Saturday, July 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ

ໃນຕອນບ່າຍຂອງວັນທີ 27 ມັງກອນ 2024 ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຄໍານັບຂອງ ພະນະທ່ານ ວິວຽນ ບາລາຄຣິສນານ (H.E Dr. Vivian BALAKRISHNAN) ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງ ກະໂປ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມ ຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ວົງແຄບ ຢູ່ ສປປ ລາວ ໃນລະຫວ່າງວັນທີ 26-29 ມັງກອນ 2024.

ໃນໂອກາດນີ້ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາ ຍັງພະນະທ່ານ ລັດຖະມົນຕີ ວິວຽນ ບາລາຄຣິສນານ ແລະ ຄະນະ ເຊິ່ງຖືເປັນຂີດໝາຍອັນສໍາຄັນສໍາລັບການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ສິງກະ ໂປ ໃນການເລີ່ມຂະບວນການກະກຽມກິດຈະກໍາການສະ ເຫຼີມສະຫຼອງຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນທາງ ການທູດ ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໃນປີ 2024 ນີ້.

ພະນະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ພະນະທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ ທັງສະ ແດງຄວາມຂອບໃຈສໍາລັບການເຊື້້ອເຊີນຢ້ຽມຢາມປະເທດສິງກະໂປ ແລະ ຈະຊັບຊ້ອນເວລາອັນເຫມາະສົມຕໍ່ການຢ້ຽມຢາມດັ່ງກ່າວ ໃນອະນາຄົດອັນໃກ້ນີ້.

ພະນະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ຜົນການພົບປະລະຫວ່າງ ພະນະທ່ານ ລັດຖະມົນຕີ ວິວຽນ ບາລາຄຣິສນານ ກັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຊິ່ງໄດ້ມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຢ່າງຕັ້ງໜ້າ ເພື່ອຮ່ວມກັນຊຸກຍູ້ສົ່ງເສີມການພົວ ພັນ ແລະ ການຮ່ວມມືຂອງສອງລັດຖະບານ ແລະ ການ ຮ່ວມມືໃນສາຍພັກ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້້ນ ລວມທັງການຮ່ວມມືກັນຢ່າງໃກ້ຊິດ ໃນການຈັດບັນດາກິດຈະກໍາສະເຫຼີມສະຫຼອງຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສປປ ລາວ ແລະ ສ ສິງກະ ໂປ ໃນປີ 2024 (02 ທັນວາ 1974 – 02 ທັນວາ 2024)ໃຫ້ມີເນື້ອໃນ ແລະ ບັນຍາກາດຄຶກຄຶື້ນ.

ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນສິງກະໂປທີ່ໄດ້ໃຫ້ການສະໜັບສະໜູນ ສປປລາວ ໃນການພັດທະນາຊັບພະຍາກອນມະນຸດໃນຫຼາຍຮູບແບບຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການສະໜອງທຶນຝຶກອົບຮົມໃນຂອບການຮ່ວມມື IAI (Initiative for ASEAN Integration) SCP (Singapore Cooperation Programmes) ແລະ ທຶນການສຶກສາໃນລະດັບຕ່າງໆ ເຊິ່ງໄດ້ເປັນການສະໜັບສະໜູນທີ່ສໍາຄັນໃນການຍົກລະດັບຂີດຄວາມສາມາດໃຫ້ແກ່ພະນັກງານລັດຖະກອນ ແລະ ນັກສຶກສາລາວ ລວມທັງການສະໜັບ ສະໜູນຊ່ວຍເຫຼືອການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ນອກຈາກນີ້ ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງພະລັງງານສະອາດ ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ເຫັນວ່າມີທ່າແຮງ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະ ກິດ ກໍຄືດ້ານການຄ້າ ແລະ ການລົງທຶນຂອງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້້ນໃນຕໍ່ໜ້າ.

ໃນໂອກາດດຽວກັນ ພະນະທ່ານ ລັດຖະມົນຕີ ວິວຽນ ບາ ລາຄຣິສນານ ໄດ້ສະແດງຄວາມຂອບໃຈມາຍັງ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຢືນຢັນຄືນທັດສະນະຂອງຕົນ ໃນການສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມື ສິງກະໂປ-ລາວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ລວມທັງການຮ່ວມມືກັນຢ່າງໃກ້ຊິດ ເພື່ອການພັດທະນາຂອງຂົງເຂດພາກພື້ນ ແລະ ສາກົນ, ໂດຍສະເພາະ ຂອບການ ຮ່ວມມືອາຊຽນ ກໍຄືການສືບຕໍ່ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ສໍາເລັດຜົນຕາມຄາດໝາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments