Saturday, July 27, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງ ຖວທ ພົບປະສອງຝ່າຍ ກັບເລຂາທິການໃຫຍ່ອາຊຽນ

ລັດຖະມົນຕີກະຊວງ ຖວທ ພົບປະສອງຝ່າຍ ກັບເລຂາທິການໃຫຍ່ອາຊຽນ

ໃນວັນທີ 24 ມັງກອນ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ພົບປະກັບ ທ່ານ ກາວ ກິມ ຮວນ ເລຂາທິການໃຫຍ່ອາຊຽນ ເພື່ອປຶກສາຫາລືກ່ຽວກັບແຜນບູລິມະສິດ ໃນປີ 2024 ຂອງວຽກງານອາຊຽນ ໃນຂົງເຂດ ຖວທ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ທ່ອງທ່ຽວ ອາຊຽນ ແລະ ງານວາງສະແດງທ່ອງທ່ຽວ ອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.

ການພົບປະຄັ້ງນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ລາຍງານໃຫ້ທ່ານເລຂາທິການໃຫຍ່ອາຊຽນ ຮັບຮູ້ກ່ຽວກັບຄວາມພ້ອມ ແລະ ຜົນສຳເລັດ ດ້ານຕ່າງໆໃນການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ທ່ອງທ່ຽວ ອາຊຽນ ແລະ ງານວາງສະແດງທ່ອງທ່ຽວອາຊຽນ, ພ້ອມທັງ ລາຍງານໃຫ້ຮູ້ກ່ຽວກັບແຜນບູລິມະສິດຂອງເສົາຄໍ້າວັດ ທະນະທຳ-ສັງຄົມອາຊຽນ ສຳລັບ ປີ 2024 ເຊິ່ງມີຫລາຍດ້ານ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເປັນຕົ້ນ ດ້ານວັດທະນະທຳ ຈະສົ່ງເສີມບົດບາດວັດທະນະທຳ ແລະ ສິລະປະໃນອາຊຽນ ໃຫ້ກວມລວມ ແລະ ຍືນຍົງ; ດ້ານສິ່ງແວດລ້ອມ ສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ; ດ້ານແມ່ຍິງ ແລະ ເດັກນ້ອຍ ຈະສົ່ງເສີມບົດບາດແມ່ຍິງ ແລະ ເດັກນ້ອຍ ເພື່ອນຳໄປສູ່ການປ່ຽນແປງພຶດຕິກຳໃນອາຊຽນ; ດ້ານສາທາລະນະສຸກ ຈະຫັນປ່ຽນການພັດທະນາສາທາລະນະສຸກອາຊຽນໃຫ້ເຂັ້ມແຂງ ໃນສະພາບການໃໝ່.

ສ່ວນການຮ່ວມມືໃນຕໍ່ໜ້າ, ທ່ານນາງ ສວນສະຫວັນ ວິຍະເກດ ສະເໜີໃຫ້ກອງເລຂາອາຊຽນ ຊ່ວຍແນະນໍາຕື່ມໃນການກະກຽມວຽກງານຕ່າງໆ ເປັນຕົ້ນ ດ້ານເນື້ອໃນ, ການປະສານງານ, ພິທີການຕ່າງໆ ເພື່ອໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ. ພ້ອມທັງ ສະແດງຄວາມຫວັງວ່າການປຶກສາຫາລື ລະຫວ່າງ ທີມງານເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນລາວ, ກອງເລຂາອາຊຽນ, ບັນດາຂະແໜງການໃນເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ລາວຈະໄດ້ຮັບໝາກຜົນອັນຈົບງາມ ໂດຍການສະໜັບສະໜູນ ແລະ ຊ່ວຍເຫລືອຈາກກອງເລຂາອາຊຽນ.

ຢ່າງໃດກໍຕາມ ກະຊວງ ຖວທ ຍັງຈະໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຈຳນວນ 2 ຄັ້ງຄື: ຄັ້ງທີ 31 ແລະ 32, ນອກນັ້ນຍັງມີບັນດາກອງປະຊຸມປິ່ນອ້ອມຕ່າງໆ ພາຍໃຕ້ເສົ້າຄໍ້າ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ເຊິ່ງ ຄັ້ງທີ 31 ແລະ ກອງປະຊຸມປິ່ນອ້ອມ ຄາດວ່າຈະຈັດຂຶ້ນໃນວັນທີ 25-29 ມີນາ 2024 ທີ່ ແຂວງຫລວງພະບາງ. ສ່ວນຄັ້ງທີ 32 ຄາດວ່າຈະຈັດຂຶ້ນໃນວັນທີ 23-27 ກັນຍາ 2024 ທີ່ ນະຄອນຫລວງວຽງຈັນ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments