Home ຂ່າວໜ້າໜຶ່ງ ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 3 ຢູ່ ປະເທດ ອູກັນດາ

ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 3 ຢູ່ ປະເທດ ອູກັນດາ

0
55

ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດໃຕ້ (ປະເທດກຳລັງພັດທະນາ) ຄັ້ງທີ 3 (Third South Summit) ໃນລະຫວ່າງວັນທີ 21-22 ມັງກອນ 2023, ທີ່ ນະຄອນຫລວງກໍາປາລາ ປະເທດອູກັນດາ ພາຍໃຕ້ການເປັນປະທານຂອງ ທ່ານປະທານາທິບໍດີ ປະເທດອູກັນດາ, ມີບັນດາປະມຸກລັດ, ຫົວໜ້າລັດຖະບານ, ລັດຖະມົນຕີ ແລະ ຜູ້ແທນຂັ້ນສູງຈາກປະເທດສະມາຊິກ ກຸ່ມ 77 ແລະ ຈີນ (Group 77 and China) ເຂົ້າຮ່ວມຫລາຍກວ່າ 100 ປະເທດ ຈາກສະມາຊິກທັງໝົດ 134 ປະເທດ, ພາຍຫລັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 19 (The 19th NAM Summit), ໃນລະຫວ່າງວັນທີ 19-20 ມັງກອນ ທີ່ຜ່ານມາ. ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປພາຍໃຕ້ຫົວຂໍ້: ພວກເຮົາພ້ອມກັນກ້າວໄປ (Leaving No One Behind) ໂດຍສຸມໃສ່ປຶກສາຫາລື ກ່ຽວກັບສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການພັດທະນາແບບຍືນຍົງ, ການປ່ຽນແປງດິນຟ້າອາກາດ, ການລຶບລ້າງຄວາມທຸກຍາກ ແລະ ເສດຖະ ກິດດີຈິຕອນ, ພ້ອມທັງແລກປ່ຽນທັດສະນະ ເພື່ອກຳນົດແນວທາງທີ່ເໝາະສົມໃນການແກ້ໄຂບັນຫາສິ່ງທ້າທ້າຍດ້ານການພັດທະນາ ທີ່ປະເທດກຳລັງພັດທະນາພວມຜະເຊີນໜ້າຢູ່ໃນປັດຈຸບັນ ໃນທ່າມ ກາງ“ສະພາບແວດລ້ອມພາກພື້ນ ແລະ ສາກົນ ມີການຜັນແປຢ່າງໄວວາ ອັນເກີດມາຈາກຄວາມເຄັ່ງຕຶງດ້ານພູມສາດການເມືອງ, ການປະທະກັນດ້ວຍກຳລັງອາວຸດ, ສະພາບເສດຖະກິດຖົດຖອຍ ແລະ ວິກິດການດ້ານສິ່ງແວດລ້ອມ ເຊິ່ງທັງໝົດນັ້ນ, ໄດ້ເຮັດໃຫ້ຄວາມພະຍາຍາມໃນການລຶບລ້າງຄວາມທຸກຍາກ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພົບອຸປະສັກໃນທົ່ວໂລກ.

ໃນພາກເປີດກອງປະຊຸມ, ມີຜູ້ນຳ ຂອງ 4 ປະເທດ ແລະ ແຂກຖືກເຊີນ 2 ທ່ານ ໄດ້ກ່າວຄຳເຫັນຄື: ຮອງປະທານປະເທດ ສ ກູບາ ໃນນາມປະທານກຸ່ມ 77 ແລະ ຈີນ ໃນປີ 2023, ປະເທດ ກາຕາ ໃນນາມປະທານກອງປະຊຸມສຸດຍອດຄັ້ງທີ 2 ໃນປີ 2005, ປະທານາທິບໍດີ ປະເທດ ອູກັນດາ, ປະທານກອງປະຊຸມ ແລະ ປະທານ ກຸ່ມ 77 ແລະ ຈີນ ປີ 2024, ຮອງນາຍົກລັດຖະມົນຕີ ສປ ຈີນ, ທ່ານ ປະທານສະມັດຊາໃຫຍ່ ສປຊ ແລະ ທ່ານ ເລຂາທິການໃຫຍ່ ອົງການ ສປຊ ໂດຍລວມແລ້ວ, ບັນດາຜູ້ນຳໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍຫລາຍດ້ານ ທີ່ໂລກກຳລັງຜະເຊີນ, ກົງຈັກການປົກຄອງຂອງໂລກບໍ່ເປັນທຳ, ລະບົບການເງິນສາກົນທີ່ລົ້ມເຫລວ, ຄວາມທຸກຍາກທີ່ເພີ່ມຂຶ້ນ, ບັນຫາການປ່ຽນແປງສະພາບດິນຟ້າອາກາດ, ບັນຫາໜີ້ສິນ, ຄວາມເຄັ່ງຕຶງທາງດ້ານພູມສາດການເມືອງ ແລະ ອື່ນໆ. ສະນັ້ນ, ບັນດາປະເທດກຳລັງພັດທະນາ ທີ່ມີກຸ່ມ 77 ແລະ ຈີນ ເປັນໃຈກາງ ຕ້ອງເພີ່ມທະວີການຮ່ວມມື, ຄວາມສາມັກຄີ, ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ເພີ່ມທະວີບົດບາດຂອງກຸ່ມ ໃນການນຳໜ້າການເຈລະຈາ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດກຳລັງພັດທະນາ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ສິດໃນການພັດທະນາ, ສົ່ງເສີມການຮ່ວມມື ໃຕ້-ໃຕ້, ການນຳໃຊ້ວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຂັບເຄື່ອນການພັດທະນາ, ການຫັນປ່ຽນດ້ານພະລັງງານ, ການແກ້ໄຂບັນຫາສິ່ງແວດລ້ອມ ແລະ ການກະກຽມໃຫ້ແກ່ກອງປະຊຸມສຳຄັນຕ່າງໆ ເປັນຕົ້ນ ກອງປະຊຸມສຸດຍອດເພື່ອອະນາຄົດ ທີ່ຈະຈັດຂຶ້ນໃນເດືອນ ກັນຍາ 2024 ທີ່ອົງການ ສປຊ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ໂພໄຊ ໄຂຄຳພິທູນ ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວຄຳເຫັນ ໂດຍໄດ້ເນັ້ນໃຫ້ເຫັນບັນດາສິ່ງທ້າທາຍຫລາຍດ້ານ ທີ່ວົງຄະນະຍາດສາກົນກຳລັງຜະເຊີນຢູ່ ເຊິ່ງໄດ້ກາຍເປັນສິ່ງກີດຂວາງຕໍ່ຄວາມພະຍາຍາມຂອງບັນດາປະເທດກຳລັງພັດທະນາ ໃນການຈັດຕັ້ງປະຕິບັດບັນດາວາລະສາກົນ ດ້ານການພັດທະນາ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ, ລວມທັງຍຸດທະສາດ ແລະ ແຜນພັດທະນາພາຍໃນປະເທດຂອງຕົນ. ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ໄດ້ຢ້ຳຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືເປັນປຶກແຜ່ນ ເພື່ອສ້າງໂລກໃຫ້ມີສັນຕິພາບ, ມີຄວາມຈະເລີນຮຸ່ງເຮືອງ ແລະ ຍືນຍົງ ບົນພື້ນຖານຫລັກການຄວາມເປັນເອກະພາບ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ການຮ່ວມມື ແລະ ຄວາມສາມັກຄີ ພາຍໃນກຸ່ມ 77 ແລະ ສປ ຈີນ ເພື່ອສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ ພາຍໃນປະເທດຂອງຕົນ ແລະ ຮ່ວມກັນພາຍໃນກຸ່ມ, ພ້ອມທັງ ສືບຕໍ່ຮຽກຮ້ອງໃຫ້ບັນດາປະເທດພັດທະນາແລ້ວ ປະຕິບັດຕາມຄຳໝາຍໝັ້ນຂອງຕົນໃນການຊ່ວຍເຫລືອບັນດາປະເທດກຳລັງພັດທະນາ. ນອກຈາກນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນວ່າ ສປປ ລາວ ທີ່ເປັນທັງປະເທດດ້ອຍພັດທະນາ ແລະ ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ຍິ່ງມີຄວາມຕ້ອງການ ການຮ່ວມມື ແລະ ການຊ່ວຍເຫລືອທີ່ເພີ່ມຂຶ້ນ ຈາກວົງຄະນາຍາດສາກົນ ລວມທັງຜ່ານຂອບການຮ່ວມມືໃຕ້-ໃຕ້ ແລະ ການຮ່ວມມືຂອບສາມຝ່າຍ ເພື່ອໃຫ້ສາມາດບັນລຸໄດ້ຕາມຈຸດປະສົງຂອງການພັດທະນາແຫ່ງຊາດ ລວມທັງການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ.

ກອງປະຊຸມສຸດຍອດຄັ້ງນີ້, ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງານ ໂດຍບັນດາປະເທດເຂົ້າຮ່ວມທັງໝົດ ໄດ້ພ້ອມກັນຮັບຮອງເອົາເອກະສານຜົນກອງປະຊຸມສຸດຍອດບັນດາປະເທດໃຕ້ (ປະເທດກຳ ລັງພັດທະນາ) ຄັ້ງທີ 3 ເຊິ່ງຈະເປັນບ່ອນອີງໃຫ້ແກ່ການຮ່ວມມື ຂອງບັນດາປະເທດສະມາຊິກໃນຕໍ່ໜ້າ ເພື່ອຮ່ວມກັນແກ້ໄຂບັນດາສິ່ງທ້າທາຍຕ່າງໆ, ຊຸກຍູ້ການຮ່ວມມືແບບໃຕ້-ໃຕ້ ລະຫວ່າງບັນດາປະເທດກຳລັງພັດທະນາ ແນໃສ່ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ, ການຮ່ວມມືເພື່ອການພັດທະນາ ແລະ ການບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ກອງປະຊຸມສຸດຍອດ ບັນດາປະເທດໃຕ້ ໄດ້ຖືກຈັດມາແລ້ວ 2 ຄັ້ງ, ເຊິ່ງຄັ້ງທໍາອິດຈັດຂຶ້ນໃນວັນທີ 10-14 ເມສາ 2000, ທີ່ ລາຮາວານ, ສ ກູບາ ແລະ ຄັ້ງທີ 2 ຈັດຂຶ້ນໃນວັນທີ 12-16 ມິຖຸນາ 2005, ທີ່ ໂດຮາ, ປະເທດ ກາຕາ.

ຂ່າວ-ພາບ: ກຕທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here