Saturday, July 27, 2024
Homeຂ່າວໜ້າໜຶ່ງເປີດວາງສະແດງ ຜະລິດຕະພັນທ່ອງທ່ຽວອາຊຽນ 2024

ເປີດວາງສະແດງ ຜະລິດຕະພັນທ່ອງທ່ຽວອາຊຽນ 2024

ງານວາງສະແດງຜະລິດຕະພັນທ່ອງທ່ຽວ ອາຊຽນ 2024 ພາຍໃຕ້ຫົວຂໍ້ “ການທ່ອງ ທ່ຽວທີ່ມີຄຸນນະພາບ ແລະ ຄວາມຮັບຜິດຊອບ ຍືນຍົງໃນອະນາຄົດຂອງອາຊຽນ” ຈັດຂຶ້ນຢ່າງເປັນທາງການໃນວັນທີ 24-27 ມັງກອນ 2024 ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ. ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຜູ້ຕ່າງໜ້າຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ງານວາງສະແດງຜະລິດຕະພັນ ທ່ອງທ່ຽງອາຊຽນ 2024 ຄັ້ງນີ້, ມີຮ້ານວາງສະແດງຜະລິດຕະພັນທ່ອງທ່ຽວ, ໂຮງແຮມ, ສາຍການບິນຂອງບັນດາປະເທດສະມາຊິກອາຊຽນ, ລວມທັງຜະລິດຕະພັນລາວ, ອາຫານ ແລະ ເຄື່ອງດື່ມ ຈຳນວນໜຶ່ງ ເຂົ້າຮ່ວມວາງສະແດງຫລາຍກວ່າ 100 ຮ້ານ. ໃນນັ້ນ, ຮ້ານວາງສະແດງຂອງ ສປປ ລາວ ມີຫລາຍກວ່າ 30 ຮ້ານ, ຄາດວ່າພາຍໃນງານຈະມີການຊື້-ຂາຍ ຫລາຍ ການທ່ອງທ່ຽວ ຂອງບັນດາປະເທດສະມາຊິກ ຫລາຍຂຶ້ນ.

ໂອກາດນີ້, ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການຈັດງານວາງສະແດງຄັ້ງນີ້, ເປັນການໂຄສະນາ, ກະຕຸກຊູກຍູ້ ການທ່ອງທ່ຽວພາຍໃນອາຊຽນໃຫ້ກັບມາມີບັນຍາກາດຄຶກຄື້ນ ທັງເປັນການເປີດໂອກາດໃຫ້ ຜູ້ບໍລິການດ້ານການທ່ອງທ່ຽວ, ບໍລິສັດທ່ອງທ່ຽວ, ໂຮງແຮມ ແລະ ສາຍການບິນ ໄດ້ພົບປະໂອ້ລົມ ແລະ ກ້າວໄປເຖິງການຊື້-ຂາຍ ລາຍການທ່ອງທ່ຽວຮ່ວມກັນ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ຕະຫລາດທ່ອງທ່ຽວອາຊຽນ ແລະ ພາກພື້ນສາກົນ ກັບຄືກຄື້ນ ພາຍຫລັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.

ຂ່າວ: ກິດຕາ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments