Saturday, July 27, 2024
Homeຂ່າວຕ່າງປະເທດວິເຄາະສະຖານະການ ຈີນ ແລະ ນາອູຣຸ ຟື້ນຟູສາຍພົວພັນທາງການທູດຢືນຢັນວ່າ ການຍຶດໝັ້ນຫລັກການປະເທດຈີນດຽວເປັນສິ່ງທີ່ຕ້ອງເປັນໄປໃນການພັດທະນາຂອງປະຫວັດສາດ

ວິເຄາະສະຖານະການ ຈີນ ແລະ ນາອູຣຸ ຟື້ນຟູສາຍພົວພັນທາງການທູດຢືນຢັນວ່າ ການຍຶດໝັ້ນຫລັກການປະເທດຈີນດຽວເປັນສິ່ງທີ່ຕ້ອງເປັນໄປໃນການພັດທະນາຂອງປະຫວັດສາດ

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຫວ່າງມໍ່ໆມານີ້, ປະຊາຊົນນາອູຣຸ ປະເທດເກາະດອນ ໃນມະຫາສະໝຸດປາຊີຟິກ ພາກັນສະແດງຄວາມຊົມເຊີຍຕໍ່ເລື່ອງທີ່ ຈີນ ແລະ ນາອູຣຸ ຟື້ນຟູສາຍພົວພັນທາງການທູດ. ກ່ອນໜ້ານີ້, ລັດຖະສະພານາອູຣຸ ໄດ້ຮັບຮອງມະຕິດ້ວຍຄະແນນສຽງທັງໝົດ ໂດຍສະໜັບສະໜູນປະເທດຕົນຕັດສາຍພົວພັນທາງການທູດກັບໄຕ້ຫວັນຈີນ ແລະຟື້ນຟູສາຍພົວພັນທາງການທູດກັບຈີນ. ເຊິ່ງໄດ້ສະແດງໃຫ້ເຫັນວ່າ, ຂໍ້ຕົກລົງຂອງລັດຖະບານນາອູຣຸ ໄດ້ເປັນຕົວແທນທີ່ແທ້ຈິງໃຫ້ແກ່ຄວາມປາດຖະໜາຂອງປະຊາຊົນໃນປະເທດຕົນ, ສອດຄ່ອງກັບຜົນປະໂຫຍດແຫ່ງຊາດຕົນ ແລະຍິ່ງສອດຄ່ອງກັບທ່າອຽງລວມຂອງປະຫວັດສາດ. ວັນທີ 24 ມັງກອນນີ້, ຫລັງຈາກຈີນ ແລະ ນາອູຣຸ ໄດ້ລົງນາມໃນຖະແຫລງການຮ່ວມກ່ຽວກັບການຟື້ນຟູສາຍພົວພັນທາງການທູດຕໍ່ກັນແລ້ວ, ລວມມີ 183 ປະເທດໃນໂລກໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ. ກົງກັນຂ້າມ, ອັນທີ່ເອີ້ນວ່າ “ປະເທດທີ່ມີສາຍພົວພັນທາງການທູດ” ກັບເຈົ້າໜ້າທີ່ໄຕ້ຫວັນ ເຫລືອພຽງແຕ່ 12 ປະເທດເທົ່ານັ້ນ. ໝາຍຄວາມວ່າມີ 183 ຕໍ່ 12 ເຊິ່ງສະແດງໃຫ້ເຫັນເຖິງຈິດໜຶ່ງໃຈດຽວຂອງປະຊາຊົນ ກໍຄື ທ່າອຽງລວມ. ເຮັດໃຫ້ຊາວໂລກເຫັນໄດ້ຢ່າງຈະແຈ້ງຕື່ມອີກວ່າ: ການແບ່ງແຍກໄຕ້ຫວັນເປັນເອກະລາດ ເປັນໄປບໍ່ໄດ້ຢ່າງເດັດຂາດ.

ຫວ່າງບໍ່ດົນມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ, ທ່ານ ລິອອນເນວ ແອນກີເມຍ ລັດຖະມົນຕີ ກະຊວງການຕ່າງປະເທດນາອູຣຸ ກ່າວວ່າ ສື່ມວນຊົນຈີນ ຍ້ອງຍໍວ່າ ນາອູຣຸ ເປັນໄຂ່ມຸກຢູ່ເທິງມະຫາສະໝຸດປາຊິຟິກ. ເຊິ່ງຢືນຢັນວ່າ ຈີນຍຶດໝັ້ນຫລັກການສະເໝີພາບ ແລະ ເຄົາລົບເຊິ່ງກັນ ແລະກັນໃນການໄປມາຫາສູ່ແລກປ່ຽນກັນໃນສາກົນ ແລະຊ່ວຍເຫລືອປະເທດອື່ນພັດທະນາໄປພ້ອມໆກັນຢ່າງຈິງໃຈ. ທ່ານ ແອນກີເມຍ ເຫັນວ່າ ການຍຶດໝັ້ນຫລັກການປະເທດຈີນດຽວເປັນທ່າອຽງລວມ, ເປັນສິ່ງທີ່ຕ້ອງເປັນໄປໃນການພັດທະນາຂອງປະຫວັດສາດ. ສາມາດຄາດຄະເນໄດ້ວ່າອັນທີ່ເອີ້ນວ່າ ປະເທດທີ່ຍັງມີສາຍພົວພັນທາງການທູດ ກັບໄຕ້ຫວັນຈີນ ໃນຈຳນວນທີ່ຍັງເຫລືອບໍ່ຫລາຍນັ້ນ, ອາດຈະທຳການເລືອກອັນຖືກຕ້ອງທີ່ສອດຄ່ອງກັບກະແສລວມຂອງປະຫວັດສາດ ແລະຜົນປະໂຫຍດຂອງຕົນໃນທີ່ສຸດ. ໂດຍຢູ່ບົນພື້ນຖານຂອງຫລັກການປະເທດຈີນດຽວ, ການເປີດປະຫວັດສາດໜ້າໃໝ່ແຫ່ງການຮ່ວມມືດ້ານການພັດທະນາພວມລໍຖ້າໂອກາດຢູ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments