Saturday, July 27, 2024
Homeຂ່າວໜ້າໜຶ່ງສະມາຄົມໂຮງແຮມ ແລະ ຮ້ານອາຫານບັນດາສະມາຊິກອາຊຽນ ຮ່ວມແລກປ່ຽນບົດຮຽນ

ສະມາຄົມໂຮງແຮມ ແລະ ຮ້ານອາຫານບັນດາສະມາຊິກອາຊຽນ ຮ່ວມແລກປ່ຽນບົດຮຽນ

ສະມາຄົມໂຮງແຮມ ແລະ ຮ້ານອາຫານ ບັນດາສະມາຊິກອາຊຽນ 10 ປະເທດ ໄດ້ພົບປະແລກ ປ່ຽນບົດຮຽນຮ່ວມກັນ ໂດຍສະເພາະກ່ຽວກັບການບໍລິການຕ່າງໆ ໃນໂອກາດມາຮ່ວມກອງປະຊຸມສຸດຍອດທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງ ໃນວັນທີ 23 ມັງກອນ 2024 ທີ່ ສປປ ລາວ ເປັນເຈົ້າພາບ.

ທ່ານ ນາງ ສົມສະນຸກ ໄຊຊະນະວົງເພັດ ຄະນະບໍລິຫານງານທີ່ປຶກສາດ້ານເສດຖະກິດຊາວໜຸ່ມລາວ, ຮອງປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ຕິດພັນກັບ ໂຮງແຮມ, ຮ້ານອາຫານ ແລະ ການບໍລິການຕ່າງໆ ທັງເປັນເວທີສໍາຄັນທີ່ຈະເຮັດໃຫ້ບັນດາປະເທດອາຊຽນ ມີໂອກາດໄດ້ໂຄສະນາ ແລະ ນຳສະເໜີແຫລ່ງທ່ອງທ່ຽວທີ່ສຳຄັນຂອງແຕ່ລະປະເທດຂອງຕົນ. ໃນກອງປະຊຸມ ໄດ້ມີການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເປັນຕົ້ນ ບັນຫາຄວາມຫຍຸ້ງຍາກ, ຈຸດດີ ແລະ ຈຸດອ່ອນ ແລະ ອື່ນໆ. ສຳລັບສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ໄດ້ສະເໜີຕໍ່ສະມາຄົມບັນດາສະມາຊິກອາຊຽນຄື: ການທ່ອງທ່ຽວລາວ 2024 ໂດຍສະເພາະໄດ້ໂຄສະນາປະເທດລາວເຮົາ ມີວັດທະນະທຳທີ່ສວຍງາມ ແລະ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີຄວາມເປັນເອກະລັກສະເພາະ ເປັນຕົ້ນ ມີອາຫານ, ມີວັດທະນະທຳ, ການນຸ່ງຖືຜ້າໄໝລາວຂອງແມ່ຍິງລາວທີ່ສວຍງາມ. ພ້ອມນັ້ນ, ການຂຶ້ນເໜືອລົງໃຕ້ກໍມີວັດທະນະທຳ, ມີສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ຫລາຍແຫ່ງສວຍງາມທີ່ແຕກຕ່າງກັນໄປ. ໃນນີ້, ທາງສະມາຄົມຍັງໄດ້ແລກປ່ຽນບົດຮຽນ ເພື່ອແກ້ໄຂດ້ານອ່ອນ, ຂໍ້ຫຍຸ້ງຍາກໃນການຕ້ອນຮັບແຂກ ເນື່ອງຈາກພະນັກງານ, ແຮງງານໃຫ້ບໍລິການຍັງບໍ່ພຽງພໍ ໃນການຕອບສະໜອງການຕ້ອນຮັບນັກທ່ອງທ່ຽວ ບໍ່ວ່າສະມາຄົມໂຮງແຮມ ແລະ ຮ້ານອາຫານຂອງລາວ, ບັນດາປະເທດອາຊຽນ ກໍຄື ຢູ່ປະເທດອື່ນໆ ກໍມີຄວາມຫຍຸ້ງຍາກເຊັ່ນດຽວກັນ. ສະນັ້ນ, ເຮັດແນວໃດຈະພັດທະນາວຽກງານການທ່ອງທ່ຽວໃຫ້ກາຍເປັນຍຸດທະສາດຂອງແຕ່ລະປະເທດ ແຕ່ນີ້ຮອດປີ 2025.

ທ່ານ ນາງ ສົມສະນຸກ ໄຊຊະນະວົງເພັດ ຍັງໃຫ້ຮູ້ອີກວ່າ: ສຳລັບ ບັນດາຜູ້ປະກອບການດ້ານຮ້ານອາຫານ ແລະ ໂຮງແຮມ 10 ປະເທດອາຊຽນ ແມ່ນມີຄວາມສົນໃຈຫລາຍຕໍ່ສະຖານທີ່ທ່ອງທ່ຽວຂອງ ສປປ ລາວ ແລະ ສະຖານທີ່ທ່ອງທ່ຽວທີ່ເປັນມໍລະດົກໂລກເຊັ່ນ: ແຂວງຫລວງພະບາງ, ຜາສາດຫີນວັດພູຈໍາປາສັກ, ທົ່ງໄຫຫີນ ແລະ ສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດອື່ນໆ. ເມື່ອໄດ້ໄປສຳຜັດແລ້ວ ເຂົາເຈົ້າເຊື່ອແນ່ວ່າກັບປະເທດໄປຈະເປັນສິ່ງທີ່ໜ້າຈົດຈຳອັນດີງາມ, ບອກເລົ່າຕໍ່ໆກັນໄປ ແລະ ຢາກກັບມາຢ້ຽມຢາມ ແລະ ທ່ອງທ່ຽວ ສປປ ລາວ ອີກ.

ຂ່າວ: ວຽງສະຫວັນ

ພາບ: ອ່າຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments