Saturday, July 27, 2024
Homeຂ່າວໜ້າໜຶ່ງຜົນສຳເລັດ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27

ຜົນສຳເລັດ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27

ກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ເຊິ່ງໄດ້ຈັດຂຶ້ນໃນວັນທີ 25 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ, ສປປ ລາວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ທ່ານ ດາໂຕະ ຊິຣິ ທິອ໋ອງ ຄິງຊິງ ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ແຫ່ງປະເທດມາເລເຊຍ ໄດ້ປຶກສາຫາລື ແລະ ຕົກລົງກັນ ໃນຫລາຍບັນຫາສຳຄັນ ແລະ ມີຜົນສຳເລັດຢ່າງຈົບງາມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຖະແຫລງຜົນສຳເລັດຂອງກອງປະຊຸມດັ່ງກ່າວວ່າ: ກອງ​ປະຊຸມ​ໄດ້​ສຸມ​ໃສ່ການ​ປຶກສາ​ຫາລື​ກ່ຽວກັບ​ ການຈັດ​ຕັ້ງ​ປະຕິບັດ​ບັນດາ​ກິດຈະກຳທີ່ລະບຸໄວ້ໃນ​ແຜນ​ຍຸດ​ທະ​ສາດ​ ການທ່ອງທ່ຽວ​ອາ​ຊຽນ 2016-2025, ພ້ອມ​ທັງ ບັນດາກິດຈະກຳ​ບຸລິມະສິດຫລັກຕ່າງໆ ​ໃນ​ປີ 2023-2024 ​ເພື່ອ​ຊຸກຍູ້​ການ​ຟື້ນ​ຟູ​ຂະແໜງ​ການທ່ອງທ່ຽວ​ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ​ພາຍໃຕ້​ຄຳຂວັນ “ການທ່ອງທ່ຽວທີ່ມີ​ຄຸນ​ນະພາ​ບ ​ແລະ ມີຄວາມ​ຮັບ​ຜິດ​ຊອບ ເພື່ອເຮັດໃຫ້ອາຊຽນ ມີຄວາມ​ຍືນ​ຍົງໃນອະນາຄົດ” ເຊິ່ງກອງ​ປະຊຸມ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ ​ບັນດາ​ປະ​ເທດ​ສະມາຊິກອາຊຽນ ​ໃນ​ທຸກ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ຮັບປະກັນ​ຄວາມ​ຍືນ​ຍົງ ​ແລະ ການເຕີບໂຕ​ຂອງ​ການທ່ອງທ່ຽວ​ອາ​ຊຽນ, ພ້ອມທັງ ຮຽກຮ້ອງໃຫ້ບັນດາ​ປະ​ເທດ​ສະມາຊິກອາ​ຊຽນ ສືບ​ຕໍ່ຈັດຕັ້ງ​ປະຕິບັດ​ບັນດາ​​ກິດຈະກຳ ທີ່ນອນ ຢູ່ໃນແຜນຍຸດທະສາດ ການທ່ອງທ່ຽວອາຊຽນ 2016-2025 ຕາມ​ແຜນທີ່ໄດ້ກຳນົດໄວ້ ກ່ຽວກັບການສ້າງແຜນຍຸດທະສາດການທ່ອງທ່ຽວອາຊຽນ ຫລັງປີ 2025 ແລະ ໄດ້ຕົກລົງມອບໝາຍ ໃຫ້ເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ເລີ່ມສ້າງແຜນຍຸດທະສາດຕໍ່ໄປໃນປີ 2024 ໂດຍມີການປຶກສາຫາລື ກັບທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ຂະແໜງການອື່ນໆ ຂອງອາຊຽນ ລວມທັງພາກທຸລະກິດ ແລະ ສະຖາບັນການສືກສາ.

ກອງປະຊຸມ ໄດ້ເນັ້ນໜັກວ່າ: ແຜນຍຸດທະສາດຫລັງປີ 2025 ຄວນສອດຄ່ອງກັບແຜນຍຸດທະສາດ ຂອງປະຊາຄົມເສດຖະກິດອາຊຽນ 2025. ນອກຈາກນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ປະເທດ ຟີລິບປິນ ທີ່ເປັນເຈົ້າການໃນການສ້າງແຜນຍຸດທະສາດ ການທ່ອງທ່ຽວອາຊຽນ ຫລັງປີ 2025. ພ້ອມທັງ ສະແດງຄວາມ​ຍ້ອງຍໍຊົມເຊີຍຕໍ່ຄວາມ​ພະຍາຍາມ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ໃນ​ການ​ປະຕິບັດ​ແຜນການ​ຟື້ນ​ຟູ​ການທ່ອງທ່ຽວ​ອາ​ຊຽນ ຫລັງໂຄວິດ-19 ແລະ ໄດ້​ຍົກ​ໃຫ້​ເຫັນ​​ຄວາມ​ເພິ່ງ​ພໍ​ໃຈຫລາຍ ຕໍ່ການເປີດສາມບັ້ນໂຄສະນາ ການຕະຫລາດການທ່ອງທ່ຽວ ທີ່ປະສົບ​ຜົນສຳ​ເລັດ​​ໃນ​ປີ 2023 ເຊັ່ນ: ບັ້ນໂຄສະນາການທ່ອງທ່ຽວໜື່ງດຽວ ອາຊີຕາເວັນອອກສ່ຽງໃຕ້, ຈິນຕະນາການ​ອາ​ຊຽນ ​ແລະ ​ການ​ຟື້ນ​ຟູ​ການທ່ອງທ່ຽວ​ພາຍ​ໃນ​ອາ​ຊຽນ.

ສຳລັບ ການພັດທະນາບຸກຄະລາກອນ ໃນຂະແໜງທ່ອງທ່ຽວ ກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ບັນດາປະເທດສະມາຊິກອາຊຽນ ໄດ້ສືບຕໍ່ຈັດຕັ້ງປະຕິບັດສັນຍາຮັບຮູ້ ເຊິ່ງກັນ ແລະ ກັນ ວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນ (MRA-TP) ໂດຍຜ່ານການຝຶກອົບຮົມການສ້າງຂີດຄວາມສາມາດຕ່າງໆ ໃຫ້ແກ່ວິຊາຊີບການທ່ອງທ່ຽວ, ຄູຝຶກ ແລະ ຄູປະເມີນຜົນລະດັບຊາດ, ພ້ອມທັງ ໄດ້ເນັ້ນໜັກເຖິງຄວາມສຳຄັນ ໃນການສະໜອງວິຊາຊີບທ່ອງທ່ຽວອາຊຽນທີ່ໄດ້ຮັບການຝຶກອົບຮົມທີ່ເໝາະສົມ, ມີຄວາມຮູ້ໃໝ່ຫລ້າສຸດ ແລະ ການຍົກລະດັບດ້ານທັກສະ ໃຫ້ແກ່ເຂົາ ເຈົ້າ ເພື່ອຮັບປະກັນໃຫ້ເຂົາເຈົ້າມີຄວາມຮູ້ ທີ່ກ່ຽວຂ້ອງ ແລະ ສາມາດປັບເຂົ້າກັບ ອຸດສາຫະກຳການທ່ອງທ່ຽວ ທີ່ມີການປ່ຽນແປງໃໝ່.

ພ້ອມນີ້, ກອງປະຊຸມໄດ້ເຫັນດີ ເພີ່ມວິຊາຊີບການທ່ອງທ່ຽວດ້ານການຈັດງານ (MICE) ແລະ ວິຊາຊີບສະປາ ເຂົ້າໃນສັນຍາຮັບຮູ້ ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນ ແລະ ຄຳແນະນໍາໃນການຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ ພ້ອມທັງ ເຫັນດີ​ທົບ​ທວນ​ຄືນ​ ການ​ດຳ​ເນີນ​ງານ​ຂອງ​ກອງ​ເລ​ຂາ​ພາກ​ພື້ນ ແລະ ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ທັນ​ການ.

ກອງ​ປະຊຸມ​ ຍັງໄດ້​ຕີ​ລາຄາ​ສູງ​ ຕໍ່​ອິນ​ໂດ​ເນ​ເຊຍ​ ທີ່​​ເປັນ​ເຈົ້າພາບໃນການສ້າງ​ຕັ້ງ​ ກອງ​ເລຂາ​ພາກ​ພື້ນດັ່ງກ່າວ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຈັດຕັ້ງປະຕິບັດກອງປະຊຸມສາກົນ ວ່າດ້ວຍສັນຍາຮັບຮູ້ ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນ ຄັ້ງທີ 4 ເຊິ່ງຈັດຂຶ້ນພ້ອມກັບກອງປະຊຸມ ເຄື່ອຂ່າຍການສືກສາ ແລະ ການຝຶກອົບຮົມການທ່ອງທ່ຽວອາຊຽນ ບວກສາມ 2023 ເຊິ່ງຈັດຂື້ນໃນວັນທີ 8-9 ພືດສະພາ 2023 ທີ່ ບັນດຸງ, ປະເທດອິນໂດເນເຊຍ ແລະ ກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນ ຈັດງານເທດສະການທີ່ຄ້າຍຄືກັນນີ້ໃນທຸກໆປີ. ທັ້ງນີ້ກໍເພື່ອສົ່ງເສີມ ແລະ ສ້າງຄວາມຮັບຮູ້ກ່ຽວກັບສັນຍາຮັບຮູ້ ເຊິ່ງກັນ ແລະ ກັນ ວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນ ໃນລະດັບຊາດ ແລະ ລະດັບພາກພື້ນ. ພ້ອມນັ້ນ, ເພື່ອຮັບປະກັນການພັດທະນາການທ່ອງທ່ຽວແບບຍົນຍົງ ແລະ ມີສ່ວນຮ່ວມສຳລັບທຸກຄົນ ກອງປະຊຸມ ໄດ້ຍ້ອງຍໍຊົມເຊີຍຕໍ່ວຽກງານ ທີ່ຕິດພັນກັບການສ້າງແຜນປະຕິບັດງານ ສຳລັບການພັດທະນາການທ່ອງທ່ຽວແບບຍືນຍົງໃນອາຊຽນ ແລະ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ຂໍ້ລິເລີ່ມດັ່ງກ່າວ.

ພ້ອມດຽວກັນນີ້, ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ແຜນ​ປະຕິບັດງານ ​​ແນ​ໃສ່ສະໜອງຄຳແນະນຳວຽກງານຕ່າງໆ ​ໃຫ້ແກ່​ອາ​ຊຽນ ເຊັ່ນ: ບັນດາ​ຄຸນຄ່າ​ ແລະ ນະວັດຕະກໍາ ຫລັກ ​ເພື່ອ​ຄວາມ​ຍືນ​ຍົງ ​ແລະ ວິທີ​ສ້າງ​ຄວາມເຂັ້ມແຂງ ໃຫ້ແກ່​ບັນດາ​ພາກສ່ວນທີ່​ກ່ຽວຂ້ອງ​ ໃຫ້ມີ​ຄວາມ​ຍືນ​ຍົງ​ຫລາຍກວ່າເກົ່າ ແລະ ​ໄດ້​ຍົກ​ໃຫ້​ເຫັນ ​ຄວາມຄືບ​ໜ້າ​ກ່ຽວ​ກັບ​ການ​ປະຕິບັດ​ຖະ​ແຫລງການ​ ພະນົມ​ເປັນ​ ກ່ຽວ​ກັບ​ການ​ຫັນປ່ຽນ​ການທ່ອງທ່ຽວ​ອາຊຽນ. ພ້ອມນີ້, ກຳປູ​ເຈຍ​ໃນ​ຖານະ​ເປັນ​ປະ​ເທດ​ ຜູ້​ປະສານ​ງານພວມ​ກະກຽມ 3 ຜະລິດ​ຕະພັນ​ ພາຍໃຕ້​ໂຄງການ​ ຄື: ຄູ່ມືການນຳໃຊ້ດິຈິຕອນ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ຄູ່ມື​ການ​ດຳ​ເນີນ​ທຸລະ​ກິດ​ການທ່ອງທ່ຽວ​ສີຂຽວ ​ແລະ ​ຄຳແນະນຳ​ວ່າດ້ວຍການ​ສະໜອງ​ທືນ​ສີຂຽວ​ ດ້ານ​ການທ່ອງທ່ຽວ​ອາ​ຊຽນ. ພ້ອມທັງ ຮັບຮອງເອົາບົດບັນທືກ ຄວາມເຂົ້າໃຈລະຫວ່າງ ອາຊຽນ ແລະ ອົງການທ່ອງທ່ຽວໂລກ ໂດຍສຸມໃສ່ 4 ຂົງເຂດຕົ້ນຕໍ ປະກອບມີ: ການແຂ່ງຂັນການທ່ອງທ່ຽວ, ການສ້າງຂີດຄວາມສາມາດ, ຄວາມຍືນຍົງ ແລະ ການມີສ່ວນຮ່ວມຢ່າງທົ່ວເຖິງ.

ກອງປະຊຸມ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ສປປ ລາວ ທີ່ເປັນເຈົ້າການໃນການສ້າງ ມາດຕະຖານການທ່ອງທ່ຽວແບບອະນຸລັກອາຊຽນ ທີ່ເປັນແຜນວຽກບູລິມະສິດພາຍໃຕ້ເສົາຄ້ຳເສດຖະກິດ ສຳລັບປີ 2024 ໂດຍການເປັນປະທານອາຊຽນຂອງ ສປປ ລາວ ແລະ ໄດ້ຮັບຊາບເຖິງຄວາມຄືບໜ້າຂອງ ຮ່າງມາດຕະຖານດັ່ງກ່າວ ແລະ ລໍຖ້າຂໍ້ສະຫລຸບ ແລະ ການຮັບຮອງເອົາມາດຕະຖານ ການທ່ອງທ່ຽວແບບອະນຸລັກອາຊຽນ ໃນປີ 2024. ນອກຈາກນີ້, ກອງປະຊຸມ ຍັງໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຖະແຫລງການປາກເຊ ວ່າດ້ວຍແນວທາງຍຸດທະສາດ ທີ່ກ້າວໄປສູ່ການພັດທະນາວົງຈອນການທ່ອງທ່ຽວອະນຸລັກ ແລະ ເຊື່ອມໂຍງເສັ້ນທາງການທ່ອງທ່ຽວອາຊຽນ ເພື່ອສ້າງຄວາມເຂັ້ມແຂງໃຫ້ພາກພື້ນອາຊຽນ ເປັນຈຸດໝາຍປາຍທາງການທ່ອງທ່ຽວໜຶ່ງດຽວ, ມີຄວາມຍືນຍົງ ແລະ ມີສ່ວນຮ່ວມ ດັ່ງທີ່ໄດ້ລະບຸໄວ້ ໃນແຜນຍຸດທະສາດການທ່ອງທ່ຽວອາຊຽນ 2016-2025.

ໃນໂອກາດດຽວກັນ ຍັງໄດ້ ມອບ-ຮັບລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ເຊິ່ງປະກອບ ມີ: ມາດຕະຖານໂຮງແຮມຂຽວອາຊຽນ ຄັ້ງທີ 9 ຈຳນວນ 46 ລາງວັນ, ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຄັ້ງທີ 4 ຈຳນວນ 22 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ-ປະເພດຫ້ອງປະຊຸມ ຄັ້ງທີ 4 ຈຳນວນ 43 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ-ປະເພດສະຖານທີ່ຈັດງານວາງສະແດງ ຄັ້ງທີ 2 ຈໍານວນ 32 ລາງວັນ, ມາດຕະຖານສະຖານ ທີ່ຈັດງານອາຊຽນ-ປະເພດສະຖານທີ່ຈັດງານເທດສະການ ຄັ້ງທີ 1 ຈຳນວນ 33 ລາງວັນ ແລະ ລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຄັ້ງທີ 4 (ຫົວຂໍ້ການທ່ອງທ່ຽວເພື່ອສົ່ງເສີມອາຫານ; ປະເພດຜະລິດຕະພັນການທ່ອງທ່ຽວ ແບບຍືນຍົງ ຢູ່ໃນເຂດຕົວເມືອງ ແລະ ຊົນນະບົດ) ປະເພດຜະລິດຕະພັນການທ່ອງທ່ຽວ ຢູ່ໃນເຂດຕົວເມືອງ ຈຳນວນ 9 ລາງວັນ ແລະ ປະເພດຜະລິດຕະພັນການທ່ອທ່ຽວຊົນນະບົດ 7 ລາງວັນ.

ສຳລັບ ງານມະຫະກຳທ່ອງທ່ຽວອາຊຽນ (ATF) 2024 ໄດ້ຈັດຂື້ນ ລະຫວ່າງ ວັນທີ 22-27 ມັງກອນ 2024 ພາຍໃຕ້ຄຳຂວັນ “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອຄວາມຍືນຍົງຂອງອາຊຽນໃນອະນາຄົດ” ເຊິ່ງຈຳນວນຜູ້ຂາຍ ແລະ ຜູ້ວາງສະແດງຈາກຕ່າງປະເທດ ມີທັງໝົດ 250 ທ່ານ, ຜູ້ຊື້ ມີ 126 ທ່ານ ແລະ ສື່ມວນຊົນພາຍໃນ ແລະ ຕ່າງປະເທດ ມີ 108 ທ່ານ ເຂົ້າຮ່ວມ ATF 2024.

ຢ່າງໃດກໍ່ຕາມ ງານມະຫະກຳທ່ອງທ່ຽວອາຊຽນ (ATF) 2025 ຈະໄດ້ຈັດຂື້ນ ລະຫວ່າງ ວັນທີ 19-25 ມັງກອນ 2025 ທີ່ປະເທດມາເລເຊຍ ພາຍໃຕ້ຄຳຂວັນ: “ຄວາມ​ເປັນ​ເອກະ​ພາບ​ ໃນ​ການ​ເຄື່ອນໄຫວ ການສ້າງ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ອາ​ ຊຽນ​ໃນຕໍ່ໜ້າ”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments