Saturday, July 27, 2024
Homeຂ່າວການເມືອງຮອງລັດຖະມົນຕີ ຖວທ ຕ້ອນຮັບຜູ້ອໍານວຍການຫ້ອງການອຸຍແນສໂກ

ຮອງລັດຖະມົນຕີ ຖວທ ຕ້ອນຮັບຜູ້ອໍານວຍການຫ້ອງການອຸຍແນສໂກ

ໃນວັນທີ 26 ມັງກອນ 2024 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບ ທ່ານ ນາງ Soohyun Kim ຜູ້ອໍານວຍການຫ້ອງການ ອຸຍແນສໂກພາກພື້ນ ປະຈໍາບາງກອກ ພ້ອມຄະນະ ເພື່ອນໍາສະເໜີວຽກງານ ແລະ ນະໂຍບາຍຂອງອົງການອຸຍແນສໂກ ໃນຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວ.

ໃນໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ເເດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ນາງ Soohyun Kim ພ້ອມຄະນະ ທີ່ເດີນທາງມາເຮັດວຽກ ແລະ ສະເໜີຈຸດປະສົງນະໂຍບາຍ ຂອງອົງການອຸຍແນສໂກ ໃນຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມທັງປືກສາຫາລືແລກປ່ຽນບັນຫາສໍາຄັນ ໃນການຮ່ວມມືກັບອົງການອຸຍແນສໂກ ໃນຕໍ່ໜ້າເຊັ່ນ: ການສົ່ງເສີມ ແລະ ອະນຸລັກຮັກສາມໍລະດົກວັດທະນະທໍາລາວ ໂດຍສະເພາະ ການທ່ອງທ່ຽວແບບຍືນຍົງ; ການຊ່ວຍເຫລືອທາງດ້ານວິຊາການຕໍ່ ສປປ ລາວ ໃນການກຽມພ້ອມ ແລະ ກະກຽມເອກະສານໃນການຍື່ນຂຶ້ນບັນຊີມໍລະດົກໂລກຄັ້ງໃໝ່ ແລະ ການໃຫ້ບູລິມະສິດ ຕໍ່ກັບວຽກງານມໍລະດົກສາລະຄະດີ ໃຫ້ມີຄຸນນະພາບ, ມີຄວາມຍືນຍົງ ຕາມທິດສີຂຽວ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ກາຍເປັນຂະແໜງເສດຖະກິດນໍາໜ້າ ແລະ ປະກອບສ່ວນ ຊ່ວຍໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ ຕາມນະໂຍບາຍຂອງລັດຖະບານ.

ໃນໂອກາດດຽວກັນ, ທ່ານ ນາງ Soohyun Kim ກໍໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງຂອງການເຂົ້າພົບປະຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ປະກອບສ່ວນເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ອຸຍແນສໂກ ແລະ ຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວ ໃຫ້ນັບມື້ນັບດີຂຶ້ນ ໃນອະນາຄົດ.

ຂ່າວ-ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments