Saturday, July 27, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວໃນກຸ່ມອາຊຽນ

ສສ ຫວຽດນາມ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວໃນກຸ່ມອາຊຽນ

ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ ວັນທີ 23 ມັງກອນນີ້ ທ່ານ ຫງວຽນຈູ່ງແຄ໋ງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ກ່າວມີຄຳເຫັນ ໃນກອງ ປະຊຸມ ບັນດາ ອົງການ ທ່ອງທ່ຽວ ລະດັບຊາດ ອາຊຽນ ຄັ້ງທີ 59 ໂດຍເນັ້ນໃສ່ ການຊຸກຍູ້ ການຮ່ວມມື ດ້ນການທ່ອງທ່ຽວ ໃນກຸ່ມອາຊຽນ ພ້ອມທັງ ໄດ້ຍົກອອກ ບາງການ ກຳນົດ ທິດ ແລະ ແນວຄວາມຄິດ ໃຫ້ແກ່ ການຮ່ວມມື ໃນພາກພື້ນ, ຖືວ່າ ໄປຄຽງຄູ່ກັບ ບັນດາ ຕະຫລາດຄື: ສ.ອາເມລິກາ, ອັງກິດ, ອົດສະຕຣາລີ ແລະ ອິນເດຍ ແລະ ບັນດາ ບັ້ນເຄື່ອນ ໄຫວ ພາຍໃນກຸ່ມ, ອາຊຽນ ຄວນເອົາໃຈໃສ່ ເຖິງບັນດາ ການເຄື່ອນໄຫວລວມ ຢູ່ 3 ປະເທດ ຄູ່ຮ່ວມມື ລວມມີ: ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ; ພ້ອມທັງ, ໝູນໃຊ້ ທ່າແຮງ ຂອງ ບັນດາ ຄູ່ຮ່ວມມື, ຄູ່ເຈລະຈາ ເພື່ອໂຄສະນາ ການທ່ອງທ່ຽວ ອາຊຽນ. ໄປຄຽງຄູ່ກັນນັ້ນ, ອາຊຽນ ກໍ່ຄວນມານະ ພະຍາຍາມ ຫລາຍກ່ວາເກົ່າ ເພື່ອພັດທະນາ, ຫັນຜະລິດ ຕະພັນ ການທ່ອງທ່ຽວ ເປັນຫລາຍຮູບ ຫລາຍແບບ, ດ້ວຍການເຂົ້າຮ່ວມ ຂອງບັນດາ ປະເທດ ສະມາຊິກ ຫລາຍຂຶ້ນ, ໃນນັ້ນ ອາຊຽນ ອາດສາມາດ ພ້ອມກັນ ຈັດງານບຸນລວມ ຂອງ ພາກພື້ນ. ກອງປະຊຸມຄັ້ງນີ້ ຈັດຂຶ້ນຢູ່ ສປປ ລາວ ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວ ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ-ເພື່ອອະນາຄົດ ອາຊຽນ ແບບຍືນຍົງ”, ກອງປະຊຸມ ໄດ້ປຶກສາ ຫາລື ແລະ ອັບເດດ ການຜັນ ຂະຫຍາຍ ແຜນຍຸດທະສາດ ການທ່ອງທ່ຽວ ອາຊຽນ 2016–2025; ບັນດາ ຂໍ້ຕົກລົງກ່ຽວຂ້ອງເຖິງ ການທ່ອງທ່ຽວ ທີ່ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 42 ແລະ 43; ໝາກຜົນ ຂອງບົດລາຍງານ ຂອງຄະນະ ກຳມະການ ທ່ອງທ່ຽວ ອາຊຽນ ແລະ ບັນດາ ບັນຫາອື່ນໆ ກ່ຽວຂ້ອງເຖິງ ບັນດາ ຄູ່ຮ່ວມມື, ຄູ່ເຈລະ ຈາ, ກໍ່ຄືກະກຽມ ແລະ ປຶກສາຫາລື ໂຄງການ ດຳເນີນ ງານ ແລະ ຖະແຫລງການ ດ້ານສື່ສານ ຂອງກອງປະຊຸມ ລັດຖະມົນຕີ ການທ່ອງທ່ຽວ ອາຊຽນ ຄັ້ງທີ 27 ພ້ອມກັບ ບັນດາ ກອງປະຊຸມ ທີ່ກ່ຽວຂ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments