Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນບວກສາມ ຫາລືຫລາຍບັນຫາສຳຄັນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນບວກສາມ ຫາລືຫລາຍບັນຫາສຳຄັນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ທ່ອງທ່ຽວອາຊຽນ ບວກສາມ (ຈີນ, ຍີ່ປຸ່ນ, ສ ເກົາຫລີ) ຄັ້ງທີ 44 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ຈັດຂຶ້ນໃນວັນທີ 24 ມັງ ກອນ 2024 ໂດຍການເປັນປະທານຂອງ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສທ່ອງທ່ຽວ ສປປ ລາວ, ມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ, ອາຊຽນ+3 ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ເຂົ້າຮ່ວມ.

ທ່ານ ຄົມ ດວງຈັນທາ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານ ການຮ່ວມມືດ້ານການ ທ່ອງທ່ຽວອາຊຽນ ແລະ ປະເທດຄູ່ຮ່ວມມືຄື: ຈີນ, ຍີ່ ປຸ່ນ ແລະ ສ ເກົາຫລີ ໄລຍະ 5 ປີ 2021-2025 ໂດຍສະເພາະ ປີ 2023-2024 ໃຫ້ໄດ້ຮັບການພິ ຈາລະນາ ແລະ ສືບຕໍ່ຈັດຕັ້ງປະຕິບັດ. ຜ່ານການຈັດຕັ້ງປະຕິບັດ ໃນຊຸມປີຜ່ານມາ ເຫັນໄດ້ວ່າ ການຈັດ ຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ ໃນໄລຍະຜ່ານມາໄດ້ມີຜົນສຳເລັດເປັນຢ່າງດີ ໂດຍສະເພາະອາຊຽນຈະສືບຕໍ່ເສີມຂະຫຍາຍດ້ານການຕະຫລາດ ກັບ 3 ປະເທດ ເປັນຕົ້ນ ຕະລາດຈີນ, ຍີ່ປຸ່ນ ແລະ ສ ເກົາ ຫລີ ເຊິ່ງເປັນຕະຫລາດສຳຄັນດ້ານການທ່ອງທ່ຽວ ຂອງອາຊຽນ. ພາຍຫລັງທີ່ມີການເປີດປະເທດ ຂອງບັນດາປະເທດສະມາຊິກອາຊຽນ ແລະ ຂອງປະເທດບວກສາມ (ຈີນ, ຍີ່ປຸ່ນ, ສ ເກົາຫລີ) ເຫັນວ່ານັກທ່ອງທ່ຽວອາຊຽນ ໄດ້ເດີນທາງໄປທ່ອງທ່ຽວ ປະເທດບວກສາມ ເປັນຈຳນວນຫລາຍ, ພ້ອມກັນນີ້ບັນດາປະເທດບວກສາມ ກໍເດີນທາງມາທ່ຽວປະເທດອາຊຽນ ຫລາຍຂຶ້ນເຊັ່ນດຽວກັນ ເຊິ່ງເປັນການຢັ້ງຢືນໄດ້ວ່າ ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນບວກສາມ ແມ່ນມີຜົນສຳເລັດເປັນຢ່າງດີ.

ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ເພື່ອປັບປຸງບັນດາກິດຈະກຳຕ່າງໆ ເຊິ່ງໃນປີ 2024 ນີ້, ບັນດາປະເທດອາຊຽນ ແລະ ອາຊຽນບວກສາມ ຈະສືບຕໍ່ ກຳນົດບັນດາກິດຈະກຳໃຫ້ຫລາຍຂຶ້ນ ແນໃສ່ເຮັດໃຫ້ນັກທ່ອງທ່ຽວອາຊຽນບວກສາມ ເຂົ້າມາທ່ຽວປະເທດອາຊຽນໃຫ້ຫລາຍຂຶ້ນ; ກອງປະຊຸມຍັງໄດ້ທົບທວນຄືນ ຄວາມຄືບໜ້າການເຄື່ອນໄຫວວຽກງານຂອງສູນອາຊຽນ ຢູ່ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ, ພ້ອມທັງປຶກສາຫາລືການກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ຄັ້ງທີ 23 ເຊິ່ງຈະຈັດຂຶ້ນໃນວັນທີ 26 ມັງກອນນີ້ ແລະ ຮັບ ຮອງເອົາບັນດາເອກະສານສໍາຄັນ ຈໍານວນໜຶ່ງ ເປັນຕົ້ນ ຮ່າງວາລະຂອງກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ຄັ້ງທີ 23, ຮ່າງບົດລາຍງານການເປັນປະທານຮ່ວມຂອງ ກອງປະຊຸມເຈົ້າໜ້າ ທີ່ອາວຸໂສທ່ອງທ່ຽວອາຊຽນບວກສາມ ແລະ ປຶກສາຫາລືກ່ຽວກັບບັນຫາອື່ນໆທີ່ຕ່າງຝ່າຍມີ ຄວາມສົນໃຈ.

ນອກຈາກ ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນບວກສາມ ຄັ້ງທີ 44 ແລ້ວ, ໃນຕອນບ່າຍຂອງວັນດຽວກັນ, ຍັງຈະມີກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ-ອິນເດຍ ຄັ້ງທີ 31, ກອງປະເຈົ້າ ໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ-ຣັດເຊຍ ຄັ້ງທີ 14 ແລະ ພິທີເປີດງານມະຫາກຳທ່ອງທ່ຽວອາຊຽນ ຫລື ATF 2024 ຢ່າງເປັນທາງການທີ່ໂຮງ ແຮມດອນຈັນພາເລດ ນະຄອນຫລວງວຽງຈັນ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments