Saturday, July 27, 2024
Homeຂ່າວໜ້າໜຶ່ງຄະນະລັດຖະມົນຕີ ທ່ອງທ່ຽວອາຊຽນ ເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ

ຄະນະລັດຖະມົນຕີ ທ່ອງທ່ຽວອາຊຽນ ເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ

ໃນວັນທີ 26 ມັງກອນ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ດ້ານການທ່ອງທ່ຽວອາຊຽນ ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດທີ່ໄດ້ເດີນທາງມາຮ່ວມງານມະຫະກຳທ່ອງທ່ຽວອາຊຽນ ຄັ້ງທີ 27 ທີ່ ນະຄອນຫລວງວຽງຈັນ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເເດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ມາຍັງບັນດາ ທ່ານຜູ້ແທນລັດຖະມົນຕີທ່ອງທ່ຽວອາຊຽນ, ປະເທດຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ເລຂາທິການໃຫຍ່ ອາຊຽນ ທີ່ໄດ້ເດີນທາງມາຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ, ກອງປະຊຸມທີ່ກ່ຽວຂ້ອງ ແລະ ງານວາງ ສະແດງການທ່ອງທ່ຽວອາຊຽນ 2024 ທີ່ ນະຄອນຫລວງວຽງຈັນ ສປປ ລາວ ໃນຄັ້ງນີ້. ທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງກອງປະຊຸມດັ່ງກ່າວ ເຊິ່ງເປັນຂີດໝາຍສຳຄັນໃຫ້ແກ່ການເພີ່ມທະວີການຮ່ວມມື, ການຈັດຕັ້ງປະຕິບັດແຜນຍຸດທະສາດ ການທ່ອງທ່ຽວອາຊຽນ ປີ 2021-2025 ເຊິ່ງອາຊຽນຈະກາຍເປັນ ຈຸດໝາຍປາຍທາງການທ່ອງທ່ຽວ ທີ່ມີຄຸນນະພາບ, ມີຄວາມຮັບຜິດຊອບມີຄວາມຫລາກຫລາຍ, ມີເອກະລັກສະເພາະ, ປະກອບສ່ວນເຂົ້າໃນການປັບປຸງຄຸນນະພາບການດຳລົງຊີວິດ ຂອງປະຊາຊົນອາຊຽນ ໃຫ້ນັບມື້ດີຂຶ້ນເລື້ອຍໆ.

ໃນໂອກາດ ເຂົ້າຢ້ຽມຂ່ຳນັບພະນະທ່ານ ນາຍົກລັດມົນຕີ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ລາຍງານວ່າ: ງານມະຫະກໍາທ່ອງທ່ຽວ ຄັ້ງນີ້ ປະກອບມີ 4 ກິດຈະກໍາສຳຄັນຄື: ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມ, ງານວາງສະແດງການທ່ອງທ່ຽວອາຊຽນ, ກອງປະຊຸມສຳມະນາທຸລະກິດທ່ອງທ່ຽວ, ການທັດສະນະສຶກສາ ຢ້ຽມຢາມສະຖານທີ່ທ່ອງທ່ຽວ. ສໍາລັບກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ໄດ້ພິຈາລະນາຮັບຮອງ ເອົາບັນດາເອກະສານສຳຄັນຈຳນວນໜຶ່ງ. ພ້ອມນີ້, ຍັງມີພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ແລະ ພິທີປິດງານມະຫະກຳ ການທ່ອງທ່ຽວອາຊຽນ ເຊິ່ງຈະໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 26 ມັງກອນ 2024, ມີປະເພດລາງວັນ ຄື: ລາງວັນມາດຕະຖານໂຮງແຮມຂຽວອາຊຽນ, ລາງວັນມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ, ລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ ແລະ ລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments