Saturday, July 27, 2024
Homeຂ່າວການເມືອງຍ່າງເພື່ອສຸຂະພາບ ສະຫລອງວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ຍ່າງເພື່ອສຸຂະພາບ ສະຫລອງວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ໃນວັນທີ 27 ມັງກອນ 2024, ທີ່ເດີ່ນທາດຫລວງ ນະຄອນຫລວງວຽງຈັນ, ອະນຸກໍາມມະການໂຄສະນາຂະບວນການສົມທົບ ກັບທຸກອະນຸກຳມະການທີ່ກ່ຽວຂ້ອງ ແລະ ອົງການປົກຄອງ ນະຄອນຫລວງວຽງຈັນ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບຂຶ້ນ ເຊິ່ງແມ່ນໜຶ່ງໃນກິດຈະກຳໃນຂະບວນການ ສະເຫລີມສະຫລອງວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8.2.1924-8.2.2024). ມີທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທັງເປັນຫົວໜ້າຄະນະຮັບຜິດຊອບລະດັບຊາດ ໃນການສະເຫລີມສະຫລອງວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ທ່ານ ນາງ ທອງວັນ ສີພັນດອນ ພັນລະຍາຂອງປະທານ ຄໍາໄຕ ສີພັນດອນ ພ້ອມດ້ວຍລູກຫລານ ການນໍາພັກ-ລັດຂັັ້ນສູງ, ຄະນະຮັບຜິດຊອບລະດັບຊາດ, ເຈົ້າຄອງນະຄອນຫລວງວຽງຈັນ, ອົງການຈັດຕັັ້ງພັກ-ລັດ ກໍາລັງປະກອບອາວຸດ, ແນວລາວສ້າງຊາດ, ອົງການຈັດຕັັ້ງມະຫາຊົນ, ພະນັກງານປະຕິວັດອາວຸໂສບໍານານ, ຄອບຄົວການນໍາພັກ-ລັດ ພະນັກງານ, ທະຫານ, ຕໍາຫລວດ ແລະ ມວນຊົນນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່າງຫລວງຫລາຍ.

ກິດຈະກຳຍ່າງເພື່ອສຸຂະພາບ ຄັ້ງນີ້ ເພື່ອສັນລະເສີນຄຸນງາມຄວາມດີ, ຄວາມເສຍສະຫລະອັນສູງສົ່ງ ຂອງປະທານ ຄໍາໄຕ ສີພັນດອນ ຮ່ວມກັບການນໍາພັກ-ລັດທ່ານອື່ນໆ ທີ່ໄດ້ພ້ອມກັນອຸທິດຕົນເອງທຸກສິ່ງທຸກຢ່າງ ເພື່ອພາລະກິດການປະຕິວັດຊາດ ກອບກູ້ເອົາອິດສະຫລະພາບ ແລະ ປົດປ່ອຍ ປະເທດຊາດອອກຈາກແອກຄອບຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ສະຖາປະນາລະບອບໃໝ່ເປັນ ສປປ ລາວ ທີ່ພວກເຮົາໄດ້ຢູ່ເຢັນເປັນສຸກຄືທຸກວັນນີ້ ເພື່ອສຸຂະພາບທີ່ດີທາງດ້ານຮ່າງກາຍ ແລະ ຈິດໃຈ ໃຫ້ມີຄວາມແຂງແຮງ, ເບີກບານມ່ວນຊື່ນ ປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນສີວິໄລຢ່າງບໍ່ຢຸດຢັ້ງ ເພື່ອສືບຕໍ່ມູນເຊື້ອ ຄວາມສາມັກຄີທົ່ວປວງຊົນລາວທັງຊາດ ໃຫ້ເປັນປຶກແຜ່ນຢູ່ອ້ອມຂ້າງພັກ.

ກິດຈະກຳຍ່າງ້ພື່ອສຸຂະພາບ ໃນຄັ້ງນີ້, ຍັງເປັນການສ້າງໂອກາດໃຫ້ບັນດາຜູ້ທີ່ເຂົ້າຮ່ວມ ໄດ້ພົບປະໂອ້ ລົມ-ທັກທາຍຖາມຂ່າວ ແລະ ແລກປ່ຽນສົນທະນາ ຢ່າງສ້າງສັນ ເຊິ່ງກັນ ແລະ ກັນ ເຊິ່ງຂະບວນການຍ່າງຄັ້ງນີ້ ຈຸດເລີ່ມຕົ້ນແມ່ນອອກຈາກ ເດີ່ນສະໜາມຫລວງ ຍ່າງໄປຕາມຖະໜົນໄກສອນ ພົມວິຫານ ແລ້ວລ້ຽວຊ້າຍກັບຢູ່ໄຟອຳ ນາດໂພນສະອາດ ສູ່ຖະໜົນໜອງບອນ ແລ້ວກັບຄືນສະຫນາມຫລວງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments