Saturday, July 27, 2024
Homeຂ່າວພາຍໃນຄຳມ່ວນ ກະກຽມເປີດປີທ່ອງທ່ຽວລາວ 2024 ຕິດພັນກັບ 3 ຍອດຍິ່ງທີ່ເປັນທ່າແຮງຂອງແຂວງ

ຄຳມ່ວນ ກະກຽມເປີດປີທ່ອງທ່ຽວລາວ 2024 ຕິດພັນກັບ 3 ຍອດຍິ່ງທີ່ເປັນທ່າແຮງຂອງແຂວງ

ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ຄຳມ່ວນ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ ໃນນາມປະທານຄະນະກຳມະການຈັດງານປີທ່ອງທ່ຽວລາວ 2024 ແຂວງຄໍາມ່ວນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 26 ມັງກອນ 2024 ທີ່ເຮືອນຮັບແຂກເລກ 1 ຂອງແຂວງ : ກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການເປີດປີທ່ອງທ່ຽວລາວ 2024 ໂດຍພາຍໃຕ້ຄໍາຂວັນທີ່ວ່າ: “ ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ “. ແຂວງຄໍາມ່ວນ ກໍ່ໄດ້ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຫັນດີເປັນເອກະພາບກຳນົດແຜນຈັດປີທ່ອງທ່ຽວລາວ 2024 ໂດຍພື້ນຖານແມ່ນໄດ້ກະກຽມຈັດກິດຈະກໍາທີ່ຕິດພັນກັບ 3 ຍອດຍິ່ງທີ່ເປັນທ່າແຮງທາງດ້ານການທ່ອງທ່ຽວຂອງແຂວງ ເຊິ່ງປະ ກອບມີທັງໝົດຈຳນວນ 27 ກິດຈະກຳໃນນັ້ນປະກອບມີ 1 ກິດຈະກຳລະດັບຊາດທີ່ເປັນຍອດຍິ່ງທາງດ້ານວັດທະນະທຳຄື: ບຸນນະມັດສະການພຣະທາດສີໂຄດຕະບອງ, ມີ 2 ກິດຈະກຳລະດັບແຂວງຄື: ບຸນລະນຶກເຫດການ 21 ມີນາ 1946 ທີ່ເປັນຍອດຍິ່ງທາງດ້ານປະຫວັດສາດ; ວົງຈອນທ່ອງທ່ຽວເດີລຸບ (The Loop) ທີ່ເປັນຍອດຍິ່ງທາງດ້ານທຳມະຊາດ ແລະ ກິດຈະກຳລະດັບເມືອງຢູ່ຂັ້ນທ້ອງຖິ່ນຮາກຖານຈຳນວນ 24 ກິດຈະກຳ ແລະ ໃນວັນທີ 3 ກຸມພາ 2024 ທີ່ຈະມາເຖິງນີ້ແຂວງພວກເຮົາຈະໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄປພ້ອມກັບການເປີດງານຕະຫຼາດນັດວາງສະແດງຈຳໜ່າຍສິນຄ້າ ແລະ ຈັດເທດສະການອາຫານ; ການແຂ່ງຂັນກິລາ ແລະ ສະແດງສິນລະປະວັນນະຄະດີຂອງມວນຊົນຢູ່ທີ່ເທສະບານທ່າແຂກຢູ່ຕໍ່ໜ້າໂຮງຮຽນມັດທະຍົມຕອນປາຍທ່າແຂກ.

ນອກນັ້ນກໍ່ຍັງມີງານບຸນນະມັດສະການພຣະທາດຕຸ້ມພາວັງເມືອງໜອງບົກ, ການຈັດງານເທສະການເຫຼົ້າໄຫຫວານຕຳນານເຜົ່າແສກຢູ່ທີ່ແຫຼ່ງທ່ອງທ່ຽວທ່າຝຣັ່ງວັງສີຄາມ, ງານບຸນກອງເຂົ້າໃຫຍ່ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງເມືອງໄຊບົວທອງຄົບ ຮອບ 30 ປີ, ງານບຸນນະມັດສະການພຣະທາດເກດແກ້ວ ເມືອງມະຫາໄຊ, ງານບຸນຖໍ້າພຣະໜອງປາຝາ ບ້ານນາຂ້າງຊ້າງ ເມືອງທ່າແຂກ, ງານບຸນຫຼິ້ນຫຸ່ນ ບ້ານກອງລໍ ເມືອງຄູນຄໍາ ເຊິ່ງເປັນສະຖານທີ່ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມໃນລະດັບພາກພື້ນ ແລະ ສາກົນ, ງານບຸນຊວງເຮືອອອກພັນສາພະວໍລະນາໃນທ້າຍປີ ແລະ ງານບຸນປະເພນີອື່ນໆ . ພື້ນຖານແມ່ນເພື່ອເປັນການສົ່ງເສີມ, ໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ສ້າງແຮງກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ ກໍ່ຄືແຂວງໃຫ້ມີຄວາມຄຶກຄື້ນ ລວມທັງການສົ່ງເສີມ ຜະລິດຕະພັນການທ່ອງທ່ຽວ ໃຫ້ມີຄວາມເຂັ້ມແຂງ, ສ້າງລາຍຮັບໃຫ້ແກ່ທົ່ວສັງຄົມໄປພ້ອມກັບການຊ່ວຍຊຸກຍູ້ການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງແຂວງໃຫ້ມີການຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ.

ປະຈຸບັນທົ່ວແຂວງຄໍາມ່ວນພວກເຮົາມີແຫຼ່ງທ່ອງທ່ຽວທີ່ໄດ້ສຳຫຼວດແລ້ວ 210 ແຫ່ງ, ໃນນັ້ນ ແຫຼ່ງທ່ອງທ່ຽວທຳມະຊາດ 145 ແຫ່ງ, ວັດທະນະທໍາ 33 ແຫ່ງ ແລະ ປະຫວັດສາດ 32 ແຫ່ງ. ມີສະຖານທີ່ທ່ອງທ່ຽວທີ່ໄດ້ເປີດບໍລິການໃຫ້ແຂກເຂົ້າໄປທ່ຽວຊົມແລ້ວຈຳນວນ 87 ແຫ່ງ, ແຫຼ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາແລ້ວ 23 ແຫ່ງ ແລະ ໃນປີນີ້ຈະມີການເປີດແຫຼ່ງທ່ອງທ່ຽວໃໝ່ຕື່ມອີກ 2 ແຫ່ງຄື: ເປີດສະຖານທີ່ແຫຼ່ງທ່ອງທ່ຽວຂຸນກອງແລງ ເມືອງຫີນບູນ ແລະ ເປີດສະຖານທີ່ແຫຼ່ງທ່ອງທ່ຽວຕາດສຽງລື ເມືອງບົວລະພາ, ພ້ອມດຽວກັນນີ້ ກໍ່ຍັງໄດ້ເອົາໃຈໃສ່ພັດທະນາ ແລະ ສ້າງເງື່ອນໄຂ ສິ່ງອຳນວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການສະຖານທີ່ເຮືອນພັກ-ຣີສອດ, ໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ຮ້ານກິນດື່ມຕ່າງໆ ດ້ວຍການຮ່ວມກັບບັນດາຜູ້ປະ ກອບການທຸລະກິດການທ່ອງທ່ຽວ ແລະ ສະມາຄົມຕ່າງໆ ທີ່ກ່ຽວຂ້ອງ ຈັດເປັນກິດຈະກຳ-ລາຍການທ່ອງທ່ຽວທີ່ຕິດພັນກັບປີທ່ອງທ່ຽວນີ້.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນກິດຈະກຳປີທ່ອງທ່ຽວລາວ 2024 ບັນລຸຕາມລະດັບຄາດໝາຍທີ່ວາງໄວ້, ທາງຄະນະພັກ-ອົງການປົກຄອງແຂວງ ກໍ່ໄດ້ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງໃຫ້ສຸມໃສ່ 9 ແຜນງານຫຼັກຄື : ການໂຄສະນາປະຊາສຳພັນປີທ່ອງທ່ຽວລາວ 2024, ການປັບປຸງໂຄງລ່າງພື້ນຖານຂະໜາດນ້ອຍໃຫ້ແກ່ການທ່ອງທ່ຽວ, ການສ້າງຂີດຄວາມສາມາດໃນຂະແໜງການທ່ອງທ່ຽວ, ການປູກຈິດສໍານຶກ, ການເຜີຍແຜ່ລະບຽບການ ແລະ ນິຕິກໍາ, ການຈັດລະດັບມາດຕະ ຖານການທ່ອງທ່ຽວຂອງ ສປປ ລາວ ແລະ ມາດຕະຖານອາຊຽນ, ກິດຈະກໍາການສົ່ງເສີມການທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດ, ການປັບປຸງລະບົບຂໍ້ມູນຂ່າວສານ, ການອອກແບບ ແລະ ການຈັດພິມສື່ສິ່ງພິມໂຄສະນາການທ່ອງທ່ຽວ ແລະ ການສ້າງຄວາມເຂັ້ມແຂງໃຫ້ກັບພາກທຸລະກິດ.

ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ໄດ້ກ່າວຕື່ມອີກວ່າ : ປີ 2023 ຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຄໍາມ່ວນ ທັງໝົດ 365.478 ເທື່ອຄົນ, ຖ້າທຽບໃສ່ປີ 2022 ຜ່ານມາເພີ່ມຂຶ້ນປະມານ 10% ໃນນີ້: ມີນັກທ່ອງທ່ຽວພາຍໃນປະມານ 37%, ນັກທ່ອງທ່ຽວຕ່າງປະເທດມີ 63 % , ສະເລ່ຍລາຍຮັບສໍາພັດໄດ້ທັງໝົດ 11.916.760 ໂດລາສະຫະລັດ. ສຳລັບຄາດໝາຍປີ 2024 ຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວແຂວງຄໍາມ່ວນໃຫ້ໄດ້ຫຼາຍກວ່າ 5 ແສນເທື່ອຄົນ; ໃນນີ້: ຄາດວ່າຈະມີນັກທ່ອງທ່ຽວພາຍໃນປະມານ 35%, ນັກທ່ອງທ່ຽວຕ່າງປະເທດປະມານ 65%; ສ້າງລາຍຮັບສໍາພັດຫຼາຍວ່າ 15 ລ້ານໂດລາສະຫະລັດ ແລະ ເພື່ອຈັດຕັ້ງຜັນຂະຫຍາຍເຮັດໃຫ້ການປະຕິບັດແຜນກິດຈະກຳ ປີທ່ອງທ່ຽວລາວ 2024 ບັນລຸຕາມລະດັບຄາດ ໝາຍຫັນເຂົ້າສູ່ສະພາບຄວາມເປັນຈິງ ໃນນາມປະທານຄະນະກຳມະການຈັດງານປີທ່ອງທ່ຽວລາວ ແຂວງຄໍາມ່ວນ ຂໍຮຽກຮ້ອງມາຍັງບັນດາ ຜູ້ປະກອບການທຸລະກິດການທ່ອງທ່ຽວ ທັງພາກລັດ-ເອກະຊົນ ໃນທົ່ວສັງຄົມ ຕະຫລອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ຈົ່ງໄດ້ຮ່ວມກັນສະໜັບ ສະໜູນ ແລະ ເປັນເຈົ້າພາບທີ່ດີ ໃນການຕ້ອນຮັບແຂກບ້ານ-ແຂກເມືອງ, ເອົາໃຈໃສ່ປັບປຸງສ້າງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ສ້າງຜະລິດຕະພັນ-ລາຍການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ຫຼາຍຮູບ-ຫຼາຍແບບ, ປັບປຸງຄຸນນະພາບການບໍລິການການທ່ອງທ່ຽວ ໃຫ້ມີຄວາມປະທັບໃຈ, ອົບອຸ່ນ ຄ້າຍຄືຄອບຄົວດຽວກັນ, ມີຄວາມເປັນທຳ ແລະ ຮັບປະກັນຄວາມປອດໄພ ເຮັດໃຫ້ນັກທ່ອງທ່ຽວມາແລ້ວ ກໍ່ຢາກກັບມາຕື່ມອີກ. ເອົາໃຈໃສ່ເພີ່ມທະວີການໃນການໂຄສະນາຢ່າງກວ້າງຂວາງ ແລະ ທົ່ວເຖິງ ກ່ຽວກັບປີທ່ອງທ່ຽວລາວ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮັບຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວສານສະດວກສະບາຍຂຶ້ນ ເຮັດໃຫ້ປີທ່ອງທ່ຽວລາວ 2024 ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ແຂວງຄໍາມ່ວນຂອງພວກເຮົາ ພ້ອມແລ້ວທີ່ຈະອຳນວຍຄວາມ ສະດວກ ແລະ ຍິນດີຕ້ອນຮັບທຸກໆ ທ່ານ ເຂົ້າສູ່ດິນແດນ: ພຣະທາດສີໂຄດຕະບອງງາມສະຫງ່າ, ລຳຜະຫຍາມະຫາໄຊ, ກຳແພງໃຫຍ່ພູຄັນນາ, ຜາຫີນໜາມໜໍ່, ບໍ່ໄຟຟ້ານໍ້າເທີນ 2, ກອງລໍ-ນາຕານນໍ້າລອດຖ້ຳ, ວິລະກຳ 21 ມີນາ 1946 ແຫ່ງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments