Saturday, July 27, 2024
Homeຂ່າວໜ້າໜຶ່ງປະກາດຜົນການສໍາຫລວດດັດສະນີໝາຍ ສັງຄົມລາວ ຄັ້ງທີ III

ປະກາດຜົນການສໍາຫລວດດັດສະນີໝາຍ ສັງຄົມລາວ ຄັ້ງທີ III

ສູນສະຖິຕິແຫ່ງຊາດ, ຮ່ວມກັບ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ອົງການອຸຍນີເຊັບ, ອົງການຢູເອັນເອຟພີເອ ແລະ ບັນດາຄູ່ຮ່ວມພັດທະນາສາກົນ ປະຈຳລາວ ໄດ້ປະກາດຜົນການສໍາຫລວດດັດສະນີໝາຍ ສັງຄົມລາວ ຄັ້ງທີ III ປີ 2023 ( LSIS III )ຂຶ້ນໃນວັນທີ 25 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ.

ທ່ານນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າ ອົງການອຸຍນີເຊັບ ປະຈໍາລາວ ກ່າວວ່າ: ການນໍາໃຊ້ຂໍ້ມູນສະຖິຕິ ໃນວຽກງານປັບປຸງຊີວິດການເປັນຢູ່ ຂອງເດັກນ້ອຍ ແລະ ຄອບຄົວ ໃນທົ່ວ ສປປ ລາວ. “ອົງການອຸຍນີເຊັບ ມີຄວາມພາກພູມໃຈ ທີ່ໄດ້ສະໜັບສະໜູນການສ້າງນະໂຍບາຍ ໃນ ສປປ ລາວ ທີ່ອີງໃສ່ຂໍ້ມູນຫລັກຖານທີ່ເຂັ້ມແຂງ ໂດຍຜ່ານ LSIS ຮອບທີ III ແລະ ຮອບທີ່ຜ່ານມາ. ຂໍ້ມູນສະຖິຕິຊຸດໃໝ່ຈາກ LSISIII ນີ້ ຈະມີບົດບາດອັນສໍາຄັນໃນການກໍານົດທິດທາງຂອງວຽກງານພວກເຮົາ ແລະ ຊີ້ໃຫ້ເຫັນເຖິງ ຂົງເຂດວຽກງານທີ່ກ່ຽວຂ້ອງນ ກັບສຸຂະພາບ ແລະ ການພັດທະນາຂອງເດັກ ທີ່ຕ້ອງການຄວາມເອົາໃຈໃສ່ຕື່ມຢ່າງຮີບດ່ວນ ໂດຍສະເພາະ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19. ອົງການອຸຍນີເຊັບ ສະແດງຄວາມຊົມເຊີຍຕໍ່ ລັດຖະບານແຫ່ງ ສປປ ລາວ ສໍາລັບການນໍາພາໃນການຈັດຕັ້ງປະຕິບັດ LSIS-III ແລະ ຂອບໃຈ ຕໍ່ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຜົນສໍາເລັດຂອງ LSIS-III.”

ໃນການດໍາເນີນການສໍາຫລວດ LSIS-III, ພະນັກງານພາກສະໜາມ ທີ່ໄດ້ຮັບການຝຶກອົບຮົມ ຫລາຍກວ່າ 173 ຄົນ ຈາກຫ້ອງການສູນສະຖິຕິແຫ່ງຊາດ, ພາກສາທາລະນະສຸກ ແລະ ພາກສຶກສາທິການ ແລະ ກິລາ ໄດ້ລົງສໍາຫລວດ 21.000 ກວ່າຄົວເຮືອນ ໃນທົ່ວປະເທດ ເພື່ອຮັບປະກັນວ່າຊຸດຂໍ້ມູນທີ່ໄດ້ຮັບນັ້ນ ມີຄວາມສົມບູນແບບທີ່ສຸດ.

ຜົນຈາກການສໍາຫລວດ LSIS-III ປະກອບມີ: ອັດຕາການຮູ້ໜັງສືຂ້ອນຂ້າງສູງໃນກຸ່ມໄວໜຸ່ມ ເຊິ່ງ 82,1% ແມ່ນ ແມ່ຍິງ ແລະ 86,1% ແມ່ນຜູ້ຊາຍ ອາຍຸ 15-24 ປີ, 9,1% ຂອງເດັກນ້ອຍແມ່ນບໍ່ໄດ້ອາໄສຢູ່ ກັບພໍ່ ຫລື ແມ່ ໂດຍກໍາເນີດ ເຊິ່ງຊີ້ໃຫ້ເຫັນເຖິງຄວາມສໍາຄັນ ຂອງການວາງນະໂຍບາຍສະຫວັດດີການເດັກທີ່ເຂັ້ມແຂງ, ອັດຕາການເສຍຊີວິດຂອງເດັກເກີດໃໝ່ ແມ່ນ 12 ຄົນ ຕໍ່ເດັກເກີດມີຊີວິດ 1.000 ຄົນ ແລະ ອັດຕາການເສຍຊີວິດ ຂອງເດັກລຸ່ມ 5 ປີແມ່ນ 28 ຄົນ ຕໍ່ເດັກເກີດມີຊີວິດ 1.000 ຄົນ. ສ່ວນ

ໃນດ້ານສຸຂະພາບແມ ່ ແລະ ສຸຂະພາບຈະເລີນພັນ 17,4% ຂອງແມ່ຍິງອາຍຸ 20-24 ປີ ໄດ້ເກີດລູກກ່ອນອາຍຸ 18 ປີ, ແລະ 64% ຂອງເດັກເກີດໃໝ່ ໄດ້ຮັບການກວດສຸຂະພາບໃນສະຖານທີ່ບໍລິການ ສາທາລະນະສຸກ, ຢູ່ເຮືອນ ຫລື ໄດ້ຮັບການກວດສຸຂະພາບ ຫລື ຢ້ຽມຢາມດູແລຫລັງການເກີດ ພາຍໃນ 2 ມື້, ອັດຕາຂອງເດັກອາຍຸ 12-23 ເດືອນທີ່ໄດ້ຮັບວັກຊິນຕາມຄໍາແນະນໍາ ຂອງຕາຕະລາງການສັກຢາກັນພະຍາດແຫ່ງຊາດ ແມ່ນ 47% ເເລະ ອັດຕາຂອງເດັກອາຍຸ 24-35 ເດືອນ ທີ່ໄດ້ຮັບວັກຊິນຕາມຄໍາແນະນໍາ ຂອງຕາຕະລາງການສັກຢາ ກັນພະຍາດແຫ່ງຊາດ ແມ່ນ 37%, ອັດຕາຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີ ທີ່ ເປັນພະຍາດຖອກທ້ອງ ແລະ ໄດ້ຮັບການປິ່ນປົວຈາກສະຖານທີ່ບໍລິການສາທາລະນະສຸກ ແມ່ນ 58%, ອັດຕາຂອງເດັກນ້ອຍທີ່ໄດ້ກິນນົມແມ່ເທົ່ານັ້ນ ເປັນເວລາ 6 ເດືອນ ແມ່ນ 50,6%, ອັດຕາເດັກນ້ອຍອາຍຸ 36-59 ເດືອນທີ່ກໍາລັງເຂົ້າຮຽນຫລັກສູດການສຶກສາກ່ອນໄວຮຽນ ແມ່ນ 26,9%, 62,3% ຂອງເດັກນ້ອຍອາຍຸ 1-14 ປີ ທີ່ໄດ້ຖືກທໍາຮ້າຍທາງດ້ານຈິດໃຈ ແລະ ຖືກໂທດທາງຮ່າງກາຍ ແລະ 30,5% ຂອງແມ່ຍິງໄວໜຸ່ມ ໄດ້ແຕ່ງງານກ່ອນອາຍຸ 18 ປີ, 87% ຂອງຄົວເຮືອນ ທີ່ໃຊ້ນໍ້າດື່ມຈາກແຫລ່ງນໍ້າ ທີ່ໄດ້ຮັບການປັບປຸງ. ມີພຽງ 25,9 ເປີເຊັນ ຂອງຄົວເຮືອນເທົ່ານັ້ນ ທີ່ນໍາໃຊ້ບໍລິການນໍ້າດື່ມທີ່ປອດໄພ.

ພາຍຫລັງ ການເຜີຍເເຜ່ຜົນໄດ້ຮັບເບື້ອງຕົ້ນຈາກ LSISIII, ອົງການອຸຍນີເຊັບ ຈະສືບຕໍ່ສະໜັບສະໜູນ ສູນສະຖິຕິເເຫ່ງຊາດ ໃນການເຜີຍແຜ່ຜົນການຄົ້ນພົບ ແລະ ຂໍ້ມູນລະອຽດ ພ້ອມຊ່ວຍສົ່ງເສີມການວາງນະໂຍບາຍ ທີ່ອີງໃສ່ຂໍ້ມູນສະຖິຕິທີ່ມີຄຸນນະພາບ. ບົດລາຍງານສະບັບເຕັມຂອງ LSIS III ຈະຖືກເຜີຍແຜ່ໃນທ້າຍປີນີ້ ໂດຍລວມມີຂໍ້ມູນທີ່ແຍກອອກຕາມອາຍຸ, ທີ່ຢູ່ອາໄສ, ເພດ, ລະດັບຄວາມຮັ່ງມີ ແລະ ຊົນເຜົ່າ ເພື່ອຊ່ວຍໃນການສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສະພາບທາງສັງຄົມໃນປັດຈຸບັນຂອງ ສປປ ລາວ.

ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກ່າວວ່າ: ຈາກຜົນການສໍາຫລວດ LSIS ໃນ 3 ຄັ້ງຜ່ານມາ ເຫັນວ່າອັດຕາສ່ວນດັ່ງກ່າວ ຈາກການສໍາຫລວດ LSIS I ແມ່ນ 41,5%, LSIS II ແມ່ນ 64,4% ແລະ LSIS III ເພີ່ມຂຶ້ນເປັນ 79,8%. ສິ່ງດັ່ງກ່າວນີ້ ໄດ້ສ່ອງແສງ ແລະ ຢັ້ງຢືນໃຫ້ເຫັນເຖິງຄວາມ ຄືບໜ້າຂອງປະເທດ ໃນການປັບປຸງບັນຫາ ທາງດ້ານສຸຂະພາບຂອງແມ່ຍິງ ໃນ ສ ປປ ລາວ. ຫົວຫນ້າສູນສະຖິຕິແຫ່ງຊາດ ຍັງໄດ້ຍົກໃຫ້ເຫັນ ກ່ຽວກັບ ການດໍາລົງຊີວິດໃນສະພາບແວດລ້ອມ ທີ່ສະອາດ ແລະ ປອດໄພ ເຊັ່ນ: ການນໍາໃຊ້ແຫລ່ງນໍ້າດື່ມ ທີ່ໄດ້ຮັບການປັບປຸງ ເຊິ່ງແມ່ນໜຶ່ງໃນຕົວຊີ້ບອກທີ່ປະເມີນເງື່ອນໄຂຊີວິດການເປັນຢູ່ ຂອງປະຊາຊົນລາວ ໂດຍອີງໃສ່ຜົນການສໍາຫລວດ LSIS I ອັດຕາສ່ວນດັ່ງກ່າວ ແມ່ນ 69,9% ໝາຍວ່າໃນ 100 ຄົວເຮືອນໃດມີປະມານ 70% ແມ່ນນໍາໃຊ້ນໍ້າດື່ມທີ່ໄດ້ຮັບການປັບປຸງ ເຊິ່ງອັດຕາສ່ວນດັ່ງກ່າວເພີ່ມຂຶ້ນເປັນ 83,7% ໃນ LSIS II ແລະ ເປັນ 87 % ໃນ LSIS III. ສິ່ງດັ່ງກ່າວນີ້ ໄດ້ສ່ອງແສງໃຫ້ເຫັນວ່າການດຳລົງຊີວິດ ໃນສະພາບແວດລ້ອມທີ່ສະອາດ ແລະ ປອດໄພ ໃນແງ່ຂອງການນໍາໃຊ້ນໍ້າດື່ມທີ່ໄດ້ຮັບການປັບ ແມ່ນດີຂຶ້ນ.

ຜົນໄດ້ຮັບຂອງ LSIS III ສະແດງໃຫ້ເຫັນການເພີ່ມທະວີໃນທາງບວກ ໃນຂົງເຂດຕ່າງໆ ເຊິ່ງເປັນພື້ນຖານໃຫ້ແກ່ຜູ້ກໍານົດນະໂຍບາຍ ເພື່ອປະເມີນປະສິດທິຜົນ ຂອງບັນດາກິດຈະກໍາທີ່ກໍາລັງຈັດຕັ້ງປະຕິບັດ ແລະ ເປັນບ່ອນອີງໃນການປັບປຸງໃນອະນາຄົດ. ໂດຍການຍອມຮັບ ແລະ ສ້າງທ່າແຮງໃນທາງບວກເຫລົ່ານີ້, ລັດຖະບານ ກໍສາມາດເສີມຂະຫຍາຍຜົນກະທົບໃນທາງບວກ ຕໍ່ການພັດທະນາປະເທດຊາດ, ສົ່ງເສີມແນວທາງທີ່ຍືນຍົງ ແລະ ລວມສູນສໍາລັບປະເທດລາວ.

ພາຍຫລັງສຳເລັດການເຜີຍແຜ່ ການສໍາຫລວດດັດສະນີໝາຍສັງຄົມລາວ ຄັ້ງທີ III ແລ້ວ, ທ່ານ ນາງພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າ ອົງການອຸຍນີເຊັບ ປະຈໍາລາວ ກໍໄດ້ຮ່ວມກັນຕັດແຖບຜ້າ ເປີດປ້າຍປະກາດຜົນການສໍາຫລວດດັດສະນີໝາຍສັງຄົມລາວ ຄັ້ງທີ III ປີ 2023 ຢ່າງເປັນທາງການ.

ຂ່າວ-ພາບ: ອົງການອຸຍນິເຊັບ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments