Saturday, July 27, 2024
Homeຂ່າວໜ້າໜຶ່ງຄະນະຜູ້ແທນທ່ອງທ່ຽວອາຊຽນ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ຢູ່ ນວ

ຄະນະຜູ້ແທນທ່ອງທ່ຽວອາຊຽນ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ຢູ່ ນວ

ໃນວັນທີ 27 ມັງກອນ 2024 ນີ້, ຄະນະຜູ້ແທນທີ່ມາເຂົ້າຮ່ວມ ງານມະຫະກຳທ່ອງທ່ຽວຊຽນ ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບ ທີ່ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 24 ມັງກອນ ແລະ ປິດລົງ ໃນວັນທີ 26 ມັງກອນ 2024 ໄດ້ໄປທຽວຊົມ ສະຖານທີ່ທ່ອງທ່ຽວທາງວັດທະນະທຳ ແລະ ພິພິຕະພັນ ຈຳນວນໜຶ່ງ ຢູ່ນະຄອນຫລວງວຽງຈັນ (ນວ).

ການທ່ຽວຊົມຄັ້ງນີ້, ຄະນະຜູ້ແທນ ໄດ້ທ່ຽວຊົມ ກາບໄຫວ້ສັກກະລະບູຊາ ພຣະທາດຫລວງວຽງຈັນ ເຊິ່ງເປັນປູຊະນິຍະສະຖານບູຮານ, ເປັນສັນຍາລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປວງຊົນລາວທັງຊາດ ກໍຄື ຊາວນະຄອນຫລວງວຽງຈັນ. ຈາກນັ້ນ, ໄດ້ສືບຕໍ່ເດີນທາງໄປທ່ຽວຊົມ ຫໍພິພິຕະພັນວຽງຈັນ ສິລະປະຮ່ວມສະໄໝ ຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ. ພິພິຕະພັນດັ່ງກ່າວ ໄດ້ນຳເອົາໄມ້ເກາະສະລັກ ຮ່ວມສະໄໝ ຫລາກຫລາຍຮູບແບບ ທີ່ສວຍງາມ, ປານີດ ມາວາງສະແດງ ໃຫ້ໄດ້ເບິ່ງໄດ້ຊົມ.

ພ້ອມດຽວກັນນີ້, ຄະນະຜູ້ແທນ ຍັງໄດ້ເດີນທາງໄປທ່ຽວຊົມສວນວັດທະນະທຳຊຽງຄວນ ຢູ່ບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເຊິ່ງສະຖານທີ່ດັ່ງກ່າວ, ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ທາງດ້ານວັດທະນະທຳ ແຫ່ງທີ່ 1 ຂອງນະຄອນຫລວງວຽງຈັນ, ເປັນສະຖານທີ່ ທີ່ມີຄວາມສວຍງາມ, ມີຄວາມໝາຍທາງປະຫວັດສາດ, ວັດທະນະທຳ, ເປັນສະຖານທີ່ທີ່ມວນຊົນ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈ ເຂົ້າໄປທ່ຽວຊົມ ເປັນຈຳນວນຫລາຍ.

ການມາທ່ຽວຊົມ ຂອງຄະນະຜູ້ແທນດັ່ງກ່າວ, ຖືເປັນນິມິດໝາຍອັນດີ ເພື່ອໂຄສະນາເຜີຍແຜ່ດ້ານວັດທະນະທຳ ກໍຄື ການທ່ອງທ່ຽວທາງ ດ້ານວັດທະນະທຳ ເປັນການໂຄສະນາແຫລ່ງທ່ອງທ່ຽວ ທາງປະຫວັດສາດ, ວັດທະນະທຳ ແລະ ສີໄມ້ລາຍມື ໃນການເກາະສະລັກໄມ້ ຂອງຄົນລາວ ໃຫ້ບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດ ໃນທົ່ວໂລກ ໄດ້ຮັບຮູ້ ສປປ ລາວ ຫລາຍຂຶ້ນ, ແນໃສ່ດຶງດູດເອົານັກທ່ອງທ່ຽວ ຢູ່ທົ່ວທຸກມູມໂລກ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ. ຂ່າວ: ທະນູທອງ ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments