Saturday, July 27, 2024
Homeຂ່າວໜ້າໜຶ່ງເຂດສາມຫລ່ຽມຄໍາ ຄາດວ່າຈະດູດນັກທ່ອງທ່ຽວ ໃຫ້ໄດ້ 7 ແສນຄົນໃນປີ 2024

ເຂດສາມຫລ່ຽມຄໍາ ຄາດວ່າຈະດູດນັກທ່ອງທ່ຽວ ໃຫ້ໄດ້ 7 ແສນຄົນໃນປີ 2024

ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ຄາດວ່າຈະດຶງດູດນັກທ່ອງທ່ຽວປະມານ 700.000 ຄົນ, ຂະນະທີ່ ອໍານາດການປົກຄອງແຂວງບໍ່ແກ້ວ ຮ່ວມກັບເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ຈັດງານສະເຫລີມສະຫລອງເທສະການດອກງິ້ວບານຢ່າງຍິ່ງໃຫຍ່ ໃນຕອນຄໍ່າຂອງວັນທີ 26 ມັງກອນ 2024 ເພື່ອຮັບຕ້ອນປີທ່ອງທ່ຽວ ແລະ ການເປັນປະທານອາຊຽນຂອງ ສປປ ລາວ ປີນີ້.

ໃນປີ 2023, ທ່ານ ເຫວິນປິງ ຜູ້ຮັບຜິດຊອບແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວ ໄດ້ເຄີຍໃຫ້ສຳພາດໄວ້ວ່າ: ກ່ອນບໍ່ມີການລະບາດພະຍາດໂຄວິດ-19, ນັກທ່ອງທ່ຽວນິຍົມເຂົ້າມາທ່ອງທ່ຽວ ໃນວັນປົກກະຕິປະມານ 1.000-1.600 ຄົນ, ມື້ພັກຜ່ອນ ປະມານ 2.000 ກວ່າຄົນ ໂດຍນັກທ່ອງທ່ຽວ ໄດ້ພາກັນມາເປັນກຸ່ມ ແລະ ແບບຄອບຄົວ ເພື່ອມາເບິ່ງຕົ້ນງິ້ວ ທີ່ເປັນເອກະລັກສະເພາະຢູ່ເຂດດອນຊາວ. ໃນປີນີ້ ໄດ້ມີປະກົດການທາງທຳມະຊາດ ຄື ມີດອກງິ້ວທີ່ມີສອງສີໃນດອກດຽວກັນ ຄືສີແດງ ແລະ ສີເຫລືອງ. ປັດຈຸບັນ ຄະນະຜູ້ຮັບຜິດຊອບແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ໄດ້ອະນຸລັກຕົ້ນດອກງິ້ວ ແລະ ຂຶ້ນທະບຽນແລ້ວ 1.000 ກວ່າຕົ້ນ.

ໃນວັນທີ 26 ມັງກອນ 2024, ງານເທດສະການດອກງິ້ວບານ ຄັ້ງທີ XXI ປະຈໍາປີ 2024 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກ ລັດຖະມົນຕີ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ, ມີບັນດາການນໍາພັກ-ລັດ, ອະດີດການນໍາຂັ້ນສູນກາງ, ຂັ້ນແຂວງ-ເມືອງ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ມວນຊົນຊາວແຂວງບໍ່ແກ້ວເຂົ້າຮ່ວມ ຢ່າງຫລວງຫລາຍ.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ລາຍງານໃຫ້ຊາບວ່າ: ເທສະການງານບຸນດອກງິ້ວບານ ເປັນເຫດການທີ່ມີຄວາໝາຍ-ຄວາມສໍາຄັນ ທັງເປັນປາງບຸນໃຫຍ່ໜຶ່ງທີ່ຊາວແຂວງບໍ່ແກ້ວ ເຄີຍຈັດຕັ້ງປະຕິບັດມານັບແຕ່ປີ 2000 ມາເຖິງປັດຈຸບັນ ໂດຍສະເພາະປີ 2024 ເປັນຄັ້ງທີ XXI ເພື່ອເປັນການສົ່ງເສີມ ແລະ ປົກປັກຮັກສາຄວາມເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ກໍຄືຂອງຊາດ, ທັງເປັນການເປີດກິດຈະກໍາການທ່ອງທ່ຽວລະດັບຊາດ ຕາມທີ່ລັດຖະບານໄດ້ກໍານົດເອົາງານເທດສະການບຸນດອກງິ້ວບານ ເປັນກິດຈະກໍາການທ່ອງທ່ຽວລະດັບຊາດ ຢູ່ແຂວງບໍ່ແກ້ວ ແນໃສ່ສົ່ງເສີມການທ່ອງທ່ຽວທໍາມະຊາດຂອງດອນຊາວ ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວ ຄົບວົງຈອນຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເພື່ອເຊີນມວນຊົນຢູ່ທຸກແຫ່ງຫົນເຂົ້າມາທ່ຽວຊົມ ທັງເປັນການຊຸກຍູ້ສົ່ງເສີມການລົງທຶນ, ການສົ່ງເສີມງານຕະຫລາດນັດ, ການແລກປ່ຽນສິນຄ້າ, ການເສີມຂະຫຍາຍຄວາມສາມັກຄີ ຮັກແພງຂອງປະຊາຊົນບັນດາເຜົ່າ.

ງານເທດສະການໃນຄັ້ງນີ້, ປະກອບມີກິດຈະກໍາຕ່າງໆ ທີ່ສໍາຄັນເປັນຕົ້ນ ການປະກວດນາງສາວດອກງິ້ວບານ ປະຈໍາປີ 2024; ການປະກວດນາງສາວທ່ອງທ່ຽວລາວ ປະຈໍາປີ 2024; ການສະແດງສີລະປະວັນນະຄະດີຈາກ 4 ປະເທດຄື: ລາວ, ສປ ຈີນ, ໄທ ແລະ ມຽນມາ; ໄດ້ມີການແຂ່ງຂັນກິລາຕີກັອຟ ຊີງຖ້ວຍລາງວັນດອກງິ້ວຄໍາ ຄັ້ງທີ 1; ການວາງສະແດງ ແລະ ຈໍາໜ່າຍສິນຄ້າ; ການແຂ່ງກິລາຕີມວຍ, ຮີດຄອງປະເພນີ, ວິຖີດໍາລົງຊີວິດ 13 ເຜົ່າ ພາຍໃນແຂວງບໍ່ແກ້ວ, ການສະແດງຈູດບັ້ງໄຟດອກ ແລະ ປ່ອຍໂຄມໄຟ ແລະ ອື່ນໆ. ເທດສະການດອກງິ້ວບານໃນປີນີ້ ແມ່ນໄດ້ເປີດໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມຈົນເຖິງວັນທີ 28 ມັງກອນ 2024 ນີ້.

ເຂດເສດຖະກິດພິເສດສາມຫລ່ຽມຄໍາ ຕັ້ງຢູ່ຝັ່ງນໍ້າຂອງໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ມີຊາຍແດນໃກ້ກັນກັບປະເທດເພື່ອນບ້ານ ທີ່ມີນໍ້າຂອງຂັ້ນ ເຊັ່ນ: ໄທ ແລະ ມຽນມາ ເຊິ່ງແມ່ນໜຶ່ງໃນປາກແມ່ນໍ້າ ແລະ ເປັນປະຕູອາຊຽນທີ່ເຊື່ອມໂຍງກັບ 10 ປະເທດສະມາຊິກອາຊຽນ, ສປ ຈີນ ແລະ ພາກພື້ນສາກົນ. ນອກຈາກນັ້ນຍັງສາມາດເຊື່ອມກັບສາຍທາງລົດໄຟລາວ-ຈີນ ເຊິ່ງບໍ່ພຽງເອື້ອອໍານວຍໃນການຂົນສົ່ງສິນຄ້າ, ການບໍລິການ ແຕ່ຫາກຍັງເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດສາມາດເດີນທາງມາ ເຂດສາມຫລ່ຽມຄໍາ ດ້ວຍການນັ່ງລົດໄຟເຖິງຈຸດໝາຍປາຍທາງຢ່າງໜ້າຕື່ນເຕັ້ນ.

ຂ່າວ-ພາບ: ເກີດຂວັນໃຈ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments