Saturday, July 27, 2024
Homeຂ່າວໜ້າໜຶ່ງສະຫາຍ ເລຂາທິການໃຫຍ່ ເຂົ້າຮ່ວມກອງປະຊຸມໂຕະມົນ ລະຫວ່າງ ພັກຣັດເຊຍເອກະພາບ ແລະ ພັກການເມືອງປະເທດອາຊຽນ

ສະຫາຍ ເລຂາທິການໃຫຍ່ ເຂົ້າຮ່ວມກອງປະຊຸມໂຕະມົນ ລະຫວ່າງ ພັກຣັດເຊຍເອກະພາບ ແລະ ພັກການເມືອງປະເທດອາຊຽນ

ໃນວັນທີ 23 ມັງກອນ 2024, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມໂຕະມົນ ລະຫວ່າງ ພັກຣັດເຊຍເອກະພາບ ແລະ ພັກການເມືອງຂອງປະເທດອາຊຽນ ຜ່ານຮູບແບບວີດີໂອທາງໄກ ໂດຍການເປັນເຈົ້າພາບຂອງ ພັກຣັດເຊຍເອກະພາບ ພາຍໃຕ້ຫົວຂໍ້: “ບົດບາດຂອງບັນດາກຳລັງການເມືອງ ທີ່ມີຄວາມຮັບຜິດຊອບຂອງຣັດເຊຍ ແລະ ບັນດາປະເທດອາຊຽນ ໃນການກໍ່ສ້າງລະບຽບໂລກໃໝ່ທີ່ຍຸຕິທຳ”; ມີສະຫາຍ ດີມິຕຣີ ເມດເວເດບ ປະທານພັກຣັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ແຫ່ງສະຫະພັນຣັດເຊຍ ແລະ ການນໍາຂັ້ນສູງຈາກ 10 ພັກການເມືອງ, ໃນ 8 ປະເທດອາຊຽນ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວໄດ້ຈັດມາແລ້ວ 2 ຄັ້ງ ເຊິ່ງຄັ້ງນີ້ເປັນຄັ້ງທີ 3 ແລະ ເປັນຄັ້ງທໍາອິດ ທີ່ໄດ້ປຶກສາຫາລືພາຍໃຕ້ຫົວຂໍ້ດັ່ງກ່າວ. ກອງປະຊຸມຄັ້ງນີ້ ຍັງຈັດຂຶ້ນໃນໂອກາດຄົບຮອບ 28 ປີ ການເປັນຄູ່ຮ່ວມມື ລະຫວ່າງ ອາຊຽນ-ຣັດເຊຍ ເຊິ່ງເປັນຂີດໝາຍສຳຄັນ ແຫ່ງການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືດ້ານພັກ ລະຫວ່າງ ພັກການເມືອງປະເທດອາຊຽນ ແລະ ພັກຣັດເຊຍເອກະພາບ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານລັດ ລະຫວ່າງ ອາຊຽນ ແລະ ຣັດເຊຍ ເພື່ອເສີມຂະຫຍາຍການຮ່ວມມື ທີ່ເປັນຮູບປະທຳ ແລະ ຮັບມືກັບສິ່ງທ້າທາຍ ໃນພາກພື້ນ ແລະ ສາກົນ ຢ່າງມີປະສິດທິພາບ.

ສະຫາຍ ທອງລຸນ ສີສຸລິດ ໄດ້ປະກອບຄໍາເຫັນໃນກອງປະຊຸມ ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍການຈັດກອງປະຊຸມຄັ້ງນີ້ ຂອງພັກຣັດເຊຍເອກະພາບ; ຕີລາຄາສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ຜັນແປໄປຢ່າງໄວວາ, ສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ຂອງບັນດາປະຊາຊາດໃນໂລກ; ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນລໍ້າຄ່າ ຂອງສະຫະພັນຣັດເຊຍ ທີ່ມີຕໍ່ ສປປ ລາວ ໃນໄລຍະຜ່ານມາ ກໍຄືການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ສ ຣັດເຊຍ ກໍຄື ພັກ ປປ ລາວ ແລະ ພັກຣັດເຊຍເອກະພາບ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ມີບາດກ້າວ ໃໝ່ທີ່ຕັ້ງໜ້າໃນຫລາຍຂົງເຂດ ເຊັ່ນ: ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ; ສະແດງຄວາມຍິນດີ ທີ່ມີການພົວພັນຮ່ວມມື ອາຊຽນ-ຣັດເຊຍ ຕະຫລອດໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະ ນັບມື້ເຂົ້າສູ່ລວງເລິກ, ບັນລຸໄດ້ຜົນສໍາເລັດທີ່ໜ້າເພິ່ງພໍໃຈຫລາຍດ້ານ ລວມທັງດ້ານການເມືອງ ແລະ ປະກອບສ່ວນສໍາຄັນ ເຂົ້າໃນການຄໍ້າປະກັນຄວາມໝັ້ນຄົງ ແລະ ການຮ່ວມມື ໃນພາກພື້ນອາຊີ-ປາຊີຟິກ; ເນັ້ນໜັກເຖິງຄວາມຮັບຜິດຊອບ ແລະ ຄວາມມຸ່ງມາດປາຖະໜາ ຂອງບັນດາປະເທດ ແລະ ພັກການເມືອງໃນພາກພື້ນ ໃນການຮັບປະກັນ, ເສີມຂະຫຍາຍຄວາມໝັ້ນຄົງ ແລະ ສົ່ງເສີມການຮ່ວມ ໃນພາກພື້ນ ໃນສະເພາະໜ້າ ແລະ ຍາວນານ.

ນອກຈາກນີ້, ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຖືໂອກາດນີ້ ແຈ້ງໃຫ້ບັນດາຜູ້ນໍາພັກການເມືອງປະເທດອາຊຽນ ກ່ຽວກັບ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ພັກ ແລະ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມໝາຍໝັ້ນໃນການເສີມຂະຫຍາຍການສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມຈອດກັນຫລາຍຂຶ້ນ ແລະ ມີຄວາມເຂັ້ມແຂງຫລາຍຂຶ້ນ, ສົ່ງເສີມຄວາມສາມາດອາຊຽນ ເພື່ອສາມາດຈັບເອົາກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍໃນປັດຈຸບັນ ແລະ ອະນາຄົດ. ພ້ອມດຽວກັນນັ້ນ, ສະຫາຍ ເລຂາທິການໃຫຍ່ ຍັງໄດ້ເຊື້ອເຊີນຜູ້ນຳບັນດາກພັກ, ລັດ ແລະ ປະຊາຊົນຂອງບັນດາປະເທດສະມາຊິກອາຊຽນ ແລະ ຣັດເຊຍ ມາຢ້ຽມຢາມ ສປປ ລາວ ໃນໂອກາດປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ”. ບັນດາຜູ້ແທນກອງປະຊຸມ ໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫລງການສຸດທ້າຍ ຂອງກອງປະຊຸມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments