Saturday, July 27, 2024
Homeຂ່າວໜ້າໜຶ່ງລາວ-ມາເລເຊຍ ປຶກສາຫາລືການຮ່ວມມືດ້ານການທ່ອງທ່ຽວ

ລາວ-ມາເລເຊຍ ປຶກສາຫາລືການຮ່ວມມືດ້ານການທ່ອງທ່ຽວ

ໃນວັນທີ 24 ມັງກອນ 2024 ນີ້, ຄະນະຜູ້ແທນລາວ ນໍາໂດຍໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍມາເລເຊຍ ນໍາໂດຍ ທ່ານ ດາໂຕ ຊີ ຕຽງ ກິງ ຊິງ ລັດຖະມົນຕີ ກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ມາເລເຊຍ ໄດ້ພົບປະສອງຝ່ານ ເພື່ອປຶກສາຫາລືການຮ່ວມມືດ້ານການທ່ອງທ່ຽວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ 2024 ທີ່ນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ສະແດງຄວາມຍິນດີຕ້ອນຮັບ ທ່ານ ດາໂຕ ຊີ ຕຽງ ກິງ ຊິງ ພ້ອມດ້ວຍຄະນະ ທີ່ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ບັນດາກອງປະຊຸມ ກິດຈະກຳປິ່ນອ້ອມ ທີ່ ສປປ ລາວ ໃນຄັ້ງນີ້, ສປປ ລາວ ແລະ ມາເລເຊຍ ໄດ້ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໃນຫລາຍຂົງເຂດ ນັບແຕ່ການສ້າງຕັ້ງສາຍພົວພັນການທູດ ໃນ 1966 ທີ່ຜ່ານມາ, ພາຍຫລັງການເສີມສ້າງສາຍພົວພັນທາງການທູດຂອງສອງປະເທດ, ຂອບການຮ່ວມມືສອງຝ່າຍ ໄດ້ຮັບການເສີມຂະຫຍາຍໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂື້ນ ອັນໄດ້ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ແລະ ການພັດທະນາໃນຂົງເຂດພາກພື້ນຂອງພວກເຮົາ. ພ້ອມນີ້, ທ່ານຍັງສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ຈາກ ລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ມີຕໍ່ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານໂຄງການຮ່ວມມືດ້ານວິຊາການມາເລເຊຍ, ທຶນຝຶກອົບຮົມ ໂດຍສະເພາະ ວຽກງານທ່ອງທ່ຽວ. ພ້ອມນີ້, ທັງສອງກະຊວງຂອງພວກເຮົາ ຈະໄດ້ເຮັດວຽກຮ່ວມກັບ ຢ່າງໃກ້ຊິດ ດັ່ງທີ່ໄດ້ປຶກສາຫາລືຮ່ວມກັນໃນການພົບປະສອງຝ່າຍ ເພື່ອເພີ່ມທະວີຮັດ ແໜ້ນການຮ່ວມມື ແລະ ການເປັນຄູ່ຮ່ວມຍຸດທະສາດ ໂດຍສະເພາະ ຂະແໜງການທ່ອງທ່ຽວ ອັນເປັນສ່ວນປະກອບທີ່ສຳຄັນໜຶ່ງໃນການສະເຫລີມສະຫລອງມິດຕະພາບ ແລະ ການຮ່ວມມື ໃນຂອບອາຊຽນ, ລວມທັງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

ໃນປີ 2025 ທີ່ຈະມາເຖິງນີ້, ກໍເປັນອີກວາລະໜຶ່ງທີ່ມາເລເຊຍ ຈະໄດ້ຮັບກຽດເປັນປະທານອາຊຽນ ຕໍ່ຈາກ ສປປ ລາວ ແລະ ບັນດາບູລິມະສິດປີ່ນອ້ອມ ພາຍໃຕ້ 3 ເສົາຄໍ້າອາຊຽນ ຄື: ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ລວມທັງເປົ້າໝາຍ ໃນການເປັນປະທານອາຊຽນ ຂອງ ມາເລເຊຍ ໃນປີ 2025 ຈະຍົກໃຫ້ເຫັນພັນທະ ແລະ ບົດບາດອັນສໍາຄັນ ເພື່ອນໍາພາກອງປະຊຸມລະດັບຕ່າງໆ ພາຍໃຕ້ຂອບການຮ່ວມມືອາຊຽນ ກໍຄື ກອງປະຊຸມ ລັດຖະ ມົນຕີ ທ່ອງທ່ຽວ ອາຊຽນ ຄັ້ງທີ 28, ງານວາງສະແດງທ່ອງທ່ຽວ ອາຊຽນ ແລະ ບັນດາກອງປະຊຸມ ປິ່ນອ້ອມ ເພື່ອນໍາຜົນປະໂຫຍດສູງສຸດມາສູ່ອາຊຽນ.

ໂອກາດນີ້, ທ່ານ ດາໂຕ ຊີ ຕຽງ ກິງ ຊິງ ກໍໄດ້ມີຄຳເຫັນວ່າ: ການຮ່ວມມືລະຫວ່າງ ສອງກະຊວງ ຂອງພວກເຮົາ ໂດຍສະເພາະຂໍ້ລິເລີ່ມໃນການສ້າງບົດບັນທຶກ ເພື່ອຮ່ວມມືກັນໃນຂະແໜງການທ່ອງທ່ຽວ ເພື່ອເຮັດໃຫ້ວຽກງານຮ່ວມທີ່ກ່າວມານັ້ນ ມີຂໍ້ສະດວກ, ມີປະສິດທິຜົນຫລາຍກວ່າເກົ່ານັ້ນແມ່ນເຫັນດີ ໃຫ້ສ້າງຕັ້ງໜ່ວຍງານວິຊາການຂອງທັງສອງຝ່າຍ ຊຶ່ງປະກອບດ້ວຍບັນດາກົມກອງທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ແລະ ປະເມີນຜົນກ່ຽວກັບການຈັດ ຕັ້ງປະຕິບັດກິດຈະກຳຕ່າງໆ ໃນວຽກງານການຮ່ວມມືສອງຝ່າຍ, ສະເໜີໃຫ້ໜ່ວຍງານວິຊາການທີ່ກ່າວມານີ້ ໄດ້ມີການພົບປະແລກປ່ຽນ ແລະ ປຶກສາຫາລືກັນ ໃນເບື້ອງຕົ້ນກ່ອນ ເພື່ອທົບທວນຮ່າງບົດບັນທຶກທີ່ພວກເຮົາ ໄດ້ແລກປ່ຽນກັນໃນມື້ນີ້ ເພື່ອໃຫ້ມີຄວາມເປັນເອກະພາບກັນ ແລະ ເພື່ອຜ່ານຂະບວນການອະນຸມັດພາຍໃນຂອງຕົນກ່ອນການລົງນາມຮ່ວມກັນ.

ສຳລັບສະຖິຕິນັກທ່ອງທ່ຽວ ມາເລເຊຍ ເຂົ້າມາທ່ອງທ່ຽວ ສປປ ລາວ ໃນປີ 2023 ມີ 14.990 ເທື່ອຄົນ ຖືເປັນອັນດັບ 4 ຈາກບັນດານັກທ່ອງທ່ຽວ ພາກພື້ນອາຊຽນ ມາທ່ຽວ ສປປ ລາວ.

ຂ່າວ: ວຽງສະຫວັນ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments