Saturday, July 27, 2024
Homeຂ່າວໜ້າໜຶ່ງມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024

ມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024

ພິທີ ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2024 ນີ້ ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ໃນໂອກາດງານມະຫະກໍາການທ່ອງທ່ຽວອາຊຽນ 2024 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-27 ມັງກອນ 2024 ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ອາຊຽນ, ພ້ອມດ້ວຍຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມເຈລະຈາ ເຂົ້າຮ່ວມ.

ການມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ໃນຄັ້ງນີ້, ໄດ້ມອບໃຫ້ພາກສ່ວນຕ່າງໆ ຈາກພາກລັດ ແລະ ບັນດາຜູ້ປະກອບການຈາກພາກທຸລະກິດ ໃນບັນດາປະເທດສະມາຊິກອາຊຽນ ທີ່ສາມາດປະຕິບັດໄດ້ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ຢູ່ໃນແຕ່ລະມາດຕະຖານການທ່ອງທ່ຽວອາຊຽນ ເຊິ່ງລວມມີ 4 ປະເພດລາງວັນຄື: ມາດຕະຖານໂຮງແຮມຂຽວອາຊຽນ ຄັ້ງທີ 9 ປະເທດລະ 5 ລາງວັນ, ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຄັ້ງທີ 4 ປະເທດລະ 3 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ ໃນນັ້ນ, ປະກອບມີ ປະເພດສະຖານທີ່ຈັດກອງປະຊຸມ ຄັ້ງທີ 4 ປະເທດລະ 5 ລາງວັນ, ປະເພດສະຖານທີ່ຈັດງານວາງສະແດງ ຄັ້ງທີ 2 ປະເທດລະ 5 ລາງວັນ, ປະເພດສະຖານທີ່ຈັດງານເທດສະການ ຄັ້ງທີ 1 ປະເທດລະ 5 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ຄັ້ງທີ 4 ປະເທດລະ 2 ລາງວັນ.

ສໍາລັບປີ 2024 ນີ້, ບັນດາປະເທດອາຊຽນ ໄດ້ຮັບລາງວັນທັງໝົດ 192 ລາງວັນ ຄື: ລາງວັນມາດຕະຖານໂຮງແຮມຂຽວອາຊຽນ ຈໍານວນ 46 ລາງວັນ, ລາງວັນມາດຕະຖານເມືອງທ່ອງທ່ຽວ ສະອາດອາຊຽນ 22 ລາງວັນ, ລາງວັນມາດຕະຖານສະຖານທີ່ ຈັດງານອາຊຽນ 108 ລາງວັນ, ປະເພດສະຖານທີ່ຈັດກອງປະຊຸມ 43 ລາງວັນ, ປະເພດສະຖານທີ່ຈັດງານວາງສະແດງ 32 ລາງວັນ, ປະເພດສະຖານທີ່ຈັດງານເທດສະການ 33 ລາງວັນ ແລະ ລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຈໍານວນ 16 ລາງວັນ. ໃນນີ້, ສປປ ລາວ ໄດ້ຮັບທັງໝົດ 4 ປະເພດລາງວັນມາດຕະຖານ, ລວມມີ 20 ລາງວັນ ຄື: ມາດຕະຖານໂຮງແຮມຂຽວອາຊຽນ 5 ລາງວັນ, ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ, ປະເພດຫ້ອງປະຊຸມ 5 ລາງວັນ, ປະເພດສະຖານທີ່ຈັດງານວາງສະແດງ 1 ລາງວັນ, ປະເພດສະຖານທີ່ຈັດງານເທດສະການ 5 ລາງວັນ ແລະ ລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ 2 ລາງວັນ (ຜະລິດຕະພັນການທ່ອງທ່ຽວເຂດຕົວເມືອງ 1 ລາງວັນ ແລະ ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ 1 ລາງວັນ).

ສຳລັບ ມາດຕະຖານໂຮງແຮມຂຽວອາຊຽນ (ASEAN Green Hotel Standard): ເປັນມາດຕະຖານທໍາອິດ ທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ໃນອາຊຽນ ເຊິ່ງເລີ່ມມີການມອບລາງວັນ ແຕ່ປີ 2008 ໂດຍຈັດຂຶ້ນໃນທຸກໆ 2 ປີ ເຊິ່ງປີນີ້ເປັນຄັ້ງທີ 9 ໂດຍມີຈຸດປະສົງ ເພື່ອຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດໂຮງແຮມ ແລະ ຣີສອດ ດໍາເນີນທຸລະກິດແບບມີຄວາມຮັບຜິດຊອບ ຕໍ່ສິ່ງແວດລ້ອມ, ຕໍ່ສັງຄົມ, ຕໍ່ຊຸມຊົນ, ມີການປົກປັກຮັກສາສິ່ງແວດລ້ອມ ລວມເຖິງການນໍາໃຊ້ຜະລິດຕະພັນ ທີ່ເປັນມິດກັບສິ່ງແວດລ້ອມ, ນໍາໃຊ້ພະລັງງານໄຟຟ້າ ແລະ ນ້ຳຢ່າງມີປະສິດທິພາບ, ສົ່ງເສີມໃຫ້ມີການສ້າງວຽກເຮັດງານທຳພາຍໃນປະເທດ ແລະ ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນພາຍໃນປະເທດ. ສະເພາະປີນີ້ ຢູ່ໃນອາຊຽນ ມີບັນດາໂຮງແຮມ ແລະ ຣີສອດ ທີ່ໄດ້ຮັບລາງວັນທັງໝົດ 46 ລາງວັນ. ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນ ຄື: ໂຮງແຮມອາມານຕາກາ ແຂວງຫລວງພະບາງ, ໂຮງແຮມຢູນນານເໜີງໂຖຈຸເຈີ້ງ ຫລວງພະບາງ (ໂຮງແຮມພູແມນ) ແຂວງຫລວງພະບາງ, ໂຮງແຮມພູວ່າວ ແຂວງຫລວງພະບາງ, ໂຮງແຮມຄລາວພລາຊາ ນະຄອນຫລວງວຽງຈັນ ແລະ ຣີສອດເລີແກຣນ ແຂວງອຸດົມໄຊ.

ສ່ວນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ (ASEAN Clean Tourist City Standard) ໄດ້ເລີ່ມມອບລາງວັນໃນແຕ່ປີ 2018 ແລະ ປີນີ້ເປັນຄັ້ງທີ 3 ເຊິ່ງມີຈຸດປະສົງເພື່ອສົ່ງເສີມໃຫ້ບັນດາເມືອງທ່ອງທ່ຽວຂອງອາຊຽນ ມີການ​ຮັກສາ​ສິ່ງ​ແວດ​ລ້ອມ, ປ້ອງ​ກັນ​ບໍ່​ໃຫ້​ມີ​ຜົນ​ກະທົບ​ຈາ​ກການ​ປ່ຽນ​​ແປງ ຂອງ​ສະພາບ​ອາກາດ ​ແລະ ​ເປັນ​ການ​ປະກອບສ່ວນ​ ພັດທະນາ​ບັນດາ​ເມືອງຕ່າງໆ ​ໃນ​ປະ​ເທດ​ສະມາຊິກ​ອາ​ຊຽນ​ ໃຫ້​ມີ​ຄວາມ​ຢືນ​ຍົງ. ໃນປີນີ້ ຢູ່ໃນອາຊຽນ ມີເມືອງທ່ອງທ່ຽວ ທີ່ໄດ້ຮັບລາງວັນ ທັງໝົດ 23 ລາງວັນ, ສປປ ລາວ ໄດ້ຮັບ 2 ລາງວັນ ຄື: ນະຄອນ ຫລວງວຽງຈັນ ແລະ ນະຄອນໄກສອນ, ແຂວງສະຫວັນນະເຂດ.

ສຳລັບ ມາດຕະຖານສະຖານທີ່ຈັດງານອາຊຽນ (ASEAN MICE Venue Standard) ສະເພາະ ປະເພດຫ້ອງປະຊຸມ ໄດ້ມີການມອບລາງວັນ ເປັນຄັ້ງທີ 4 ໂດຍມີຈຸດປະສົງແນໃສ່ສົ່ງເສີມ ໃຫ້ພາກພື້ນອາຊຽນ ມີຫ້ອງປະຊຸມທີ່ມີມາດຕະຖານ, ຄຸນນະພາບສູງ ແລະ ສາມາດແຂ່ງຂັນກັບສາກົນໄດ້ ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ພາກພື້ນອາຊຽນ ໃຫ້ຫລາຍຂຶ້ນ. ປີນີ້ ຢູ່ໃນອາຊຽນ ມີຫ້ອງປະຊຸມທີ່ໄດ້ຮັບລາງວັນທັງໝົດ 43 ລາງວັນ, ສປປ ລາວ ໄດ້ຮັບ 5 ລາງວັນ ຄື: ໂຮງແຮມຢູນນານເໜີງໂຖຈຸເຈີ້ງ ຫລວງພະບາງ (ໂຮງແຮມພູແມນ) ແຂວງຫລວງພະບາງ, ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂຮງແຮມເລີປາເລ ຊຽງແກ້ວເດິຫລວງພະບາງ ແຂວງຫລວງພະບາງ, ໂຮງແຮມຫລວງພະບາງວິວ ແຂວງຫລວງພະບາງ ແລະ ໂຮງແຮມດອກຈໍາປາ ແຂວງບໍລິຄໍາໄຊ. ສ່ວນປະເພດສະຖານທີ່ຈັດງານວາງສະແດງ ໄດ້ມີການມອບລາງວັນເປັນຄັ້ງທີ 2 ແນໃສ່ສົ່ງເສີມໃຫ້ພາກພື້ນອາຊຽນ ມີສະຖານທີ່ຈັດງານວາງສະແດງ ທີ່ມີມາດຕະຖານ, ຄຸນນະພາບສູງ ແລະ ສາມາດແຂ່ງຂັນກັບສາກົນໄດ້ ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບ ໃຫ້ພາກພື້ນອາຊຽນໃຫ້ຫລາຍຂຶ້ນ. ປີນີ້ ຢູ່ໃນອາຊຽນ ມີສະຖານທີ່ຈັດງານວາງສະແດງ ທີ່ໄດ້ຮັບລາງວັນທັງໝົດ 32 ລາງວັນ. ສຳລັບ ສປປ ລາວ ໄດ້ຮັບ 1 ລາງວັນ ຄື: ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ. ສ່ວນ ປະເພດສະຖານທີ່ຈັດງານເທດສະການ ໄດ້ມີການມອບລາງວັນເປັນຄັ້ງທໍາອິດ ແນໃສ່ເພື່ອສົ່ງເສີມໃຫ້ພາກພື້ນອາຊຽນ ມີສະຖານທີ່ຈັດງານເທດສະການ ທີ່ມີມາດຕະຖານ, ຄຸນນະພາບສູງ ແລະ ສາມາດແຂ່ງຂັນກັບສາກົນໄດ້ ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບ ໃຫ້ພາກພື້ນອາຊຽນໃຫ້ຫລາຍຂຶ້ນ ເຊິ່ງໃນປີນີ້ ຢູ່ໃນອາຊຽນ ມີສະຖານທີ່ຈັດງານເທດສະການ ທີ່ໄດ້ຮັບລາງວັນທັງໝົດ 33 ລາງວັນ, ສປປ ລາວ ໄດ້ຮັບ 5 ລາງວັນ ຄື: ພັດຕະຄານ ເຊັນພິລາ , ໂຮງແຮມຄລາວພລາຊາ, ໂຮງແຮມແລນມາກແມ່ຂອງຣີເວີໄຊ, ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ ແລະ ໂຮງແຮມຈໍາປາສັກແກຣນແຂວງຈໍາປາສັກ.

ສະເພາະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ASEAN Sustainable Tourism Awards) ລາງວັນດັ່ງກ່າວແມ່ນການລິເລີ່ມຂອງ ສປປ ລາວ ໃນໄລຍະ ສປປ ລາວ ເປັນປະທານອາຊຽນໃນປີ 2016. ສໍາລັບປີ 2024 ແມ່ນມອບລາງວັນເປັນຄັ້ງທີ 4 ແນໃສ່ ​ເປັນການ​ສ້າງ​ແຮງ​ຈູງ​ໃຈ​ ໃຫ້​ແກ່​ຈຸດ​ໝາຍ​ປາຍ​ທາງ​ ການ​ທ່ອງ​ທ່ຽວ​ອາ​ຊຽນ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ເພື່ອຮ່ວມ​ກັນ​ພັດ​ທະ​ນາຜະລິດຕະພັນການ​ທ່ອງ​ທ່ຽວ ແລະ ເພື່ອ​ຫລຸດ​ຜ່ອນ​ບັນ​ຫາ​ດ້ານ​ສິ່ງ​ແວດ​ລ້ອມ, ວັດ​ທະ​ນະ​ທໍາ-ສັງ​ຄົມ ແລະ ເສດ​ຖະ​ກິດ ທີ່​ເກີດ​ຈາ​ກ​ຂະ​ຫຍາຍ​ຕົວ​ຂອງ​ການ​ທ່ອງ​ທ່ຽວຢ່າງວ່ອງ​ໄວ. ຢູ່ໃນອາຊຽນ ມີຜະລິດຕະພັນການທ່ອງທ່ຽວ ທີ່ໄດ້ຮັບລາງວັນທັງໝົດ 16 ລາງວັນ ລວມມີຜະລິດຕະພັນການທ່ອງທ່ຽວເຂດຕົວເມືອງ ແລະ ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ. ສຳລັບ ສປປ ລາວ ໄດ້ຮັບ 2 ລາງວັນ ຄື: ຮ້ານອາຫານຄົວລາວ (ຜະລິດຕະພັນການທ່ອງທ່ຽວເຂດຕົວເມືອງ) ນະຄອນຫລວງວຽງຈັນ ແລະ ຮ້ານອາຫານຕາດເຍືອງ (ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ) ແຂວງຈໍາປາສັກ.

ຜົນສໍາເລັດການຈັດຕັ້ງປະຕິບັດ ບັນດາມາດຕະຖານການທ່ອງທ່ຽວອາຊຽນ ຢູ່ ສປປ ລາວ ທັງໝົດແມ່ນໄດ້ຮັບການຊີ້ນໍາ-ນໍາພາຈາກການນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນ ດ້ານງົບປະມານ ຈາກລັດຖະບານແຫ່ງ ສປປ ລາວ, ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການ ທ່ອງທ່ຽວໄລຍະ 2 (ADB) (Second GMS Tourism Infrastructure for Inclusive Growth Project-TIIGP2).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments