ ວັນ ຮຸງ Nguyễn Văn Hùng ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ 2024 ທີ່ນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຕາງໜ້າກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ສະແດງຄວາມຍິນດີຕ້ອນຮັບ ທ່ານ ຫງວຽນ ວັນ ຮຸງ ພ້ອມດ້ວຍຄະນະ ທີ່ເດີນທາງເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ບັນດາກອງປະຊຸມກິດຈະກຳປິ່ນອ້ອມ ທີ່ສປປ ລາວ. ການພົບປະໃນຄັ້ງນີ້ ເປັນການພົບກັນອີກຄັ້ງ ຫລັງຈາກທີ່ຂ້າພະເຈົ້າໄດ້ເດີນທາງໄປຈັດ ງານສັບປະດາວັດທະນະທໍາ ສປປ ລາວ ທີ່ ສສ ຫວຽດນາມ ໃນປີ 2023 ທີ່ຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ການຈັດງານດັ່ງກ່າວ ກໍໄດ້ຮັບຜົນສຳເລັດຢ່າງຈົບງາມ. ເພື່ອເປັນການສືບຕໍ່ການຮ່ວມມື ໃນຂະແໜງການຂອງພວກເຮົາ ຂໍແລກປ່ຽນບາງວຽກງານ ຄື: ການນຳສະເໜີເອກະສານອຸທິຍານແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນ ກັບພາກຂະຫຍາຍຕໍ່ຈາກອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ຂອງ ສສ ຫວຽດນາມ, ຂ້າພະເຈົ້າໄດ້ຮັບຊາບວ່າ: ຝ່າຍຫວຽດນາມໄດ້ເຫັນດີ ຕໍ່ກັບຮ່າງເອກະສານຄໍາຮ້ອງແລ້ວ. ສະນັ້ນ, ຈຶ່ງສະເໜີໃຫ້ຊຸກຍູ້ຕື່ມ ໃຫ້ຝ່າຍຫວຽດນາມສາມາດອອກໜັງສື ສະໜັບສະໜູນ ໃຫ້ທັນຕາມເວລາກໍານົດ ຂອງສູນມໍຣະດົກໂລກກ່ອນວັນທີ 31 ມັງກອນ 2024 ເພື່ອພິຈາລະນາສະເໜີເຂົ້າໃນບັນຊີສຳຮອງໃນການ ຮັບຮອງເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນ ລາວ-ຫວຽດນາມ ເພື່ອເປັນການເພີ່ມທະວີການຮ່ວມມື ດ້ານການທ່ອງທ່ຽວ.

ປັດຈຸບັນນັກທ່ອງທ່ຽວຫວຽດນາມ ເຂົ້າມາທ່ອງທ່ຽວ ສປປ ລາວ ຢູ່ໃນອັນດັບ 2 ຂອງຈຳນວນນັກທ່ອງທ່ຽວຕ່າງປະເທດ. ສະນັ້ນ, ສະເໜີໃຫ້ມີການເພີ່ມທະວີ ພົບປະ ແລກປ່ຽນຄະນະວິຊາການຂອງ ສອງຝ່າຍໃຫ້ຫລາຍຂຶ້ນ, ອຳນວຍຄວາມສະດວກ ໃນການເດີນທາງເຂົ້າ-ອອກ ຂອງນັກທ່ອງທ່ຽວ ລະຫວ່າງສອງປະເທດ ແລະ ນັກທ່ອງທ່ຽວ ທີ່ມາຈາກປະເທດທີ່ສາມ, ຖອດຖອນບົດຮຽນໃນການ ພັດທະນາ, ການໂຄສະນາສົ່ງເສີມ, ການຄຸ້ມຄອງການທ່ອງທ່ຽວ ແລະ ພັດທະນາບຸກຄະລາກອນ ຂອງສອງ ປະເທດ ເຊັ່ນ: ການສ້າງລາຍການທ່ອງທ່ຽວເຊື່ອມໂຍງກັນ, ການຈັດຕັ້ງປະຕິບັດ ມາດຕະຖານການທ່ອງທ່ຽວ, ຮ່ວມກັນແກ້ໄຂບັນດາຂໍ້ຫຍຸ້ງຍາກຕ່າງໆ ທີ່ກີດຂວາງການເດີນທາງຂອງນັກທ່ອງທ່ຽວ ແລະ ວຽກງານອື່ນໆ ຕາມທີ່ ໄດ້ກຳນົດໄວ້ໃນ ແຜນການຮ່ວມມື ສົກປີ 2021-2025. ສະນັ້ນ ເຫັນວ່າຄວນຊຸກຍູ້ ບັນດາກົມວິຊາການຂອງພວກເຮົາ ໃຫ້ມີການພົບປະແລກປ່ຽນ ດ້ານວິຊາການໃຫ້ຫລາຍຂຶ້ນ, ສະເໜີການຮ່ວມມືໃນການພັດທະນາແຫລ່ງທ່ອງທ່ຽວປະຫວັດສາດ ທີ່ສອງປະເທດ ມີມູນເຊື້ອຮ່ວມກັນ ເຊັ່ນ: ພູຜາຖີ່ ແຂວງຫົວພັນ ແລະ ເສັ້ນທາງໂຮ່ຈິມິນ ລຽບຕາມບັນດາແຂວງ ຂອງສອງປະເທດ ໂດຍຮ່ວມກັບກະຊວງປ້ອງກັນປະເທດ ເພື່ອເກັບກໍຂໍ້ມູນທາງດ້ານປະຫວັດສາດ.

ສໍາລັບແຜນການຈັດງານ ສັບປະດາວັດທະນະທຳຫວຽດນາມ ທີ່ ສປປ ລາວ ໃນປີ 2024 ນີ້, ຄາດຄະເນວ່າຈະມີຂຶ້ນໃນໄລຍະເດືອນ ສິງຫາ-ກັນຍາ 2024 ເພື່ອເປັນການປະກອບສ່ວນສະເຫລີມສະຫລອງວັນຊາດຫວຽດນາມ ຄົບຮອບ 79 ປີ ແລະ ວັນສໍາຄັນຂອງສອງປະເທດລາວ-ຫວຽດນາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments