Saturday, July 27, 2024
Homeຂ່າວໜ້າໜຶ່ງວາງສະແດງຮູບພາບສິລະປະສູ່ສາຍຕານັກທ່ອງທ່ຽວ ຢູ່ສາມຫລ່ຽມຄຳ

ວາງສະແດງຮູບພາບສິລະປະສູ່ສາຍຕານັກທ່ອງທ່ຽວ ຢູ່ສາມຫລ່ຽມຄຳ

ງານວາງສະແດງຮູບພາບສິລະປະ ໄດ້ຈັດຂຶ້ນຢູເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງໄດ້ນຳເອົາຮູບພາບຈໍານວນຫລາຍຮ້ອຍພາບມາວາງສະແດງ ໃນງານເທສະການດອກງິ້ວບານ ເພື່ອສົ່ງເສີມວັດທະນະທໍາ, ຮີດຄອງປະເພນີອັດດີງາມ ຂອງບັນດາຊົ່ນເຜົ່າຕ່າງໆ, ລວມທັງປະຫວັດສາດ, ການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ ແລະ ອື່ນໆ. ຮູບສ່ວນໃຫຍ່ປະກອບມີພາບຖ່າຍ, ຮູບແຕ້ມ ແລະ ຮູບລະບາຍສີອື່ນໆສະທ້ອນໃຫ້ເຫັນຄວາມເປັນທໍາມະຊາດ, ຮັກສາສິ່ງແວດລ້ອມ, ສັນຕິພາບ, ການແບ່ງປັນຄວາມສາມັກຄີ ແລະ ການຊ່ວຍເຫລືອມະນຸດດ້ວຍກັນ, ວິຖີຊີວິດ, ການເຄື່ອນໄຫວຈາກອະດີດເຖິງປັດຈຸບັນ.

ງານວາງສະແດງສິລະປະສາກົນ ສາມຫລ່ຽມຄໍາ ແຫ່ງສັນຕິພາບດັ່ງກ່າວນີ້ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2024 ໃນໂອກາດເທສະການດອກງິ້ວບານປະຈໍາປີ 2024, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ເຈົ້າເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ, ມີທ່ານເຈົ້າແຂວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງແລະ ມວນຊົນ ເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ເຊີນ ສຽນເຟີງ ໄດ້ກ່າວວ່າ: ການເປີດງານວາງສະແດງຄັ້ງນີ້ ແມ່ນມີຈຸດປະສົງຖ່າຍທອດຄວາມສວຍງາມ, ການປົກປັກຮັກສາສິ່ງແວດລ້ອມ, ສົ່ງເສີມສັນຕິພາບ ແລະ ຄວາມສະຫງົບ, ຮີດຄອງປະເພນີອັນດີຂອງຊາດຂອງບັນດາຊົ່ນເຜົ່າຕ່າງໆ ຜ່ານຜົນສິລະປະ ໃນເທສະການດອກງິ້ວບານ ປະຈຳປີ 2024 ເຊິ່ງໄດ້ຈັດຫລາຍກິດຈະກຳທີ່ໜ້າສົນໃຈ. ທ່ານ ດຣ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ໄດ້ກ່າວວ່າ: ການຈັດເທສະການດອກງິ້ວບານ ຄັ້ງທີ XXI ປະຈຳປີ 2024 ເປັນປາງບຸນໃຫຍ່ປະເພນີຂອງແຂວງບໍ່ແກ້ວ ເຊິ່ງຄັ້ງທີ I ຈັດຂຶ້ນປີ 2000 ແລະ ມີຜົນສໍາເລັດໃນການຈັດງານມາແລ້ວ 20 ຄັ້ງ ໂດຍຈັດຂຶ້ນໃນໄລຍະລະດູ ທີ່ດອກງິ້ວກໍາລັງເບັ່ງບານ (ທ້າຍເດືອນມັງກອນ-ຕົ້ນເດືອນກຸມພາ) ຂອງທຸກປີ. ຈຸດປະສົງການຈັດງານດັ່ງກ່າວ ເພື່ອອະນຸລັກ ແລະ ສົ່ງເສີມ ວຽກງານດ້ານສິລະປະ ວັດທະນະທໍາ, ການນຸ່ງຖື, ແບບແຜນວິຖີຊີວິດ ກໍຄືຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງບໍ່ແກ້ວ ໃຫ້ມີຄວາມຍືນຍົງ ຄຽງຄູ່ກັບການພັດທະນາດ້ານເສດຖະກິດ ທັງເປັນການເຊື່ອມໂຍງເຂົ້າກັບວັດທະນະທໍາ-ອະລິຍະທໍາ ອັນດີງາມຂອງຊາດ ແລະ ສາກົນ ເພື່ອໃຫ້ບັນດາແຂກ ແລະ ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ສໍາຜັດກັບຄວາມສວຍສົດງົດງາມ ທີ່ເປັນເອກະລັກພິເສດຂອງຕົ້ນງິ້ວ ກໍຄືດອກງິ້ວໄລຍະທີ່ກໍາລັງເບັ່ງບານ.

ເທສະການດອກງິ້ວບານ ຄັ້ງທີ XXI ປະຈໍາປີ 2024 ແມ່ນຍິ່ງໃຫຍ່ກວ່າຜ່ານມາ ແລະ ມີຫລາຍກິດຈະກໍາທີ່ສໍາຄັນ ຄື: ຄັດເລືອກນາງສາວດອກງິ້ວບານ ປະຈໍາປີ 2024 ເຊິ່ງເປັນນາງສາວຂອງແຂວງບໍ່ແກ້ວ ລວມມີ 20 ນາງສາວ ທີ່ຜ່ານການຄັດເລືອກ ເພື່ອເຂົ້າຄັດເລືອກຮອບສຸດທ້າຍ ໂດຍມີລາງວັນເງິນ ແລະ ວັດຖຸ 500 ລ້ານກວ່າກີບ ໄລຍະຄັດການເລືອກ ວັນທີ 26-28 ມັງ ກອນ 2024 ການຄັດເລືອກນາງສາວທ່ອງທ່ຽວລາວ ປະຈໍາປີ 2024 ເຊິ່ງເປັນນາງສາວຈາກ 18 ແຂວງ ທົ່ວປະເທດ ລວມມີ 36 ນາງສາວ ທີ່ຜ່ານການຄັດເລືອກ ເພື່ອຄັດເລືອກໃນຮອບສຸດທ້າຍ ໂດຍມີລາງວັນເງິນ ແລະ ວັດຖຸ 1 ຕື້ກວ່າກີບ ໄລຍະການຄັດເລືອກ ວັນທີ 26-27 ມັງກອນ 2024, ການສະແດງສິລະປະ-ວັນນະຄະດີ ເຊິ່ງປະກອບມີລາຍການສະແດງຈາກສູນກາງ ແລະ ທ້ອງຖິ່ນ. ນອກນີ້, ຍັງມີການສະແດງຈາກຕ່າງປະເທດ ເປັນຕົ້ນ, ຈີນ, ໄທ ແລະ ມຽນມາ; ການແຂ່ງຂັນກີລາຕີກ໊ອຟ ຊີງຖ້ວຍລາງວັນດອກງິ້ວຄໍາ ຄັ້ງທີ 1 ເຊິ່ງຈັດຂຶ້ນຢູ່ສະໜາມກ໊ອຟສາກົນ ສາຍພູກິ່ວລົມ ແຕ່ວັນທີ 19-21 ມັງກອນ ເຊິ່ງມີທີມ (ກວ້ານ) ນັກກີລາຈາກ 9 ປະເທດ ລວມ 18 ທີມ ມີນັກກິລາ 100 ກ່ວາຄົນ ຊີງເງິນລາງວັນປະເພດ ຄະແນນລວມຂອງທີມ ແລະ ຄະແນນຂອງບຸກຄົນ ມູນຄ່າລາງວັນ ຄະນະ ແລະ ບຸກຄົນ 3,75 ຕື້ກີບ. ນອກນີ້ຍັງມີລາງວັນໂຮນອິນວັນ ຫລື ເຂົ້າຂຸມໄມ້ດຽວ 1,5 ຕື້ກີບ ພ້ອມດ້ວຍບັດສະມາຊິກ ມູນຄ່າ 1,5 ຕື້ກີບ; ການວາງສະແດງ ແລະ ຈໍາ ໜ່າຍສິນຄ້າ ເພື່ອສົ່ງເສີມການຄ້າ ການບໍລິການ ກໍຄືການສ້າງລາຍຮັບໃຫ້ປະຊາຊົນ ແລະ ຜູ້ປະກອບການ ເຊິ່ງໄດ້ຈັດສັນເຂດວາງສະແດງ ແລະ ຈໍາໜ່າຍສິນຄ້າ 400 ກວ່າຮ້ານ ເລີ່ມແຕ່ວັນທີ 21-28 ມັງ ກອນ 2024; ການແຂ່ງກີລາຕີມວຍ ເຊິ່ງແມ່ນກິລາປະເພດໜຶ່ງທີ່ໄດ້ຮັບຄວາມນິຍົມ ຈາກມວນຊົນ, ປະເພດມວຍລາຍລາວ ມວຍໄທ ປະກອບມີ 9 ຄູ່ (ຊາຍ 7 ຄູ່ ຍິງ 2 ຄູ່) ປະກອບມີຄົນລາວ, ໄທ, ຍີ່ປຸ່ນ ແລະ ອີຣ່ານ ແຂ່ງຂັນວັນທີ 28 ມັງກອນ ພິເສດ ບົວຂາວ ບັນຊາເມກ ນັກມວຍຊື່ດັງຂອງໄທ ກໍຈະມາຮ່ວມເປັນກໍາລັງໃຈ ໃນການແຂ່ງຂັນຄັ້ງນີ້. ນອກນີ້ຍັງຈະມີການສະແດງບິນໂດຣນ ເພື່ອສ້າງສີສັນ ແລະ ຄວາມຕື່ນເຕັ້ນ ເຊິ່ງເປັນກິດຈະກໍາໃໝ່ ໂດຍນໍາໃຊ້ໂດຣນ 1.000 ລໍາ ບິນຂຶ້ນທ້ອງຟ້າ ແລະ ເປີດດອກໄຟປະກອບເປັນຮູບພາບຕ່າງໆ ຈະສະແດງສອງຄັ້ງ ຄື: ວັນທີ 26 ແລະ 27 ມັງກອນ 2024; ການສະແດງຈູດບັ້ງໄຟດອກ ແລະ ປ່ອຍໂຄມໄຟ ຈໍານວນຫລາຍ ເພື່ອເຮັດໃຫ້ງານໄດ້ມີສີສັນທີ່ສວຍງາມ ເຊິ່ງໄດ້ຈູດທັງກາງເວັນ ແລະ ກາງຄືນຂອງວັນທີ 26 ແລະ 28 ມັງກອນ.

ສໍາລັບການປ່ອຍໂຄມໄຟ ແມ່ນຄໍ່າຄືນຂອງວັນທີ 28 ມັງກອນ 2024, ນອກຈາກ 8 ກິດຈະກໍາຫລັກແລ້ວ ຍັງຈະມີການຈັດກອງປະຊຸມ ສົ່ງເສີມການລົງທຶນ ແລະ ການ ທ່ອງທ່ຽວ ແລະ ກອງປະຊຸມ ປະຈໍາປີ 2024 ຂອງສະມາຄົມເມືອງທ່ອງທ່ຽວ ມິດຕະພາບສາກົນຄຸນໝິງ ຕື່ມອີກ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments