Saturday, July 27, 2024
Homeຂ່າວໜ້າໜຶ່ງງານມະຫະກໍາການທ່ອງທ່ຽວອາຊຽນ 2024 ປິດລົງດ້ວຍຜົນສຳເລັດ ອັນຈົບງາມ

ງານມະຫະກໍາການທ່ອງທ່ຽວອາຊຽນ 2024 ປິດລົງດ້ວຍຜົນສຳເລັດ ອັນຈົບງາມ

ງານມະຫະກໍາການທ່ອງທ່ຽວອາຊຽນ 2024 (ASEAN Tourism Forum 2024) ຫລື ATF ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 26 ມັງກອນ 2024, ພາຍຫລັງ ໄຂຂຶ້ນຢ່າງເປັນທາງການ ແຕ່ວັນທີ 24 ມັງກອນຢູ່ນະຄອນຫລວງວຽງຈັນ, ສປປ ລາວ ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ອາຊຽນ, ມີບັນດາ ລັດຖະມົນຕີີທ່ອງທ່ຽວອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ, ລັດຖະມົນຕີທ່ອງທ່ຽວຈາກ ຕີມໍເລດສະເຕ່ ໃນຖານະປະເທດຜູ້ສັງເກດການ ແລະ ຄະນະຜູ້ແທນຈາກ ພັກ, ລັດ, ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ງານມະຫະກໍາການທ່ອງທ່ຽວ ຄັ້ງນີ້ ປະກອບມີ 4 ໜ້າວຽກຕົ້ນຕໍ ຄື: ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມ, ງານວາງສະແດງການທ່ອງທ່ຽວອາຊຽນ, ກອງປະຊຸມທຸລະກິດທ່ອງທ່ຽວ ແລະ ການທັດສະນະສຶກສາ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ໂດຍໄດ້ກຳນົດຄຳຂວັນທີ່ວ່າ: “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອຄວາມຍືນຍົງຂອງອາຊຽນ”. ທັງນີ້ ແນໃສ່ພັດທະນາການທ່ອງທ່ຽວແບບຍືນຍົງ ພາຍໃນອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ເພື່ອໂຄສະນາ ແລະ ດຶງດູດນັກທ່ອງທ່ຽວ ທັງພາກພື້ນ, ສາກົນ ແລະ ທົ່ວໂລກ ໃຫ້ເຂົ້າມາທ່ອງທ່ຽວອາຊຽນ ໃຫ້ຫລາຍຂຶ້ນ, ເພີ່ມທະວີການຮ່ວມມື ແລະ ເສີມຂະຫຍາຍການຮ່ວມມືອາຊຽນ ກັບຄູ່ຮ່ວມມືພາຍນອກ ຄຽງຄູ່ກັບການຮັກສາບົດບາດ ແລະ ຄວາມເປັນແກນກາງຂອງອາຊຽນ ເພື່ອໃຫ້ບັນລຸເປົ້າໝາຍ ດັ່ງຄຳຂວັນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ກໍານົດໄວ້ວ່າ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.

ກອງ​ປະຊຸມ​ ໄດ້​ສຸມ​ໃສ່ການ​ປຶກສາ​ຫາລື​ ກ່ຽວກັບ​ການຈັດ​ຕັ້ງ​ປະຕິບັດ​ ບັນດາ​ກິດຈະກຳທີ່ລະບຸໄວ້ໃນ​ແຜນ​ຍຸດ​ທະ​ສາດ​ການທ່ອງທ່ຽວ​ອາ​ຊຽນ 2016-2025 ພ້ອມ​ທັງບັນດາກິດຈະກຳ​ບຸລິມະສິດຫລັກຕ່າງໆ ​ໃນ​ປີ 2023-2024 ​ເພື່ອ​ຊຸກຍູ້​ການ​ຟື້ນ​ຟູ​ຂະແໜງ​ການທ່ອງທ່ຽວ​ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ​ພາຍໃຕ້​ຄຳຂວັນ “ການທ່ອງທ່ຽວທີ່ມີ​ຄຸນ​ນະພາ​ບ ​ແລະ ມີຄວາມ​ຮັບ​ຜິດ​ຊອບ ເພື່ອເຮັດໃຫ້ອາຊຽນ ມີຄວາມ​ຍືນ​ຍົງໃນອະນາຄົດ” ພ້ອມທັງ ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ ​ບັນດາ​ປະ​ເທດ​ສະມາຊິກອາຊຽນ ​ໃນ​ທຸກ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ຮັບປະກັນ​ຄວາມ​ຍືນ​ຍົງ ​ແລະ ການເຕີບໂຕ​ຂອງ​ການທ່ອງທ່ຽວ​ອາ​ຊຽນ ແລະ ໄດ້ຮຽກຮ້ອງໃຫ້ບັນດາ​ປະ​ເທດ​ສະມາຊິກອາ​ຊຽນ ສືບ​ຕໍ່ຈັດຕັ້ງ​ປະຕິບັດ​ບັນດາ​​ກິດຈະກຳ ທີ່ນອນຢູ່ໃນແຜນຍຸດທະສາດ ການທ່ອງທ່ຽວອາຊຽນ 2016-2025 ຕາມ​ແຜນທີ່ໄດ້ກຳນົດໄວ້ ໃນການສ້າງແຜນຍຸດທະສາດ ການທ່ອງທ່ຽວອາຊຽນ ຫລັງປີ 2025 ແລະ ໄດ້ຕົກລົງມອບໝາຍ ໃຫ້ເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ເລີ່ມສ້າງແຜນຍຸດທະສາດຕໍ່ໄປ ໃນປີ 2024 ໂດຍມີການປຶກສາຫາລື ກັບທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ຂະແໜງການອື່ນໆ ຂອງອາຊຽນ ລວມທັງພາກທຸລະກິດ ແລະ ສະຖາບັນການສືກສາ.

ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ລາຍງານໃຫ້ຮູ້ວ່າ: ສປປ ລາວ ຕີຄາສູງຕໍ່ຜົນສຳເລັດຂອງການຈັດງານມະຫະກຳການທ່ອງທ່ຽວອາຊຽນ 2024 ພາຍໃຕ້ຫົວຂໍ້: “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອຄວາມຍືນຍົງຂອງອາຊຽນ” ບົນພື້ນຖານການຮ່ວມມື ຂອງບັນດາປະເທດສະມາຊິກອາຊຽນ, ບັນດາປະເທດຄູ່ຮ່ວມເຈລະຈາ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ. ບັນດາທ່ານລັດຖະມົນຕີອາຊຽນ ໄດ້ຮຽກຮ້ອງມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມືໃນດ້ານຕ່າງໆ ແນໃສ່ຟື້ນຟູອຸດສາຫະກຳທ່ອງທ່ຽວ ໃນພາກພື້ນໃຫ້ມີບັນຍາກາດໃໝ່ ແລະ ເຮັດໃຫ້ນັກທ່ອງທ່ຽວພາຍໃນພາກພື້ນ ແລະ ທົ່ວທຸກມູມໂລກ ເດີນທາງເພື່ອພັກຜ່ອນຢ້ຽມຢາມສະຖານທີ່ຕ່າງໆ ເພື່ອຄົ້ນຫາປະສົບການໃໝ່ໆຢ່າງສະດວກສະບາຍ ແລະ ປະທັບໃຈຕະຫລອດການເດີນທາງ.

ໂອກາດດັ່ງກ່າວ, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ຕາງໜ້າ ໃຫ້ລັດຖະບານ ກໍຄື ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມອບຄ້ອນ ງານມະຫາກຳການທ່ອງທ່ຽວອາຊຽນ (ATF 2025) ໃຫ້ແກ່ ກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ມາເລເຊຍ ເຊິ່ງການມອບ-ຮັບຄ້ອນ ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຜົນສໍາເລັດຂອງ ສປປ ລາວ ແລະ ການເລີ່ມຕົ້ນຂອງການນຳພາຂອງປະເທດ ມາເລເຊຍ ແລະ ເຊື່ອໝັ້ນຢ່າງຍິ່ງ ໃນຄວາມສາມາດຂອງມາເລເຊຍ ທີ່ຈະນໍາພາການທ່ອງທ່ຽວອາຊຽນ ຂຶ້ນສູ່ລະດັບໃໝ່ທີ່ສູງກວ່າເກົ່າ. ພ້ອມກັນນັ້ນ, ສປປ ລາວ ຈະສືບຕໍ່ຊຸກຍູ້ການຮ່ວມມືພາຍໃນພາກພື້ນ, ແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວແບບຍືນຍົງ ເພື່ອຜົນປະໂຫຍດ ຂອງບັນດາປະເທດສະມາຊິກ. ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ຕໍ່ກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທໍາ ປະເທດມາເລເຊຍ ໃນການເຮັດໜ້າທີ່ເປັນເຈົ້າພາບຈັດງານມະຫະກຳການທ່ອງທ່ຽວອາຊຽນ ໃນປີ 2025 ທີ່ຈະມາເຖິງນີ້.

ພ້ອມນີ້, ທ່ານນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມຂອບໃຈມາຍັງທ່ານ ເລຂາທິການໃຫຍ່ອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອທາງດ້ານວິຊາການ, ການປະສານງານ, ການຊີ້ນຳອັນລ້ຳຄ່າ ແລະ ໃຫ້ບູລິມະສິດ ຕໍ່ກັບວຽກງານທ່ອງທ່ຽວ ໂດຍສະເພາະ ແມ່ນ ການທ່ອງທ່ຽວແບບຍືນຍົງ; ຕີລາຄາສູງຕໍ່ການຮ່ວມມືຢ່າງຕັ້ງໜ້າ ຂອງສະມາຄົມທ່ອງທ່ຽວອາຊຽນ ໃນການຈັດງານວາງສະແດງທ່ອງທ່ຽວ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ໃນຂະແໜງການທ່ອງທ່ຽວ ທີ່ໄດ້ແລກປ່ຽນຂໍ້ມູນຂ່າວສານການທ່ອງທ່ຽວໃໝ່ໆ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະແດງຄວາມຂອບໃຈ ຕໍ່ບັນດາປະເທດຄູ່ຮ່ວມມືອາຊຽນ ແລະ ອົງການທ່ອງທ່ຽວໂລກ ທີ່ຍາມໃດກໍໃຫ້ການຮ່ວມມື ແລະ ສະໜັບສະໜູນອຳນວຍຄວາມສະດວກ ໃນການເດີນທາງທ່ອງທ່ຽວ,ການເຊື່ອມໂຍງລາຍການທ່ອງທ່ຽວ ກໍຄື ຜະລິດຕະພັນການທ່ອງທ່ຽວ ທີ່ຫລາກຫລາຍ, ການໂຄສະນາຂໍ້ມູນຂ່າວສານ ການທ່ອງທ່ຽວທີ່ທັນສະໄໝວ່ອງໄວ ແລະ ເຂົ້າເຖິງນັກທ່ອງທ່ຽວ ກຸ່ມເປົ້າໝາຍຫລາຍຂຶ້ນ, ຊ່ວຍຍົກລະດັບຂີດຄວາມສາມາດ ບຸກຄະລາກອນໃນຂະແໜງການທ່ອງທ່ຽວ ແລະ ການຊ່ວຍເຫລືອຂະແໜງການທ່ອງທ່ຽວ ໃຫ້ສາມາດຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments