Saturday, July 27, 2024
Homeຂ່າວການເມືອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດເພື່ອນມິດອາຊຽນ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດເພື່ອນມິດອາຊຽນ

ໃນວັນທີ 28 ມັງກອນ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດເພື່ອນມິດ ອາຊຽນ ຈໍານວນໜຶ່ງ ໃນໄລຍະເຂົ້າ ຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ທີ່ ສປປ ລາວ ເປັນເຈົ້າພາບ, ຊຶ່ງຈັດຂຶ້ນ ທີ່ ນະຄອນຫຼວງພະບາງ.

ໃນໂອກາດພົບປະສອງຝ່າຍກັບ ທ່ານ ບຸຍ ແທັງ ເຊີນ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໂດຍສະເພາະແມ່ນ ລະຫວ່າງສອງກະຊວງການຕ່າງປະເທດ ທີ່ນັບມື້ນັບມີການພັດ ທະນາເຂົ້າສູ່ລ່ວງເລິກ ແລະ ນໍາຜົນປະໂຫຍດຢ່າງແທ້ຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ, ພ້ອມທັງຈະສືບຕໍ່ເສີມຂະຫຍາຍມູນເຊື້ອການປະສານສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ເພື່ອຊຸກຍູ້ການ ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ ກໍ່ຄື ບັນດາຂໍ້ຕົກລົງຕ່າງໆທີ່ກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ລົງນາມຮ່ວມກັນໃຫ້ເກີດດອກອອກຜົນຫຼາຍຂຶ້ນ. ນອກຈາກນັ້ນ, ສອງຝ່າຍຍັງຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ກໍ່ຄື ໃນໂອກາດທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ ໃນປີ 2024 ນີ້.

ການພົບປະສອງຝ່າຍກັບ ທ່ານ ດາໂຕະ ເອຣີວັນ ເປຮິນ ຢູຊົບ (H.E. Dato Erywan Pehin Yusof), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ບຣູໄນ ດາຣູຊາລາມ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນໄລຍະຜ່ານມາ, ພິເສດ ສອງຝ່າຍໄດ້ຮ່ວມກັນສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 2023 ຜ່ານມາ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍ ໂດຍໄດ້ມີການຍົກລະດັບສາຍພົວພັນສອງປະເທດ ຂຶ້ນເປັນ “ຄູ່ຮ່ວມຍຸດທະສາດ”. ພ້ອມນັ້ນ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ສົນໃຈຮ່ວມກັນ.

ໂອກາດພົບປະກັບ ທ່ານ ສົກ ຈັນດາ ເສົາເພຍ (H.E. Mr. Sok Chenda Sophea), ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເພີ່ມພູນຄູນສ້າງເປັນກ້າວໆມາ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ການກະກຽມຄວາມພ້ອມໃນການຕ້ອນຮັບ ສົມເດັດ ຮຸນ ມາແນັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ທີ່ຈະເດີນທາງມາຢ້ຽມຢາມທາງການ ທີ່ ສປປ ລາວ ໃນທ້າຍເດືອນມີນາ 2024 ນີ້. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືກັນ ໂດຍສະເພາະ, ດ້ານພະລັງງານ ແລະ ເຫັນດີຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບອາຊຽນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ສົກ ຈັນດາ ເສົາເພຍ ທີ່ໄດ້ຮັບການ ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄົນໃໝ່, ພ້ອມທັງສະແດງຄວາມພ້ອມທີ່ຈະເຮັດວຽກຮ່ວມກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນຕໍ່ໜ້າ.

ການພົບປະກັບ ທ່ານ ນາງ ເຣັດໂນ ມາຊຸດີ (H.E. Mrs. Retno L.P. Marsudi), ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ອິນໂດເນເຊຍ, ສອງຝ່າຍໄດ້ມີຄວາມປິຕິຍິນດີ ທີ່ເຫັນວ່າ ການຮ່ວມມືຂອງສອງປະເທດໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍໃນຫຼາຍຂົງເຂດ ໂດຍສະເພາະແມ່ນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ນັບມື້ນັບມີຈໍານວນເພີ່ມຂຶ້ນ. ພ້ອມນັ້ນ, ສອງຝ່າຍກໍ່ໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ລວມທັງການຮ່ວມມືໃນຂອບອາຊຽນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການເປັນປະທານອາຊຽນຂອງ ອິນໂດເນເຊຍ ໃນປີ 2023 ຜ່ານມາ, ພ້ອມທັງຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບຝ່າຍອິນໂດເນເຊຍ, ຊຶ່ງຈະເປັນການປະກອບສ່ວນເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ຮັບຜົນສໍາເລັດຕາມລະດັບຄາດ ໝາຍ.

ໃນໂອກາດພົບປະກັບ ທ່ານ ປານປຣີ ພະຫິດທານຸກອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ ຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາສະຫຍາມບໍລົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 12 ມັງກອນ 2024 ຜ່ານມາ. ພ້ອມນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາເຫັນນໍາກັນ ກ່ຽວກັບ ການຮ່ວມມືດ້ານຕ່າງໆທີ່ສໍາຄັນທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະ ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂອບການ ຮ່ວມມືອາຊຽນ. ຝ່າຍລາວໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະ ຊາຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນວຽກງານພັດທະນາເສດຖະກິດ-ສັງຄົມ ກໍ່ຄື ການເປັນປະທານອາຊຽນຂອງ ສປປ ລາວ, ພ້ອມທັງມີເຈດຈໍານົງຈະໃຫ້ການຊ່ວຍເຫຼືອປັບປຸງ ແລະ ສ້ອມແປງ ອາຄານກຽດຕິຍົດ (ອາຄານ VVIP) ທີ່ ສະໜາມບິນສາກົນວັດໄຕ ເພື່ອກະກຽມຄວາມພ້ອມໃຫ້ແກ່ການຕ້ອນຮັບປະມຸກລັດ, ຫົວໜ້າລັດຖະບານ ແລະ ຫົວໜ້າຄະນະຜູ້ແທນ ບັນດາປະເທດຕ່າງໆ ທີ່ຈະເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງສໍາຄັນຕ່າງໆ ທີ່ ສປປ ລາວ ເປັນເຈົ້າພາບ ໃນປີ 2024 ນີ້

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments